ຈຸດບໍລິການເກັບຕົວຢ່າງ ແລະ ຈຸດສັກວັກຊີນ ທ່ານໃດທີ່ຢູ່ບ້ານແດງ ແມ່ນຈະມີທີມເຄື່ອນທີ່ໄປໃຫ້ບໍລິການສັກວັກຊີນຢູ່ບ້ານທ່ານ

291

ອີງຕາມການຖະແຫຼງຂ່າວຂອງທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ແນະນໍາກ່ຽວກັບການໄປກວດຫາເຊື້ອ ແລະ ການຊັກວັກຊີນວ່າ: ສໍາລັບຢູ່ບັນດາແຂວງແມ່ນທ່ານສາມາດໄປເກັບຕົວຢ່າງເພື່ອກວດຊອກຫາເຊືື້ອພະຍາດໂຄວິດ19 ໄດ້ຢູ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມທີ່ທາງຄະນະສະເພາະກິດຂອງແຂວງໄດ້ແຈ້ງບອກ ພ້ອມດຽວກັນທາງແຂວງກໍ່່ມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດໃນຊຸມຊົນ ເພື່ອເກັບຕົວຢ່າງ ຄົ້ນຫາກໍລະນີຕິດເຊືື້ອໃໝ່.

ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້
ຈຸດກວດຄົງທີ່ ທຸກຈຸດກວດ ຄົງທີ່ແມ່ນໃຫບໍລິການເກັບຕົວຢ່າງ ທຸກວັນ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງຄື ສະໝານກິລາໃນຮົ່ມ ບຶງຂະຫຍອງ; ໂຮງຮຽນ ມສ ລາວ-ຫວຽດ, ເມືອງໄຊເສດຖາ; ມສ ເຈົ້າອະນຸວົງ, ເມືອງ ຈັນທະບູລີ
ທີມກວດເຄື່ອນທີ 01 ທີມ ຂອງສາທາເມືອງໄຊທານີ, 01 ທີມ ຂອງສາທາ ເມືອງ ສີສັດຕະນາກ 01 ທີມ ຂອງສາທາເມືອງສີໂຄດຕະບອງ ແມ່ນເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
ສາທາເມືອງນາຊາຍທອງ ແມ່ນມີ 02 ທີມ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ

ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື
1 ໂຮງໝໍສູນກາງ
2 ໂຮງໝໍເມືອງ 9 ຕົວເມືອງ
3 ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຮອດ ວັນສຸກ)
4 ສໍາລັບຈຸດບໍລິການສູນການຄ້າລາວໄອເຕັກ ໄດ້ປິດການບໍລິການຊົ່ວຄາວ ເນື່ອງຈາກມີການລະດົມທິມແພດໄປຊ່ວຍຈຸດອື່ນ. ຄະນະສະເພາະກິດຈະແຈ້ງໃຫ້ຊາບ ວັນເວລາ ທີ່ຈະເປີດບໍລິການຄືນໃໝ່ ທີ່ຈຸດບໍລິການ ຂອງສູນການຄ້າລາວໄອເຕັກ

ໃນກໍລະນີທີ່ທ່ານບໍ່ໄດ້ຢູ່ບ້ານແດງ ທ່ານທີ່ໄປສັກເຂັມ 1 ແມ່ນໃຫ້ສະເໜີຂໍອະນຸຍາດອໍານາດການປົກຄອງບ້ານເພື່ອອອກໃບຍັງຢືນໃຫ້, ສ່ວນທ່ານທີ່ໄປສັກເຂັມ 2 ແມ່ນໃຫ້ ເອົາບັດຂຽວທີ່ສັກເຂັມ1 ແລ້ວໄປຢັ້ງຢືນຕໍ່ເຈົ້າໜ້າທີ່ປະຈໍາດ່ານກວດ ເພື່ອອໍານວຍຄວາມສະດວກແກ່ຜູ້ຈະໄປຮັບວັກຊີນປ້ອງກັນ ໂຄວີດ 19
ສໍາລັບທ່ານໃດທີ່ຢູ່ບ້ານແດງນັ້ນ ແມ່ນຈະມີທີມເຄື່ອນທີ່ໄປໃຫ້ບໍລິການສັກວັກຊີນຢູ່ບ້ານທີ່ເປັນເຂດແດງ