ນະຄອນຫຼວງຜ່ອນຜັນໃຫ້ຫຼາຍຂໍ້ ເປີດກິດຈະການໄດ້ ແຕ່ຕ້ອງມີສັນຍາຮັບປະກັນ

420

ຫຼັງຈາກເຮົາໄດ້ຮູ້ຈັກບັນດາມາດຕະການທີ່ຕ້ອງສືບຕໍ່ຈັດຕັ້ງປະຕິບັດ ແລະບັນດາຂໍ້ຫ້າມຕ່າງໆແລ້ວ ກໍ່ມາສຶກສາເບິ່ງສິ່ງທີ່ສາມາດຜ່ອນຜັນໄດ້ ເຊິ່ງມີຫຼາຍຢ່າງວິສາຫະກິດຕ່າງໆສາມາດເປີດເຮັດວຽກໄດ້ຕາມປົກກະຕິ ແຕ່ມີເງື່ອນໄຂຄືຕ້ອງມີສັນຍາຮັບປະກັນທາງການແພດ ຫາກເກີດການຕິດເຊື້ອໂຄວິດ ຫລື ມີການແຜ່ເຊື້ອແມ່ນຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດທີ່ເກີດຂຶຶຶຶຶຶຶຶຶຶຶຶຶ້ນ.
ໂດຍນະຄອນຫຼວງວຽງຈັນ ລະບຸມາດຕະການຜ່ອນຜັນໃນແຈ້ງການເລກທີ 37/ຈນວ ລົງວັນທີ 30 ກັນຍາ 2021 ມີລາຍລະອຽດດັ່ງນີ້:

1 ສືບຕໍ່ອະນຸຍາດໃຫ້ ເປີດ ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ ທີ່ຢູ່ນອກເຂດ/ບ້ານແດງແຕ່ເວລາ 09:00 ຫາ 20:00 ໂມງ ແລະ ເປີດຕະຫຼາດຕ່າງໆ ທີ່ຢູ່ນອກເຂດ/ບ້ານແດງ ແຕ່ເວລາ 06:00 ຫາ 19:00 ໂມງ, ແຕ່ຕ້ອງໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແນ່ເຊື່ອ ຢ່າງເຂັ້ມງວດ ເຊັ່ນ ມີ ບ່ອນວັດແທກອຸນຫະພຸມ, ຮັກສາ ໄລຍະຫາງ ຢ່າງຫນ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັ່ງ, ມີບ່ອນລ້າງມືດ້ວຍນ້ໍາສະອາດ ໃສ່ສະບູ ຫຼື ເຈວລ້າງມື, ມີການຈັດສັນທາງເຂົ້າ-ອອກໃຫ້ເປັນລະບຽບ ຢ່າງເດັດຂາດ.

ໃຫ້ພະແນກອຸດ ສາຫະກໍາ ແລະ ການຄ້າສົມທົບກັບເມືອງ ແລະ ເຈົ້າຫນ້າທີ່ ປກສ ຕິດຕາມກວດກາເປັນປະຈໍາແຕ່ລະວັນ ແຕ່ລະ ສະຖານທີ່ຢ່າງເຂັ້ມງວດ, ຖ້າຮ້ານ ຫຼື ຕະຫຼາດໃດ ບໍ່ປະຕິບັດຕາມມາດຕະການທີ່ໄດ້ກໍານົດໄວ້ນັ້ນ ແມ່ນໃຫ້ປິດຊົ່ວຄາວໄປຈົນກວ່າຈະໄດ້ຮັບການແກ້ໄຂ, ພ້ອມກັນນີ້ ກໍ່ໃຫ້ບັນດາຮ້ານ ຫຼື ຕະຫຼາດດັ່ງກ່າວ ວາງແຜນຮອງຮັບ ໃນກໍລະນີມີພະນັກງານຂອງຕົນຕິດເຊື້ອ ແລະ ແຜ່ເຊື້ອພະຍາດ COVID-19 ຮັບຜິດຊອບຄ່າໃຊ້ຈ່າຍທີ່ ເກີດຂຶ້ນ ເຊັ່ນ ຄ່າສະຖານທີ່ ຈໍາກັດບໍລິເວນຜູ້ສໍາຜັດໃກ້ຊິດ, ສະຖານທີ່ປິ່ນປົວຜູ້ຕິດເຊື້ອ, ຄ່າກິນຢູ່ພັກເຊົາ, ຄ່າດໍາເນີນມາດຕະການທາງການແພດ ແລະ ອື່ນໆ

2 ການຄົບງັນງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແມ່ນໃຫ້ປະຕິບັດຕາມຄໍາແນະນໍາ ຂອງຄະນະສະເພາະກິດ ເລກທີ 4291/ສພກ, ລົງວັນທີ 15 ກັນຍາ 2021, ໃຫ້ອົງການປົກຄອງບ້ານ, ແນວໂຮມ, ປກສແລະ ກອງຫຼອນບ້ານ ຕິດຕາມກວດກາ ຢ່າງເຂັ້ມງວດ.

3 ອະນຸຍາດໃຫ້ ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ນອກເຂດແດງ ແຕ່ເວລາ 09:00 ຫາ 19:00 ໂມງໂດຍໃຫ້ບໍລິການສະເພາະ ຕັດ-ແຕ່ງຜົມ ເທົ່ານັ້ນ, ສ່ວນການບໍລິການອື່ນໆ ແມ່ນຫ້າມເດັດຂາດ, ບໍ່ໃຫ້ລູກຄ້າ ແອອັດຢູ່ໃນຮ້ານ ແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຟເຊື້ອ ຢ່າງເຂັ້ມງວດ. ສໍາລັບເຈົ້າຂອງຮ້ານ, ຜູ້ໃຫ້ບໍລິການ ແລະ ຜູ້ມາໃຊ້ບໍລິການ ຕ້ອງໄດ້ຮັບວັກຊົນຄົບໂດສ, ຕ້ອງບໍ່ມາຈາກເຂດແດງ ຊຶ່ງເປັນຄວາມຮັບຜິດຊອບຂອງເຈົ້າຂອງຮ້ານ ຕ້ອງກວດກາໃຫ້ດີ, ໃຫ້ຫ້ອງການອຸດສາຫະກໍາ ແລະ ການຄ້າ ສົມທົບກັບອົງການປົກຄອງບ້ານ, ປກສ ແລະ ກອງຫຼອນບ້ານ ຕິດຕາມກວດກາໃນແຕ່ລະວັນ, ຖ້າພົບເຫັນກໍລະນີລະເມີດ ຕ້ອງດໍາເນີນມາດຕະການຕາມລະບຽບການ ຢ່າງເຂັ້ມງວດ.

4 ສືບຕໍ່ອະນຸຍາດໃຫ້ ເປີດ ຮ້ານອາຫານ ແລະ ຮ້ານກາເຝ ຢູ່ນອກເຂດແດງ ແຕ່ເວລາ 06:00 ຫາ 20:00 ໂມງໂດຍອະນຸຍາດໃຫ້ນັ່ງກິນ-ດື່ມ ໃນສະຖານທີ່ບໍລິການດັ່ງກ່າວໄດ້, ແຕ່ຕ້ອງຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 01 ແມັດ ຂຶ້ນໄປ, ບໍ່ໃຫ້ບໍລິການ ເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ ແລະ ຕ້ອງປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ ແລະ ແນ່ເຊື່ອ ຢ່າງເຂັ້ມງວດ. ໃຫ້ພະແນກ ແລະ ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບອົງການປົກຄອງບ້ານ, ປກສ ແລະ ກອງຫຼອນບ້ານ ຕິດຕາມກວດກາໃນແຕ່ລະວັນ, ຖ້າພົບເຫັນກໍລະນີລະມິດ ຕ້ອງດໍາເນີນມາດຕະການຕາມລະບຽບການ ຢ່າງເຂັ້ມງວດ.

5 ອະນຸຍາດໃຫ້ ເປີດ ບັນດາໂຮງຈັກໂຮງງານ ແລະ ວິສາຫະກິດຕ່າງໆ ຢູ່ນອກເຂດແດງ ແຕ່ຕ້ອງໄດ້ຜ່ານການປະ ເພິ່ນສະຖານທີ່ເຮັດວຽກໃຫ້ມີຄວາມປອດໄພ (ຕາມແບບຟອມປະເມິນ 10 ຂໍ້ ແລະ 35 ຕົວຊີ້ວັດ) ຕາມທີ່ໄດ້ກໍານົດໄວ້ໃນແຈ້ງການຂອງຄະນະສະເພາະກິດ ຂຶ້ນສູນກາງ ເລກທີ 4303/ສພກ, ລົງວັນທີ 17 ກັນຍາ 2021 ແລະ ຕ້ອງໄດ້ເຮັດສັນຍາຮັບປະກັນ ໃນການຈັດຕັ້ງປະຕິບັດມາດຕະການຮັກສາຄວາມປອດໄພ ຂອງສະຖານທີ່ ເຮັດວຽກ, ສະຖານທີ່ພັກເຊົາ ແລະ ມີແຜນຮອງຮັບໃນກໍລະນີມີພະນັກງານ, ກໍາມະກອນຂອງຕົນຕິດເຊື້ອ ແລະ ແຜ່ເຊື້ອ ພະຍາດ ໂຄວິດ19 ໂດຍມີຄວາມຮັບຜິດຊອບຕໍ່ຄ່າໃຊ້ຈ່າຍທີ່ເກີດຂຶ້ນ ເຊັ່ນ ຄ່າສະຖານທີ່ຈໍາກັດ ບໍລິເວນຜູ້ສໍາຜັດໃກ້ຊິດ, ຄ່າສະຖານທີ່ປິ່ນປົວຜູ້ຕິດເຊື້ອ, ຄ່າກິນຢູ່ພັກເຊົາ, ຄ່າດໍາເນີນມາດຕະການທາງການແພດ ແລະ ອື່ນໆ.

6 ອະນຸຍາດໃຫ້ຈັດກອງປະຊຸມ ແຕ່ບໍ່ໃຫ້ເກີນ 20 ຄົນ/ຄັ້ງ ບໍ່ໃຫ້ຄົນຈາກເຂດ/ບ້ານແດງ ແລະ ຜູ້ສ້າຜັດໃກ້ສິດກັບຜູ້ຕິດເຊື້ອ (CI C2) ເຂົ້າຮ່ວມປະຊຸມ. ກໍລະມີຄວາມຈໍາເປັນ ຕ້ອງໄດ້ຈັດກອງປະຊຸມ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 20 ຄົນຂຶ້ນໄປ ຕ້ອງໄດ້ຂໍອະນຸຍາດຈາກຄະນະສະເພາະກິດ ຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ.
7 ສືບຕໍ່ອະນຸຍາດໃຫ້ນໍາໃຊ້ເຮືອ ເພື່ອໄປຫາປາ ແລະ ທໍາການຜະລິດຢູ່ເກາະດອນຕາມລໍາແມ່ນໍ້າຂອງ ໃນໄລຍະເວລາ ແຕ 06:00 ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງເມືອງ ສົມທົບກັບກໍາລັງ ປກຊ-ປກສ ຢູ່ແຕ່ລະ ພື້ນທີ່ ອອກລະບຽບການຄຸ້ມຄອງ ແລະ ເຄື່ອນໄຫວລາດຕະເວນ ຢ່າງເປັນປົກກະຕິ ໃນແຕ່ລະມື້, ມອບໃຫ້ ອົງການປົກຄອງບ້ານ, ປກສ ກຸ່ມ ແລະກອງຫຼອງບ້ານ ກໍານົດຈໍານວນເຮືອ ແລະ ຕິດຕາມກວດກາ ກ່ອນປ່ອຍ ຮືອອອກໄປເຄື່ອນໄຫວໃນແຕ່ລະມື້ ໂດຍໃຫ້ມີການບັນທຶກເຮືອ ເຂົ້າ-ອອກ ຢ່າງຄົບຖ້ວນ, ຖ້າພົບເຫັນກໍລະນີລະເມີດ ຕ້ອງດໍາເນີນມາດຕະການຕາມລະບຽບການ ຢ່າງເຂັ້ມງວດ.

8 ສືບຕໍ່ອະນຸຍາດໃຫ້ຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນຄ້າ ສາມາດສົ່ງສິນຄ້າ ເຂົ້າ-ອອກ ນະຄອນຫຼວງວຽງຈັນແຕ່ຕ້ອງໄດ້ຮັບວັກຊິນຄົບໂດສ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແພ່ເຊື້ອ ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ.
9 ສໍາລັບການເຄື່ອນໄຫວຫຼິ້ນກິລາໃນຮົ່ມ, ກາງແຈ້ງ ແລະ ອອກກໍາລັງກາຍຕາມສວນສາທາລະນະ ຢູ່ນອກເຂດ/ບ້ານແດງ ແມ່ນຕ້ອງໄດ້ຜ່ານການປະເມີນສະຖານທີ່ຫຼິ້ນກິລາ ໃຫ້ມີຄວາມປອດໄພ, ຕ້ອງເຮັດສັນຍາຮັບປະກັນ ໃນ ການຈັດຕັ້ງປະຕິບັດມາດຕະການຮັກສາຄວາມປອດໄພ ຂອງະຖານທີ່ຫຼິ້ນກິລາ ແລະ ໃນກໍລະນີ ສະຖານທີ່ຫຼິ້ນ ກິລາດັ່ງກ່າວ ເປັນທີ່ມາຂອງການຕິດເຊື້ອ ແລະ ແພເຊື້ອພະຍາດ ໂຄວິດ19 ເຈົ້າຂອງສະຖານທີ່ ຕ້ອງຮັບຜິດຊອບຕໍ່ຄ່າໃຊ້ຈ່າຍຕ່າງໆ ທີ່ເກີດຂຶ້ນ ເຊັ່ນ ຄ່າສະຖານທີ່ຈໍາກັດບໍລິເວນຜູ້ສໍາຜັດໃກ້ຊິດ, ຄ່າສະຖານທີ່ປິ່ນປົວຜູ້ຕິດເຊື້ອ, ຄ່າກິນຢູ່ພັກເຊົາ ແລະ ຄໍາດໍາເນີນມາດຕະການທາງການແພດ ແລະ ອື່ນໆ ຈຶ່ງຈະພິຈາລະນາການອະນຸຍາດໃຫ້ເປີດສະຖານທີ່ຫຼິ້ນກິລາໄດ້.