ລາຍລະອຽດຜູ້ເສຍຊີວິດ 2 ກໍລະນີ 3 ຕຸລາ 2021

519

ຕາມການລາຍງານຂອງຄະນະສະເພາະກິດໃຫ້ຮູ້ວ່າ ວັນທີ 3 ຕຸລາ 2021 ພົບຜູ້ຕິດເຊື້ອໂຄວິດໃໝ່ 301 ຄົນດ ຊຸມຊົນ 296 ຄົນ ແລະ ເສສຍຊີວິດເພີ່ມ 2 ກໍລະນີ ເຮັດໃຫ້ຍອດຜູ້ເສຍຊີວິດສະສົມຢູ່ທີ່ 22 ກໍລະນີ ເຊິ່ງມີລາຍລະອຽດດັ່ງນີ້
ຂໍ້ມູນສຳລັບຄົນເຈັບທີ່ເສຍຊີວິດໃໝ່ 2 ຄົນ, ລາຍລະອຽດ ດ່ັງນີ້:

ຜູ້ທີ 1 ເພດຍິງ, ອາຍຸ 48 ປີ, ອາຊີບ ຊາວນາ, ບ້ານໜອງບັກແຮດ ເມືອງປະທຸມພອນ, ແຂວງຈຳປາສັກ. ຜູ້ກ່ຽວມີພະຍາດປະຈຳໂຕ ຄື ຄວາມດັນເລືອດສູງ ແລະ ຫອບຫືດ. ຜ່ານມາ ບໍ່ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19.
ຜູ້ກ່ຽວມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ເປັນເພື່ອນບ້ານ. ໃນວັນທີ 15 ກັນຍາ 2021 ໄດ້ເກັບຕົວຢ່າງກວດຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19 ໃນວັນທີ 16 ກັນຍາ 2021. ວັນທີ 17 ກັນຍາ 2021 ຜູ້ກ່ຽວຖືກນຳສົ່ງເຂົ້ານອນຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ ແລະ ບໍ່ມີອາການສະແດງ.

ໃນໄລຍະປິ່ນປົວ ອາການຂອງຜູ້ກ່ຽວຊຸດໂຊມລົງເລື້ອຍໆ ຈົນມາຮອດເວລາ 5 ໂມງເຊົ້າ ວັນທີ 27 ກັນຍາ 2021 ຜູ້ກ່ຽວໄດ້ເສຍຊີວິດລົງ.

ຜູ້ທີ 2 ເພດຊາຍ, ອາຍຸ 84 ປີ, ອາຊີບ: ຜູ້ເຖົ້າ, ບ້ານນາມອນ, ເມືອງວັງວຽງ, ແຂວງວຽງຈັນ. ຜູ້ກ່ຽວມີປະຫວັດເປັນພະຍາດອັກເສບປອດເກືອບ 1 ປີ. ຜ່ານມາ ບໍ່ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19. ວັນທີ 27 ກັນຍາ 2021 ຜູ້ກ່ຽວມີອາການໄອ ແລະ ຫາຍໃຈຝຶດ ຈຶ່ງໄດ້ໄປກວດຢູ່ໂຮງໝໍ 108 ແລະ ນອນປິ່ນປົວ 4 ມື້ ແຕ່ອາການບໍ່ດີຂຶ້ນ ຈຶ່ງນຳສົ່ງມາປິ່ນປົວຢູ່ໂຮງໝໍເມືອງວັງວຽງ.

ວັນທີ 1 ຕຸລາ 2021 ແພດໄດ້ເກັບຕົວຢ່າງກວດຫາເຊື້ອ. ມາຮອດເວລາ 7 ໂມງເຊົ້າຂອງວັນທີ 2 ຕຸລາ 2021 ຄົນເຈັບມີອາການຊຸດໂຊມລົງກະທັນຫັນ ແລະ ເສຍຊີວິດລົງ ໃນເວລາ 8 ໂມງເຊົ້າ. ວັນທີ 3 ຕຸລາ 2021 ຜົນກວດອອກມາວ່າ ພົບເຊື້ອ ໂຄວິດ-19.