ປິດໂຄງການຄ້ຳສະບຽງອາຫານຕິດພັນກັບການເຮັດກະສິກຳ ແລະບໍລິຫານຊັບພະຍາກອນທຳມະຊາດ

474

ກອງປະຊຸມສະຫຼຸບປິດໂຄງການຄ້ຳສະບຽງອາຫານ ຕິດພັນກັບການເຮັດກະສິກຳ ແລະບໍລິຫານຊັບພະຍາກອນທຳມະຊາດຂອງອົງການອາສະໝັກຍີ່ປຸ່ນປະຈຳລາວ(JVC) ໄດ້ຈັດຂຶ້ນທີ່ສະໂມສອນພະແນກກະສິກຳ-ປ່າໄມ້ແຂວງສະຫວັນນະເຂດໃນວັນທີ 30 ກັນຍາ 2021.


ໂດຍການເປັນປະທານຂອງທ່ານ ຄຳແສງ ສໍພາບມີໄຊ ຮອງຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ ແລະທ່ານ ເຄນອິຈິໂຣະ ອິວະຕະ ຫົວໜ້າອົງການ JVC.ມີພາກສ່ວນຕ່າງໆທີ່ກ່ຽວຂ້ອງຂັ້ນແຂວງ ແລະຂັ້ນສູນກາງທີ່ຮ່ວມປະຊຸມຜ່ານລະບົບກອງປະຊຸມທາງໄກເຂົ້າຮ່ວມນຳ.


ທ່ານ ຫຸມແພງ ແສງຈັນທອງ ຜູ້ປະສານງານອົງການ JVC ໄດ້ຜ່ານບົດສະຫຼຸບຜົນການຈັດຕັ້ງປະຕິບັດກິດຈະກຳໂຄງການຄ້ຳປະກັນສະບຽງອາຫານ ຕິດພັນກັບການເຮັດກະສິກຳ ແລະບໍລິຫານຊັບພະຍາກອນທຳມະຊາດວ່າ: ໂຄງການ ເລີ່ມແຕ່ເດືອນເມສາ 2018 ຫາເດືອນມີນາ 2021 ໂດຍໄດ້ຈັດຕັ້ງປະຕິບັດໂຄງການໃນເມືອງພີນ ແລະເມືອງອາດສະພັງທອງ ມີບ້ານເປົ້າໝາຍທັງໝົດ 10 ບ້ານຄື: ເມືອງພີນ 5 ບ້ານ(ແກ້ງໄຊ, ປະເຊັຍ, ຍາງ, ຫ້ວຍສິງ, ອາລານ) ແລະເມືອງອາດສະພັງທອງ 5 ບ້ານ(ໂພນຜາງ, ຫ້ວຍ, ນາໄລ່ໂຄກ, ນາໄລ່ດົງ, ໂນນຮັງ).


ຈຸດປະສົງລວມຂອງໂຄງການແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊາວບ້ານເປົ້າໝາຍ ເພື່ອຮັບປະກັນທາງດ້ານສະບຽງອາຫານ ແລະສ້າງຄວາມອາດສາມາດໃຫ້ແກ່ຄູ່ຮ່ວມງານພາກລັດໃນການຈັດຕັ້ງປະຕິບັດ ແລະຄຸ້ມຄອງກິດຈະກຳ, ມີງົບປະມານໂຄງການທັງໝົດ 482.000 ໂດລາສະຫະລັດ.

ໃນໄລຍະຜ່ານມາ, ທາງໂຄງການໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດກິດຈະກຳຕ່າງໆໃນບັນດາບ້ານເປົ້າໝາຍຂອງໂຄງການ; ໃນນີ້ ໄດ້ຈັດຕັ້ງທະນາຄານງົວ ມີ 24 ໂຕ 12 ຄອບຄົວ, ທະນາຄານແບ້ ມີ 29 ໂຕ 9 ຄອບຄົວ, ໜອງປາລວມ 3 ໜອງ, ກອງທຶນຢາວັກຊິນສັດ 9 ຊຸດ, ສົ່ງເສີມການປູກຫວາຍ 106 ຄອບຄົວ, ໄມ້ໃຫ້ໝາກ 32 ຄອບຄົວ, ປັບປຸງຜົນຜະລິດເຂົ້າ 631 ຄອບຄົວ, ສວນຄົວລະດູແລ້ງ 561 ຄອບຄົວ, ປູກເຫັດ 40 ຄອບຄົວ, ສ້າງອ່າງນ້ຳ 2 ອ່າງ, ເຈາະນ້ຳບາດານ 12 ບໍ່, ນ້ຳສ້າງ 14 ບໍ່, ເຜີຍແຜ່ ແລະແຈກຢາຍປະຕິທິນກົດໝາຍໃຫ້ຈຳນວນ 1.525 ຄົນ, ສ້າງແຜນທີ່ບ້ານ 10 ບ້ານ, ສ້າງວັງສະຫງວນ 4 ແຫ່ງ, ປ່າໄມ້ຊຸມຊົນ 2 ແຫ່ງ ມີ 90,8 ເຮັກຕາ, ສ້າງອາສາສະໝັກເຜີຍແຜ່ບົດບາດຍິງ-ຊາຍ 80 ຄົນ, ສ້າງອາຄານໂຮງຮຽນຊາວນາ 2 ຫຼັງ, ໄດ້ຈັດຕັ້ງທະນາຄານເຂົ້າ 44 ແຫ່ງ ມີ 42 ໂຕນ, ສຳລັບການນຳໃຊ້ງົບປະມານແມ່ນປະຕິບັດໄດ້ 100%.

ໃນພິທີ ໄດ້ມີການມອບໃບຍ້ອງຍໍຂອງທ່ານເຈົ້າແຂວງສະຫວັນນະເຂດ ໃຫ້ຫົວໜ້າອົງການ JVC ພ້ອມຄະນະຈຳນວນ 3 ທ່ານ. ຈາກນັ້ນ ໄດ້ມີພິທີມອບຊັບສົມບັດຂອງອົງການ JVC ໃຫ້ແກ່ພະແນກກະສິກຳ-ປ່າໄມ້ແຂວງ ເປັນຜູ້ຄຸ້ມຄອງນຳໃຊ້ຕໍ່ໄປ ພາຍຫຼັງສິ້ນສຸດໂຄງການ ຊຶ່ງປະກອບມີ ລົດກະບະອີຊູຊຸ 1 ຄັນ, ລົດຈັກ 8 ຄັນ ແລະ ອຸປະກອນເຄື່ອງໃຊ້ຫ້ອງການອີກຈຳນວນໜຶ່ງ.