ສິດ ແລະ ໜ້າທີ່ຂອງ ພະແນກສຶກສາທິການ ແລະ ກີລາ ແຂວງ, ນະຄອນຫຼວງ

515

ມື້ນີ້ທີມງານໜັງສືພິມເສດຖະກິດ-ການຄ້າ ໄດ້ນໍາເອົາກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ສະບັບປັບປຸງ ໂດຍມີເຖິງ 112 ມາດຕາ ທີ່ຫາກໍນໍາເອົາມາປະກາດນໍາໃຊ້ຢ່າງເປັນທາງການເມື່ອບໍ່ດົນນີ້ ເຊິ່ງມື້ນີ້ຈະມາແນະນໍາມາດຕາທີ່ໜ້າສົນໃຈຄື ສິດ ແລະ ໜ້າທີ່ ພະແນກສຶກສາທິການ ແລະ ກີລາ ແຂວງ, ນະຄອນຫຼວງ ມີດັ່ງນີ້:
ພາກທີ VII ການຄຸ້ມຄອງ ແລະ ການກວດກາວຽກງານກີລາ-ກາຍຍະກໍາ
+ມາດຕາ 98 (ປັບປຸງ) ສິດ ແລະ ຫນ້າທີ່ ຂອງພະແນກສຶກສາທິການ ແລະ ກີລາ ແຂວງ, ນະຄອນຫຼວງ
ໃນການຄຸ້ມຄອງວຽກງານກີລາ-ກາຍຍະກໍາ ພະແນກສຶກສາທິການ ແລະ ກີລາ ແຂວງ, ນະຄອນຫຼວງ ມີ ສິດ ແລະ ຫນ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ກົດຫມາຍ ແລະ ລະບຽບການ ກ່ຽວກັບ ການຄຸ້ມຄອງ ແລະ ພັດທະນາກີລາ-ກາຍຍະກໍາ;
2. ຄົ້ນຄ້ວາ, ວາງແຜນການ, ໂຄງການພັດທະນາກີລາ-ກາຍຍະກໍາ ພາຍໃນແຂວງ, ນະ ຄອນຫຼວງ ເພື່ອສະເຫນີຂັ້ນເທິງຂອງຕົນອະນຸຍາດ ແລ້ວຈັດຕັ້ງປະຕິບັດ;
3. ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າສະເຫນີສ້າງຕັ້ງ, ປັບປຸງ ຫຼື ຍຸບເລີກສະມາ ຄົມກີລາ-ກາຍຍະກໍາ ເພື່ອໃຫ້ຂັ້ນເທິງພິຈາລະນາ;
4. ອະນຸຍາດສ້າງຕັ້ງ, ປັບປຸງ ຫຼື ຍຸບເລີກ ສະຫະພັນກີລາ, ສະໂມສອນກີລາ-ກາຍຍະ ກໍາ ພາຍໃນແຂວງ, ນະຄອນຫຼວງ;
5. ສະເຫນີແຕ່ງຕັ້ງ, ສັບຊ້ອນ, ຍົກຍ້າຍ, ປະຕິບັດນະໂຍບາຍ ແລະ ລົງວິໄນ ຕໍ່ພະນັກງານ ລັດຖະກອນ, ບຸກຄະລາກອນ ແລະ ນັກກີລາ-ກາຍຍະກໍາ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຫຼື ສະເຫນີຕໍ່ຂັ້ນ ເທິງພິຈາລະນາ;

6. ຊີ້ນໍາ, ແນະນໍາ, ເຜີຍແຜ່ ວິຊາການກີລາ-ກາຍຍະກໍາ ໃຫ້ແກ່ຫ້ອງການສຶກສາທິການ ແລະ ກີລາ ເມືອງ, ເທດສະບານ, ນະຄອນ, ຮາກຖານ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ;
7. ປະສານສົມທົບພາກສ່ວນທີ່ກ່ຽວຂ້ອງ ໃນການຄັດເລືອກ, ຝຶກແອບ, ຝຶກຊ້ອມ, ທົດ ສອບ, ສ້າງ, ບໍາລຸງດ້ານວິຊາການໃຫ້ແກ່ນັກກີລາ, ບຸກຄະລາກອນກີລາ-ກາຍຍະກໍາ ພ້ອມທັງຈັດການແຂ່ງຂັນ ແລະ ເຂົ້າຮ່ວມການແຂ່ງຂັນລະດັບຕ່າງໆ;
8. ຮຽກໂຮມປະຊຸມ ແລະ ເຂົ້າຮ່ວມປະຊຸມ ກ່ຽວກັບວຽກງານກີລາ-ກາຍຍະກໍາ ໃນທ້ອງຖິ່ນ ຂອງຕົ້ນ;
9. ຄຸ້ມຄອງ, ພັດທະນາ, ນໍາໃຊ້ ໂຄງລ່າງພື້ນຖານ, ພາຫະນະ, ວັດຖຸປະກອນ, ງົບປະມານ ຂອງກີລາ-ກາຍຍະກໍາໃຫ້ມີປະສິດທິຜົນ;
10. ສະເຫນີສ້າງຕັ້ງຫນ່ວຍງານຮັບຜິດຊອບຄຸ້ມຄອງສະຫນາມກີລາ-ກາຍຍະກໍາ;

11. ລະດົມການສະຫນັບສະຫນູນທຶນຮອນຈາກສັງຄົມ ເພື່ອພັດທະນາກີລາ-ກາຍຍະກໍາ ໃນ ທ້ອງຖິ່ນຂອງຕົນ;
12. ພົວພັນຮ່ວມມືກັບຕ່າງປະເທດ ກ່ຽວກັບວຽກງານກີລາ-ກາຍຍະກໍາ ຕາມການມອບ ຫມາຍຂອງຂັ້ນເທິງ;
13. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານກີລາ-ກາຍຍະກໍາ ໃຫ້ກະຊວງສຶກສາທິ ການ ແລະ ກີລາ ເເລະ ອົງການປົກຄອງແຂວງ, ນະຄອນຫຼວງ ຢ່າງເປັນປົກກະຕິ;
14. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ.