ເສົ້າອີກແລ້ວ ພົບຜູ້ເສຍຊີວິດຈາກໂຄວິດ19 ເພີ່ມ 2 ກໍລະນີ, ໃນຜູ້ຕິດເຊື້ອໂຄວິດທັງໝົດມື້ນີ້ 301 ຄົນ

1907

ຍັງຄົງເປັນສະຖານະການທີ່ບໍ່ດີຂຶ້ນ ສໍາລັບຜູ້ຕິດເຊື້ອໂຄວິດ19 ໃນລາວ ອັບເດດມື້ນີ້ພົບຜູ້ຕິດເຊື້ອໂຄວິດ 19 ທັງໝົດ 301 ຄົນ, ນໍາເຂົ້າ 5 ຄົນ, ຊຸມຊົນ 296 ຄົນ ໃນນັ້ນຍັງຄົງເປັນນະຄອນຫຼວງວຽງຈັນຫຼາຍກ່ອນໝູ່ 150 ຄົນ, ຮອງລົງມາແມນສະຫວັນນະເຂດ 32 ຄົນ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງສະພາບການລະບາດຂອງພະຍາດໂຄວິດ19 ປະຈໍາວັນທີ 3 ຕຸລາ 2021 ວ່າ ມາຮອດມື້ນີ້ ພວກເຮົາໄດ້ກວດວິເຄາະຫາເຊື້ອທັງໝົດ 5.264 ຄົນ, ພົບຜູ້ຕິດເຊື້ອໃໝ່ທັງໝົດ 301 ຄົນ, ນໍ້າເຂົ້າ 5 ຄົນ ຈາກນະຄອນຫຼວງວຽງຈັນ 3 ຄົນ ແລະ ສະຫວັນນະເຂດ 2 ຄົນ

ຕິດເຊື້ອໃນຊຸມຊົນ 296 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 150 ຄົນ, ສະຫວັນນະເຂດ 32 ຄົນ, ຫຼວງພະບາງ 31 ຄົນ, ໄຊສົມບູນ 28 ຄົນ, ຈໍາປາສັກ 19 ຄົນ, ແຂວງວຽງຈັນ 17 ຄົນ, ບໍ່ແກ້ວ 7 ຄົນ, ບໍລິຄໍາໄຊ 5 ຄົນ, ຄໍາມ່ວນ 4 ຄົນ ແລະ ຫຼວງນໍ້າທາ 3 ຄົນ

ເສຍຊີວິດເພີ່ມ 2 ກໍລະນີ

ມາຮອດມື້ນີ້ຍອດຜູ້ຕິດເຊື້ອສະສົມມີ 25.217 ຄົນ, ເສຍຊີວິດສະສົມ 22 ຄົນ (ໃໝ່ 2 ຄົນ)