ສາມອົງການຈັດຕັ້ງມະຫາຊົນຢູ່ວິລະບູລີ ເຮັດອະນາໄມເສັ້ນທາງຊອຍຂອງເມືອງ

315

ອົງການຈັດຕັ້ງກຳມະບານ, ຊາວໜຸ່ມ ແລະ ສະຫະພັນແມ່ຍິງ ແມ່ນກ້ອນກຳລັງທີ່ສຳຄັນ ສຳລັບການຊຸກຍູ້ ແລະ ເປັນແຮງຍູ້ໜູນໃນຫຼາຍວຽກງານ ໃນການສ້າງສາພັດທະນາປະເທດຊາດ ບໍ່ວ່າຈະວຽກງານໃດກໍ່ຕາມ ມະຫາຊົນຜູ້ກ້າວໜ້າຕ້ອງເປັນແບບຢ່າງນຳໜ້າສະເໝີ.

ໃນວັນທີ 30 ກັນຍາ 2021 ນີ້ ສາມອົງການຈັດຕັ້ງມະຫາຊົນຂອງເມືອງ ວິລະບູລີ ແຂວງສະຫວັນນະເຂດ ເຊິ່ງປະກອບມີ ອົງການຈັດຕັ້ງກໍາມະບານ, ຊາວໜຸ່ມ ແລະ ສະຫະພັນແມ່ຍິງ ໄດ້ພ້ອມກັນສ້າງຂະບວນການອອກແຮງງານລວມ ເຮັດອະນາໄມ ຢູ່ໃນ 2 ເສັ້ນທາງຊອຍຂອງເມືອງ ທີ່ມີຄວາມຮົກເຮື້ອ.

ໂດຍໜ້າວຽກທີ່ເຮັດໃນຄັ້ງນີ້ ກໍ່ແມ່ນໄດ້ນໍາໃຊ້ຈັກຕັດຫຍ້າ, ໃຊ້ພ້າຖາງຫຍ້າຕາມ 2 ຂ້າງທາງທີ່ຮົກເຮື້ອ, ຕັດກິ່ງໄມ້ອອກ, ເກັບກວາດຂີ້ເຫຍື່ອຕາມ 2 ຂ້າງທາງ ເຊິ່ງໄດ້ແບ່ງແຮງງານອອກເປັນ 2 ຈຸຄື : ຈຸທີ 1 ນັບແຕ່ 4 ແຍກຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ແລະ ຈຸທີ 2 ເລີ່ມແຕ່ 4 ແຍກຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ທັງນີ້ກໍ່ແມ່ນເພື່ອເຮັດໃຫ້ 2 ເສັ້ນທາງດັ່ງກ່າວມີຄວາມສະອາດງາມຕາ ພ້ອມທັງເປັນການສ້າງຂະບວນການໄວ້ຂໍ່ານັບຮັບຕ້ອນ ເນື່ອງໂອກາດວັນສໍາຄັນຕ່າງໆຊອງຊາດ, ຂອງພັກ ກໍ່ຄືຂອງສາກົນເປັນຕົ້ນແມ່ນ ວັນທີ 7 ຕຸລາວັນຄູແຫ່ງຊາດ, ວັນທີ 12 ຕຸລາ ວັນປະກາດເອກະລາດ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫຼື ວັນຊາດວັນທີ 2 ທັນວາ ແລະ ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ ວັນທີ 13 ທັນວາ ທີ່ຈະໄດ້ບັນຈົບຄົບຮອບອີກວາລະໜຶ່ງໃນປີ 2021 ນີ້.

ສໍາລັບແຮງງານທີ່ໄດ້ເຂົ້າຮ່ວມໃນຂະບວນການໃນຄັ້ງນີ້ແມ່ນມີຈໍານວນທັງໝົດ 114 ສະຫາຍ, ຍິງ 57 ສະຫາຍ ທີ່ມາຈາກບັນດາຮາກຖານ, ໜ່ວຍ ຂອງອົງການຈັດຕັ້ງມະຫາຊົນທັງ 18 ພາກສ່ວນອ້ອມຂ້າງເມືອງເຂົ້າຮ່ວມ, ນອກຈາກນີ້ແລ້ວບັນດາກົມກອງຫ້ອງການອ້ອມຂ້າງເມືອງ ກໍ່ຍັງໄດ້ພ້ອມກັນອອກແຮງງານລວມ ເຮັດອະນາໄມໃນຂອບເຂດຄວາມຮັບຜິດຊອບຂອງຕົນອີກດ້ວຍ.
ຂ່າວຈາກ: ວິທະຍຸກະຈາຍສຽງ ແຂວງ ສະຫວັນນະເຂດ