ລາຍລະອຽດການຕິດເຊື້ອໃນຊຸມຊົນຢູ່ບັນດາແຂວງ 137 ຄົນ, ສ່ວນຫຼາຍແມ່ນເດັກນ້ອຍ, ນັກຮຽນ ແລະ ຊາວສວນ

467

ມາຮອດວັນທີ 4 ຕຸລາ 2021 ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ ຄົນ, ເສຍຊີວິດສະສົມ 22 ຄົນ (ໃໝ່ 1 ຄົນ), ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ມີ 462 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 6.390 ຄົນ.
ສໍາລັບມື້ນີ້ຕິດເຊື້ອໃນຊຸມຊົນ ມີ 301 ຄົນ (ທັງໝົດ 307 ຄົນ), ນະຄອນຫຼວງວຽງຈັນ 164 ຄົນ (ລາຍງານໄປແລ້ວ) ສ່ວນແຕ່ລະແຂວງມີລາຍລະອຽດດັ່ງນີ້
ຊຶ່ງງກະຈາຍໃນບັນດາແຂວງ ດັ່ງລາຍລະ ລະອຽດຕໍ່ໄປນີ້

1 ຫຼວງພະບາງ 47 ຄົນ ຫຼວງພະບາງ ຊື່ງໄດ້ພົວພັນກັບຄົນຕິດເຊື້ອ ທີ່ໄດ້ລາຍງານ ຜ່ານມາ
ເມືອງຈອມເພັດ ມີ 23 ກໍລະນີ (ບ້ານຫ້ວຍຖໍ້າ), ຊື່ງອາຊີບສ່ວນຫລາຍແມ່ນເດັກນ້ອຍ, ນັກຮຽນ ແລະ ຊາວສວນ.
ເມືອງຊຽງເງີນ ມີ 12 ກໍລະນີ ບ້ານປາກຂັນ ມີ 10 ກໍລະນີ (ຊື່ງອາຊີບສ່ວນຫລາຍແມ່ນເດັກນ້ອຍ, ນັກຮຽນ, ຊາວສວນ, ພະນັກງານທະຫານ ມີ 1 ກໍລະນີ, ພະນັກງານບໍລິສັດ ETL ມີ 1 ກໍລະນີ), ບ້ານຊຽງເງີນ ແລະ ບ້ານດອນໂມ ມີບ້ານລະ 1 ກໍລະນີ
ເມືອງງອຍ ມີ 7 ກໍລະນີ ບ້ານໜອງຂຽວ ມີ 04 ກໍລະນີ, ບ້ານປາກບາກ ມີ 2 ກໍລະນີ ບ້ານປາກງາ ມີ 1 ກໍລະນີ
ເມືອງນໍ້າບາກ ມີ 3 ຄົນ, ບ້ານປາກຍາງ ມີ 2 ກໍລະນີ, ບ້ານວຽງຄໍາ ມີ 1 ກໍລະນີ
ເມືອງນານ ມີ 2 ຄົນ ບ້ານໂພນໄຊ 02 ກໍລະນີ (ອາຊີບ ນັກຮຽນ ແລະ ແມ່ເຮືອນ)

2 ສະຫວັນນະເຂດ 32 ມີ ເມືອງອຸທຸມພອນ 25 ຄົນ ໃນນັ້ນ 13 ຄົນແມ່ນກຸ່ມສໍາຜັດກັບທະຫານຄ້າຍ 644,
ເມືອງໄກສອນ 6 ຄົນ ບ້ານໂພໄຊ, (ວັດບ້ານໂພໄຊ, ອາຊີບ: ນັກບວດ), ບ້ານສະພານໃຕ້ (ແມ່ເຮືອນ) ແລະ ເມືອງຈຳພອນ 1 ຄົນ
3 ຈໍາປາສັກ 19 ຄົນ ນະຄອນປາກເຊ 7 ຈາກ 2 ບ້ານ ບ້ານຊົ້ງໃຫຍ່, ໂພນສະອາດ, ເມືອງ ບາຈຽງ 12 ຄົນ ຈາກບ້ານລົ່ມສັກໃຕ້ ໃນນັ້ນ 9 ຄົນ ແມ່ນກຳມະກອນນິຄົມສວນຢາງດັກລັກ ແລະ ອີກ 3 ຄົນ ແມ່ນຄອບຄົວເຂົາເຈົ້າ.


ພາບປະກອບ

4 ບໍ່ແກ້ວ 12 ຄົນ ເມືອງຕົ້ນເຜີ້ງ ມີ ບ້ານ ພຽງງາມ 08 ຄົນ ແລະ ບ້ານ ໂພນໂຮມ 01 ຄົນ ແລະ ເຂດເສດຖະກິດພິເສດ 3 ຫຼ່ຽມ ຄຳ 03 ຄົນ.
5 ບໍລິຄໍາໄຊ 12 (ຊຸມຊົນ) ເມືອງປາກຊັນ 01 ກໍລະນີ (ເປັນເພດຍີງ, ອາຍຸ 30 ປີ ອາຊີບ ພະນັກງານເພດດ່ານໜ້າ ໂຮງໝໍນ້ອຍຫົງໄຊ ບ້ານຢູ່ ຫາງຊີງສະຫວ່າງ.
ເມືອງປາກກະດິງ 11 ກໍລະນີ ຊື່ງ ມາຈາກບ້ານໂພນຈະເລີນ ມີ 10 ກໍລະນີ (ເປັນສັນຊາດລາວມີ 9 ກໍລະນີ ແລະ ສັນຊາດຈີນ 1 ກໍລະນີ (ທັງໜົດ ແມ່ນກຳມະກອນ ເຂື່ອນນໍ້າເທິີນ 1; ໃນນີ້ ມີແພດ 1 ຄົນ) ໄດ້ສຳພັດໃກ້ຊິດກັບກໍລະນີຕິດເຊື້ອ ທີໄດ້ລາຍງານໃນວັນທີ່ 27/09/20221, ແລະ 1 ຄົນ (ເດັກ), ບ້ານຊ້ອນພັນໄຊ ໄດ້ສໍາພັດໄກ້ສິດກັບຜູ້ຕິດເຊື້ອ ບ້ານຫ້ວຍໄຮ ແລະ ໄດ້ລາຍງານໃນວັນທີ່ 01/10/2021


ພາບປະກອບ

6 ຄຳມ່ວນ 06 ຄົນ (ຊຸມຊົນ) ຈາກເມືອງທ່າແຂກທາງໝົດ (ປກສ ເມືອງທ່າແຂກ ມີ 2 ກໍລະນີ; ກໍາມະກອນ ຈາກໂຮງງານລາວຄາຍຢວນ ມີ 2 ຄົນ ແລະ ກໍາມະກອນ ບໍລິສັດ ຕັງຈະເລີນ ມີ 2 ກໍລະນີ (ບ້ານນາບວບ).
7 ແຂວງວຽງຈັນ 04 ຄົນ ເມືອງໂພນໂຮງ ມີ 03 ກໍລະນີ ມີຄົນໃນຄອບຄົວຕິດເຊື້ອ ທີ່ຊື່ງໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄປເຮືອນດີ ຢູ່ບ້ານໂພນຫໍ ບ້ານໂພນໂຮງ ມີ 02 ກໍລະນີ, ບ້ານນາຊູ ມີ 01 ກໍລະນີ
ເມືອງແກ້ວອຸດົມ ມີ 01 ກໍລະນີ (ບ້ານທ່າລາດ, ອາຊີບຂາຍເຄື່ອງຢູ່ຕະຫລາດທ່າລາດ)


ພາບປະກອບ

8 ແຂວງ ສາລະວັນ ຊຸມຊົນ 3 ກໍລະນີ ຊື່ງທັງໜົດ ໄດ້ພົວພັນກັບຄົນຕິດເຊື້ອຜ່ານມາ ແລະ ນໍາເຂົ້າ ມີ 1 ກໍລະນີ), ດັ່ງນີ້ ບ້ານຄັນທະລາດ, ເມືອງສາລະວັນ ມີ 03 ກໍລະນີ (ຊຸມຊົນ)
9 ຊຽງຂວາງ 2 ຄົນ (ຊຸມຊົນ) ຜູ້ສຳຜັດໄກ້ຊິດກັບກໍລະນີຕິດເຊື້ອ ທີ່ໄປງານເຮືອນດີບ້ານຫໍສິມ, ບ້ານຫໍສີມ ມີ 1 ກໍລະນີ (ອາຊີບພະນັກງານຄູ) ແລະ ບໍ່ໄດ້ໄປສອນນັກຮຽນ ຍ້ອນຊ່ວງໂຄວິດ-19 ມີການລະບາດ ແລະ ອີກ 1 ຄົນ ຈາກບ້ານສ່ອມມີ.
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.