ລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນຢູ່ຕ່າງແຂວງ ສະຫວັນນະເຂດ 32 ຄົນ, ໄຊສົມບູນ 28 ຄົນ

427

ຂໍ້ມູນໂດຍຫຍໍ້ກ່ຽວກັບຜູ້ຕິດເຊືື້ອໃໝ່ໃນຊຸມຊົນມີຈໍານວນ 296 ຄົນທີ 3 ຕຸລາ 2021
ໃນ ນະຄອນຫຼວງ 150 ຄົນ ລາຍງານໄປແລ້ວ, ແລະ ບັນດາຕ່າງແຂວງ ມີ 146 ຄົນ ດັ່ງນີ້

1 ສະຫວັນນະເຂດ 32 ຄົນ ເມືອງອຸທຸມພອນ ມີ 24 ກໍລະນີ ບ້ານສີບຸນເຮືອງ, ພິນເໜຶອ, ມະນີວົງໄຊ, ວົງພັນສີ , ອຸດົມມີໄຊ, ເຊໂນ, ໄຊສົມບູນ ແລະ ໄຊຍະມຸງຄຸນ;
ນະຄອນໄກສອນ ມີ 07 ກໍລະນີ (ບ້ານນາແກ; ບ້ານໜອງເດີ່ນ; ບ້ານໂພໄຊ ແລະ ບ້ານວຽງສະຫວັນ), ເມືອງໄຊບູລີ ມີ 01 ກໍລະນີ ບ້ານນາແດງ
2 ຫຼວງພະບາງ 31 ຄົນ ເມືອງງອຍ ມີ 20 ກໍລະນີ ປະກອບມີ ບ້ານໜອງຂຽວ, ບ້ານປາກບາກ, ບ້ານປາກຈິມ, ບ້ານຫາດຮວນ, ບ້ານໂພນໄຊ ແລະ ບ້ານໃໝ່
ເມືອງຊຽງເງີນ ມີ 06 ກໍລະນີ ບ້ານປາກຂັນ ແລະ ບ້ານຊຽງເງີນ, ເມືອງນໍ້າບາກ ມີ 05 ຄົນ ບ້ານນະຄອນ, ນະຄອນຫລວງພະບາງ ມີ 02 ຄົນ ບ້ານຜາສຸກ

3 ໄຊສົມບູນ 28 ຄົນ ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ ທີ່ມາຮ່ວມເຮືອນດີ ຢູ່ບ້ານນໍ້າຄຸ້ມ
ບ້ານທ່າເຮືອ, ບ້ານນໍ້າຄຸຍ, ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ ທີ່ມາເຮືອນດີ ຢູ່ບ້ານຖໍ້າດິນ
4 ຈຳປາສັກ 19 ຄົນ

5 ແຂວງວຽງຈັນ 17 ຄົນ ເມືອງວັງວຽງ ມີ 13 ກໍລະນີ, ບ້ານຫ້ວຍແຍ່, ບ້ານພູດິນແດງ ແລະ ບ້ານຜາທອງ, ບ້ານນໍ້າພາວ, ບ້ານນາມອນ, ບ້ານໂຊກໄຊ ແລະ ບ້ານໂພນສະຫວາດ, ເມືອງໂພນໂຮງ ມີ 1 ກໍລະນີ, ບ້ານໂພນຫໍ ກ່ຽວພັນກັບເຮືອນດີ ຢູ່ບ້ານໂພນຫໍ, ເມືອງທຸລະຄົນ ມີ 1 ກໍລະນີ ບ້ານເກີນໃຕ້ ປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ ທີ່ເຮັດວຽກຢູ່ໂຮງງານທີໂອລາວ.
ເມືອງຫີນເຫີບ ມີ 1 ກໍລະນີ ບ້ານຫິນຕິດ ຊື່ງໄດ້ສໍາຜັດໃກ້ຊິດກັບຄົນຕິດເຊື້ອມາຈາກນະຄອນຫລວງວຽງຈັນ ທີ່ມາຮ່ວມງານໝັ້ນ ຢູ່ບ້ານຫິນຕິດ; ເມືອງແກ້ວອຸດົມ ມີ 01 ກໍລະນີ (ບ້ານພູເຂົາຄໍາ) ຊື່ງສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄປເຮືອນດີ ຢູ່ບ້ານໂພນຫໍ.

6 ບໍ່ແກ້ວ 7 ຄົນ ກໍາມະກອນກໍ່ສ້າງສະໜາມບິນເຂດພິເສດ ແລະ 1 ຄົນ ຈາກບ້ານດອນມູນ ເມືອງຕົ້ນເຜີ້ງ.
7 ບໍລິຄຳໄຊ 5 ຄົນ ບ້ານ ຫ້ວຍໄຮ, ບ້ານ ທົງນາມີ ແລະ ບ້ານ ຫ້ວຍຄູນ
8 ຄຳມ່ວນ 4 ຄົນ ເມືອງທ່າແຂກ ໃນນັ້ນມີພະນັກງານຕໍາຫຼວດເມືອງ 2 ຄົນ
9 ຫຼວງນ້ຳທາ 3 ຄົນ ຊື່ງທັງໝົດສັນຊາດຈີນ ແລະ ເຂົ້າມາເຂດສາມຫຼ່ຽມຄໍາ.