ປານີ ເໝົາ 2 ປະຕູຊ່ວຍ ປ໊ອກຕຸຍການ ບຽດເອົາຊະນະ ອາກຊັງຕິນ ຄວ້າແຊັມຟຸດຊໍໂລກ ສະໄໝທໍາອິດ

373

ປານຄີ ບາເຣລາ ນັກເຕະຕົວເດັດຂອງ ທີມຊາດຟຸດຊໍ ປ໊ອກຕຸຍການ ເໝົາຄົນດຽວ 32 ປະຕູຊ່ວຍໃຫ້ກັບທີມບຽດເອົາຊະນະ ອາກຊັງຕິນ 2-1 ຄວ້າແຊັມການແຂ່ງຂັນຟຸດຊໍຊີງແຊັມໂລກ ສະໄໝທໍາອິດໄປຄອງ ເມື່ອວັນທີ 3 ຕຸລາ 2021 ທີ່ປະເທດລິທົວນີ.

ນັດດັ່ງກ່າວສົມກັບນັດຊີງຊະນະເລີດທັງສອງທີມຫຼິ້ນກັນໄດ້ຢ່າງສູສີ ກ່ອນທີ່ນາທີໆ 15 ປານີ ບາເຣລາ ຈະມາຍິງປະຕູໃຫ້ກັບ ປ໊ອກຕຸຍການ ຂຶ້ນນໍາ 1-0 ແລະ ເຄິ່ງເວລາທີ 2 ຄົນເກົ່າເຈົ້າເດີ່ມກໍຍິງປະຕູໃຫ້ກັບ ປ໊ອກຕຸຍການ ຂຶ້ນນໍາຫ່າງ 2-0 ນາທີໆ 28 ແຕ່ບໍ່ຮອດນາທີ ອາກຊັງຕິນ ໄລ່ມາເປັນ 1-2 ຈາກການຍິງຂອງ ອັງເກລ ເຄລາດິໂນ.

ປານີ ເບີ 11

ສຸດທ້າຍບໍ່ມີປະຕູເພີ່ມ ຈົບການແຂ່ງຂັນ ປ໊ອກຕຸຍການ ບຽດເອົາຊະນະ ອາກຊັງຕິນ ໄປຫວຸດຫວິດ 2-1 ຄວ້າແຊັມຟຸດຊໍໂລກ 2021 ແລະ ເປັນແຊັມສະໄໝທໍາອິດ ຫຼັງຈາກທີ່ເຄີຍເຮັດໄດ້ດີທີ່ສຸດຄືອັນດັບ 3 ເມື່ອປີ 2000, ສ່ວນ ອາກຊັງຕິນ ພາດແຊັມສະໄໝທີ 2 ໄປຢ່າງໜ້າເສຍດາຍ. ຂະນະທີ່ ອັນດັບ 3 ເປັນຂອງ ບຣາຊິລ ເອົາຊະນະ ຄາຊັກສະຖານ 4-2.