ນະຄອນຫຼວງຜ່ອນຜັນໃຫ້ຫຼາຍຂໍ້ເປີດກິດຈະການໄດ້ ແຕ່ຕ້ອງມີສັນຍາຮັບປະກັນ

261

ຫຼັງຈາກເຮົາໄດ້ຮູ້ຈັກບັນດາມາດຕະການທີ່ຕ້ອງສືບຕໍ່ຈັດຕັ້ງປະຕິບັດ ແລະບັນດາຂໍ້ຫ້າມຕ່າງໆແລ້ວ ກໍ່ມາສຶກສາເບິ່ງສິ່ງທີ່ສາມາດຜ່ອນຜັນໄດ້ ເຊິ່ງມີຫຼາຍຢ່າງວິສາຫະກິດຕ່າງໆສາມາດເປີດເຮັດວຽກໄດ້ຕາມປົກກະຕິ ແຕ່ມີເງື່ອນໄຂຄືຕ້ອງມີສັນຍາຮັບປະກັນທາງການແພດ ຫາກເກີດການຕິດເຊື້ອໂຄວິດ ຫລື ມີການແຜ່ເຊື້ອແມ່ນຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດທີ່ເກີດຂຶ້ນ.

ໂດຍນະຄອນຫຼວງວຽງຈັນ ລະບຸມາດຕະການຜ່ອນຜັນໃນແຈ້ງການເລກທີ 37/ຈນວ ລົງວັນທີ 30 ກັນຍາ 2021 ມີລາຍລະອຽດດັ່ງນີ້:

1. ສືບຕໍ່ອະນຸຍາດໃຫ້ ເປີດ ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ ທີ່ຢູ່ນອກເຂດ/ບ້ານແດງແຕ່ເວລາ 09:00 ຫາ 20:00 ໂມງ ແລະ ເປີດ ຕະຫຼາດຕ່າງໆ ທີ່ຢູ່ນອກເຂດ/ບ້ານແດງ ແຕ່ເວລາ 06:00 ຫາ 19:00 ໂມງ, ແຕ່ຕ້ອງໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແນ່ເຊື່ອ ຢ່າງເຂັ້ມງວດ ເຊັ່ນ: ມີ ບ່ອນວັດແທກອຸນຫະພຸມ, ຮັກສາ ໄລຍະຫາງ ຢ່າງຫນ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັ່ງ, ມີບ່ອນລ້າງມືດ້ວຍນ້ໍາ ສະອາດ ໃສ່ສະບູ ຫຼື ເຈວລ້າງມື, ມີການຈັດສັນທາງເຂົ້າ-ອອກໃຫ້ເປັນລະບຽບ ຢ່າງເດັດຂາດ. ໃຫ້ພະແນກອຸດ ສາຫະກໍາ ແລະ ການຄ້າ ສົມທົບກັບເມືອງ ແລະ ເຈົ້າຫນ້າທີ່ ປກສ ຕິດຕາມກວດກາເປັນປະຈໍາແຕ່ລະວັນ ແຕ່ລະ ສະຖານທີ່ ຢ່າງເຂັ້ມງວດ, ຖ້າຮ້ານ ຫຼື ຕະຫຼາດໃດ ບໍ່ປະຕິບັດຕາມມາດຕະການທີ່ໄດ້ກໍານົດໄວ້ນັ້ນ ແມ່ນໃຫ້ປິດຊົ່ວຄາວ ໄປຈົນກວ່າຈະໄດ້ຮັບການແກ້ໄຂ, ພ້ອມກັນນີ້ ກໍ່ໃຫ້ບັນດາຮ້ານ ຫຼື ຕະຫຼາດດັ່ງກ່າວ ວາງແຜນຮອງຮັບ ໃນກໍລະນີມີພະນັກງານຂອງຕົນຕິດເຊື້ອ ແລະ ແຜ່ເຊື້ອພະຍາດ COVID-19 ຮັບຜິດຊອບຄ່າໃຊ້ຈ່າຍທີ່ ເກີດຂຶ້ນ ເຊັ່ນ: ຄ່າສະຖານທີ່ ຈໍາກັດບໍລິເວນຜູ້ສໍາຜັດໃກ້ຊິດ, ສະຖານທີ່ປິ່ນປົວຜູ້ຕິດເຊື້ອ, ຄ່າກິນຢູ່ພັກເຊົາ, ຄ່າດໍາເນີນມາດຕະການທາງການແພດ ແລະ ອື່ນໆ

2. ການຄົບງັນງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແມ່ນໃຫ້ປະຕິບັດຕາມຄໍາແນະນໍາ ຂອງຄະນະສະເພາະກິດເລກທີ 4291/ສພກ, ລົງວັນທີ 15 ກັນຍາ 2021, ໃຫ້ອົງການປົກຄອງບ້ານ, ແນວໂຮມ, ປກສແລະ ກອງຫຼອນບ້ານ ຕິດຕາມກວດກາ ຢ່າງເຂັ້ມງວດ.
3. ອະນຸຍາດໃຫ້ ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ນອກເຂດແດງ ແຕ່ເວລາ 09:00 ຫາ 19:00 ໂມງໂດຍໃຫ້ບໍລິການສະເພາະ ຕັດ-ແຕ່ງຜົມ ເທົ່ານັ້ນ, ສ່ວນການບໍລິການອື່ນໆ ແມ່ນຫ້າມເດັດຂາດ, ບໍ່ໃຫ້ລູກຄ້າ ແອອັດຢູ່ໃນຮ້ານ ແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຟເຊື້ອ ຢ່າງເຂັ້ມງວດ. ສໍາລັບເຈົ້າ ຂອງຮ້ານ, ຜູ້ໃຫ້ບໍລິການ ແລະ ຜູ້ມາໃຊ້ບໍລິການ ຕ້ອງໄດ້ຮັບວັກຊົນຄົບໂດສ, ຕ້ອງບໍ່ມາຈາກເຂດແດງ ຊຶ່ງ ເປັນຄວາມຮັບຜິດຊອບຂອງເຈົ້າຂອງຮ້ານ ຕ້ອງກວດກາໃຫ້ດີ, ໃຫ້ຫ້ອງການອຸດສາຫະກໍາ ແລະ ການຄ້າ ສົມທົບກັບອົງການປົກຄອງບ້ານ, ປກສ ແລະ ກອງຫຼອນບ້ານ ຕິດຕາມກວດກາໃນແຕ່ລະວັນ, ຖ້າພົບເຫັນກໍລະນີລະເມີດ ຕ້ອງດໍາເນີນມາດຕະການຕາມລະບຽບການ ຢ່າງເຂັ້ມງວດ.

4. ສືບຕໍ່ອະນຸຍາດໃຫ້ ເປີດ ຮ້ານອາຫານ ແລະ ຮ້ານກາເຝ ຢູ່ນອກເຂດແດງ ແຕ່ເວລາ 06:00 ຫາ 20:00 ໂມງໂດຍອະນຸຍາດໃຫ້ນັ່ງກິນ-ດື່ມ ໃນສະຖານທີ່ບໍລິການດັ່ງກ່າວໄດ້, ແຕ່ຕ້ອງຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 01 ແມັດ ຂຶ້ນໄປ, ບໍ່ໃຫ້ບໍລິການ ເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ ແລະ ຕ້ອງປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ ແລະ ແນ່ເຊື່ອ ຢ່າງເຂັ້ມງວດ. ໃຫ້ພະແນກ ແລະ ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບອົງການປົກຄອງບ້ານ, ປກສ ແລະ ກອງຫຼອນບ້ານ ຕິດຕາມກວດກາໃນແຕ່ລະວັນ, ຖ້າພົບເຫັນກໍລະນີລະມິດ ຕ້ອງດໍາເນີນມາດຕະການຕາມລະບຽບການ ຢ່າງເຂັ້ມງວດ.

5. ອະນຸຍາດໃຫ້ ເປີດ ບັນດາໂຮງຈັກໂຮງງານ ແລະ ວິສາຫະກິດຕ່າງໆ ຢູ່ນອກເຂດແດງ ແຕ່ຕ້ອງໄດ້ຜ່ານການປະ ເພິ່ນສະຖານທີ່ເຮັດວຽກໃຫ້ມີຄວາມປອດໄພ (ຕາມແບບຟອມປະເມິນ 10 ຂໍ້ ແລະ 35 ຕົວຊີ້ວັດ) ຕາມທີ່ໄດ້ກໍານົດໄວ້ໃນແຈ້ງການຂອງຄະນະສະເພາະກິດ ຂຶ້ນສູນກາງ ເລກທີ 4303/ສພກ, ລົງວັນທີ 17 ກັນຍາ 2021 ແລະ ຕ້ອງໄດ້ເຮັດສັນຍາຮັບປະກັນ ໃນການຈັດຕັ້ງປະຕິບັດມາດຕະການຮັກສາຄວາມປອດໄພ ຂອງສະຖານທີ່ ເຮັດວຽກ, ສະຖານທີ່ພັກເຊົາ ແລະ ມີແຜນຮອງຮັບໃນກໍລະນີມີພະນັກງານ, ກໍາມະກອນຂອງຕົນຕິດເຊື້ອ ແລະ ແຜ່ເຊື້ອ ພະຍາດ ໂຄວິດ19 ໂດຍມີຄວາມຮັບຜິດຊອບຕໍ່ຄ່າໃຊ້ຈ່າຍທີ່ເກີດຂຶ້ນ ເຊັ່ນ: ຄ່າສະຖານທີ່ຈໍາກັດ ບໍລິເວນຜູ້ສໍາຜັດໃກ້ຊິດ, ຄ່າສະຖານທີ່ປິ່ນປົວຜູ້ຕິດເຊື້ອ, ຄ່າກິນຢູ່ພັກເຊົາ, ຄ່າດໍາເນີນມາດຕະການທາງການແພດ ແລະ ອື່ນໆ.

6. ອະນຸຍາດໃຫ້ຈັດກອງປະຊຸມ ແຕ່ບໍ່ໃຫ້ເກີນ 20 ຄົນ/ຄັ້ງ ບໍ່ໃຫ້ຄົນຈາກເຂດ/ບ້ານແດງ ແລະ ຜູ້ສ້າຜັດໃກ້ສິດກັບຜູ້ຕິດເຊື້ອ (CI C2) ເຂົ້າຮ່ວມປະຊຸມ. ກໍລະມີຄວາມຈໍາເປັນ ຕ້ອງໄດ້ຈັດກອງປະຊຸມ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 20 ຄົນຂຶ້ນໄປ ຕ້ອງໄດ້ຂໍອະນຸຍາດຈາກຄະນະສະເພາະກິດ ຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ.

7. ສືບຕໍ່ອະນຸຍາດໃຫ້ນໍາໃຊ້ເຮືອ ເພື່ອໄປຫາປາ ແລະ ທໍາການຜະລິດຢູ່ເກາະດອນຕາມລໍາແມ່ນໍ້າຂອງ ໃນໄລຍະເວລາ ແຕ 06:00 ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງເມືອງ ສົມທົບກັບກໍາລັງ ປກຊ-ປກສ ຢູ່ແຕ່ລະ ພື້ນທີ່ ອອກລະບຽບການຄຸ້ມຄອງ ແລະ ເຄື່ອນໄຫວລາດຕະເວນ ຢ່າງເປັນປົກກະຕິ ໃນແຕ່ລະມື້, ມອບໃຫ້ ອົງການປົກຄອງບ້ານ, ປກສ ກຸ່ມ ແລະກອງຫຼອງບ້ານ ກໍານົດຈໍານວນເຮືອ ແລະ ຕິດຕາມກວດກາ ກ່ອນປ່ອຍ ເຮືອອອກໄປເຄື່ອນໄຫວໃນແຕ່ລະມື້ ໂດຍໃຫ້ມີການບັນທຶກເຮືອ ເຂົ້າ-ອອກ ຢ່າງຄົບຖ້ວນ, ຖ້າພົບເຫັນກໍລະນີລະເມີດ ຕ້ອງດໍາເນີນມາດຕະການຕາມລະບຽບການ ຢ່າງເຂັ້ມງວດ.
8. ສືບຕໍ່ອະນຸຍາດໃຫ້ຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນຄ້າ ສາມາດສົ່ງສິນຄ້າ ເຂົ້າ-ອອກ ນະຄອນຫຼວງວຽງຈັນແຕ່ຕ້ອງໄດ້ຮັບວັກຊິນຄົບໂດສ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແພ່ເຊື້ອ ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ.

9, ສໍາລັບການເຄື່ອນໄຫວຫຼິ້ນກິລາໃນຮົ່ມ, ກາງແຈ້ງ ແລະ ອອກກໍາລັງກາຍຕາມສວນສາທາລະນະ ຢູ່ນອກເຂດ/ບ້ານແດງ ແມ່ນຕ້ອງໄດ້ຜ່ານການປະເມີນສະຖານທີ່ຫຼິ້ນກິລາ ໃຫ້ມີຄວາມປອດໄພ, ຕ້ອງເຮັດສັນຍາຮັບປະກັນ ໃນ ການຈັດຕັ້ງປະຕິບັດມາດຕະການຮັກສາຄວາມປອດໄພ ຂອງະຖານທີ່ຫຼິ້ນກິລາ ແລະ ໃນກໍລະນີ ສະຖານທີ່ຫຼິ້ນ ກິລາດັ່ງກ່າວ ເປັນທີ່ມາຂອງການຕິດເຊື້ອ ແລະ ແພເຊື້ອພະຍາດ ໂຄວິດ19 ເຈົ້າຂອງສະຖານທີ່ ຕ້ອງ ຮັບຜິດຊອບຕໍ່ຄ່າໃຊ້ຈ່າຍຕ່າງໆ ທີ່ເກີດຂຶ້ນ ເຊັ່ນ: ຄ່າສະຖານທີ່ຈໍາກັດບໍລິເວນຜູ້ສໍາຜັດໃກ້ຊິດ, ຄ່າສະຖານທີ່ ປິ່ນປົວຜູ້ຕິດເຊື້ອ, ຄ່າກິນຢູ່ພັກເຊົາ ແລະ ຄໍາດໍາເນີນມາດຕະການທາງການແພດ ແລະ ອື່ນໆ ຈຶ່ງຈະພິຈາລະນາການອະນຸຍາດໃຫ້ເປີດສະຖານທີ່ຫຼິ້ນກິລາໄດ້.