ຍັງສືບຕໍ່ເດີ້! ນະຄອນຫຼວງວຽງຈັນ1-15 ຕຸລາຕ້ອງປະຕິບັດ 14 ຂໍ້ນີ້

620

ເນື່ອງຈາກສະຖານະການແຜ່ລະບາດຂອງໂຄວິດ19 ຢູ່ນະຄອນຫຼວງວຽງຈັນແມ່ນບໍ່ມີທ່າທີວ່າຈະດີຂຶ້ນເລີຍ ແລະ ມີຜູ້ຕິດເຊື້ອໃນແຕ່ລະວັນແມ່ນສູງຫຼາຍຕະຫຼອດໄລຍະເວລາ 2 ອາທິດຜ່ານມາ ແຕ່ເພື່ອເງື່ອນໄຂໃນການພັດທະນາເສດຖະກິດ-ສັງຄົມໃນເງື່ອນໄຂໂຄວິດ-19 ນະຄອນຫຼວງວຽງຈັນຈະໄດ້ສຸມໃສ່ນໍາໃຊ້ບົດຮຽນຂອງຕ່າງປະເທດ, ເພື່ອນມິດສາກົນ ແລະ ຮັບຟັງຄໍາເຫັນຂອງປະຊາຊົນ ໃນແງ່ມຸມຕ່າງໆ ເພື່ອພິຈາລະນາວ່າ: ພວກເຮົາຕ້ອງພະຍາຍາມສຸດຄວາມສາມາດ ເພື່ອໃຫ້ມີຄວາມສົມດຸນ ແລະ ກົມກຽວກັນ ລະຫວ່າງມາດຕະການດ້ານ ການແພດ, ດ້ານບໍລິຫານ ແລະ ດ້ານເສດຖະກິດ ກໍ່ຄືບັນດາມາດຕະການຕ່າງໆ ທີ່ຄະນະສະເພາະກິດວາງອອກ ເພື່ອ ຮັບປະກັນໄດ້ຄາດຫມາຍປ້ອງກັນພະຍາດ ໂຄວິດ-19, ພ້ອມກັນນັ້ນ ກໍ່ຕ້ອງໄດ້ຄໍານຶງເຖິງຜົນກະທົບທາງລົບ ຕໍ່ການພັດທະນາເສດຖະກິດ ແລະ ການດໍາລົງຊີວິດຂອງປະຊາຊົນ.

ບົນພື້ນຖານນັ້ນ, ອົງການປົກຄອງນະຄອນຫຼວງວຽງຈັນ ຈະໄດ້ຄົ້ນຄວ້າຜັນຂະຫຍາຍ ແລະ ຫັນເປັນແຜນປະຕິບັດຕົວຈິງໃຫ້ເປັນອັນລະອຽດໃນແຕ່ລະຂົງເຂດ, ແຕ່ລະທ້ອງຖິ່ນໃຫ້ສອດຄ່ອງກັບສະພາບຈຸດພິເສດ ຂອງນະຄອນຫຼວງວຽງຈັນ ໂດຍນັບແຕ່ນີ້ຮອດວັນທີ 15 ຕຸລາ 2021ແມ່ນ ປະຊາຊົນທົ່ວນະຄອນຫຼວງປະຕິບັດມາດຕະການຕ່າງໆດັ່ງນີ້:

1. ໃຫ້ຄະນະຮັບຜິດຊອບການໃຫ້ວັກຊີນກັນພະຍາດ ໂຄວິດ-19 ຂອງນະຄອນຫຼວງ ຮີບຮ້ອນຂຶ້ນແຜນການແຈກຢາຍ ແລະ ໃຫ້ວັກຊິນໃຫ້ບັນດາກຸ່ມເປົ້າຫມາຍ (ປະຊາຊົນ-ຊັ້ນຄົນຕ່າງໆ) ຢ່າງທົ່ວເຖິງ ຕາມແຜນການ ແລະ ຄາດຫມາຍທີ່ວາງໄວ້ ໃຫ້ສໍາເລັດພາຍໃນເດືອນຕຸລາ 2021, ພ້ອມທັງ ຮັບປະກັນບໍ່ໃຫ້ວັກຊິນເສຍຫາຍ ຫຼື ເສື່ອມຄຸນຢ່າງເດັດຂາດ. ພ້ອມກັນນັ້ນ ກໍ່ໃຫ້ສ້າງກົນໄກທີ່ຄ່ອງຕົວຮ່ວມກັບຂະແຫນງສາທາລະນະສຸກຂັ້ນສູນກາງ ແລະ ອົງການປົກຄອງເມືອງ ຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນໍາເອົາຜູ້ສໍາຜັດໃກ້ຊິດ ມາກວດຫາເຊື້ອແລະ ຈໍາກັດບໍລິເວນ ໃຫ້ຖືກຕ້ອງ ຕາມຫຼັກວິຊາການກ່ຽວຂ້ອງ.

2. ໃຫ້ກອງບັນຊາການ ປກສ, ພະແນກໂຍທາທິການ ແລະ ຂົນສົ່ງ, ກອງຄຸ້ມຄອງພາສີ 5 ແລະ ຄະນະຄຸ້ມຄອງຜ່ານສາກົນຂົວມິດຕະພາບ ລາວ-ໄທ 1 ນະຄອນຫຼວງວຽງຈັນ ສືບຕໍ່ ປິດດ່ານບ້ານໂດນ ເມືອງປາກງື່ມ, ດ່ານທ່າ ເດືອ ເມືອງຫາດຊາຍຟອງ, ດ້ານຫນອງດາ ເມືອງສີໂຄດຕະບອງ, ດ້ານໂຄກແຫ້ ເມືອງສັງທອງ ຢ່າງເຂັ້ມງວດ. ສໍາລັບ ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ແມ່ນປິດການອະນຸຍາດເດິນທາງ ເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນສູນກາງ; ສ່ວນລົດຂົນສົ່ງສິນຄ້າ ໃຫ້ປະຕິບັດຕາມ ມາດຕະການທີ່ລະບຸໄວ້ໃນແຈ້ງການ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021 ຢ່າງເຂັ້ມງວດ, ສໍາລັບ ຜູ້ຂັບລົດ ຕ້ອງໄດ້ຮັບວັກຊີນຄົບໂດສ.

3. ໃຫ້ຫນ່ວຍງານຄຸ້ມຄອງສູນຈໍາກັດບໍລິເວນ ເພີ່ມມາດຕະການຕາມໂຮງແຮມຕ່າງໆ ທີ່ໄດ້ຮັບອະນຸຍາດ ເພື່ອສ້າງເປັນສະຖານທີ່ຈໍາກັດບໍລິເວນຢູ່ນະຄອນຫລວງວຽງຈັນ ດ້ວຍການນໍາໃຊ້ມາດຕະການທາງການແພດ, ການຕິດຕາມ, ການປ້ອງກັນສະຖານທີ່ດັ່ງກ່າວຢ່າງເຂັ້ມງວດ ແລະ ເດັດຂາດ
4. ໃຫ້ອົງການປົກຄອງເມືອງ ສືບຕໍ່ປິດກິດຈະການຮ້ານບັນເທິງ, ຮ້ານຄາຣາໂອເກະ, ຮ້ານນວດ, ຮ້ານສະປາ,ໂຮງສາຍຮູບເງົາ, ຮ້ານກິນດື່ມ (ລວມທັງຮ້ານປະເພດປີ້ງຕ່າງໆ ທີ່ມີການບໍລິການເຄຶ່ອງດື່ມທີ່ມີທາດເຫຼົ້າ), ສວນອາຫານ, ສະຖານທີ່ທ່ອງທ່ຽວ, ຕະຫຼາດກາງຄືນ, ຮ້ານເສີມຄວາມງາມ, ຮ້ານອິນເຕີເນັດຄາເຟ, ຮ້ານ ສະນຸກເກີ, ກາຊິໂນ ແລະ ຮ້ານເກມທຸກປະເພດ ທົ່ວນະຄອນຫຼວງວຽງຈັນ, ໃຫ້ພະແນກຖະແຫຼງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ, ພະແນກອຸດສາຫະກໍາ ແລະ ການຄ້າ, ພະແນກເຕັກໂນໂລຊີ ແລະ ການສື່ສານ ຮ່ວມ ກັບເມືອງ, ບ້ານ ແລະ ກອງບັນຊາການ ປກສ ເຮັດຫນ້າທີ່ຕິດຕາມກວດກາ ເປັນປົກກະຕິໃນແຕ່ລະວັນ, ຖ້າພົບ ເຫັນການລະເມີດ ແມ່ນໃຫ້ປະຕິບັດມາດຕະການ ຖອນໃບອະນຸຍາດດໍາເນີນກິດຈະການ, ບໍ່ອະນຸຍາດໃຫ້ມີ ການສຶກສາອົບຮົມຕັກເຕືອນຕື່ມອີກ ເນື່ອງຈາກເປັນມາດຕະການຈັດຕັ້ງປະຕິບັດມາຢ່າງຕໍ່ເນື່ອງ ແລະ ໃຫ້ດໍາເນີນການຕາມກົດຫມາຍ ຢ່າງເຂັ້ມງວດ.

5. ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ສົມທົບກັບ ອົງການປົກຄອງເມືອງສຶບຕໍ່ປິດ ບັນດາໂຮງງານອຸດສາຫະກໍາ, ກິດຈະການ, ກິດຈະກໍາ ແລະ ບັນດາວິສາຫະກິດ ຢູ່ເຂດທີ່ມີການລະບາດພາຍໃນໂຮງງານ ແລະ ໃນຊຸມຊົນຊ້ທີ່ຖືກກໍານົດເປັນເຂຕແດງ, ໂດຍແຈ້ງໃຫ້ກະກຽມປິດພາຍໃນ 1 ວັນ ພາຍຫລັງທີ່ເຂດ ຫລື ໂຮງງານດັ່ງກ່າວ ຖືກກໍານົດເປັນເຂດແດງ ແລະ ໃຫ້ອົງການປົກຄອງເມືອງ ແລະ ບ້ານທີ່ກ່ຽວຂ້ອງ ເຂົ້າຄວບຄຸມ ເພື່ອຕັ້ງຈຸດກວດກາເປັນເຂດຫ້າມ (ເຂດແດງ), ຍົກເວັ້ນ ໂຮງງານທີ່ໄດ້ຜ່ານການປະເມີນຄວາມສ່ຽງ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ ແລະ ອຸປະກອນການແພດ, ແຕ່ໃຫ້ມີການຄຸ້ມຄອງ ແລະ ເຮັດສັນຍາຮັບປະກັນໃຫ້ປະຕິບັດ ຕາມມາດຕະການທີ່ ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ, ໂຮງງານໃດບໍ່ໃຫ້ການຮ່ວມມື ແລະ ບໍ່ປະຕິບັດຕົວຈິງ ຕໍ່ມາດ ຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ແມ່ນໃຫ້ ປິດ ຊົ່ວຄາວກ່ອນແລ້ວຈຶ່ງປະເມີນຄວາມສ່ຽງ ແລະ ພິຈາລະນາໃຫ້ເປີດຄືນ.

6. ການເດີນທາງ ໄປ-ມາ ພາຍໃນນະຄອນຫຼວງວຽງຈັນ ແມ່ນໃຫ້ ປກສ ກຸ່ມບ້ານ, ອົງການປົກຄອງບ້ານ, ຫົວຫນ່ວຍ 10 ຫລັງຄາເຮືອນ ຈັດຕັ້ງຈຸດກວດກາເວນຍາມ ລາດຕະເວນ 24 ຊົ່ວໂມງ ຫ້າມ ບຸກຄົນອອກຈາກ ບໍລິເວນເຮືອນ, ປີດ ທາງຮ່ອມ, ທາງຊອຍ ຂອງເຂດ/ບ້ານແດງ ລວມທັງໃຫ້ ປິດ ບັນດາໂຮງຈັກ, ໂຮງງານ, ກິດຈະການ, ກິດຈະກໍາຕ່າງໆ, ປິດ ສໍານັກງານອົງການ, ຫ້າມ ຈັດກິດຈະກໍາການປະຊມ, ຫ້າມ ໃຊ້ບໍລິການ ໃນຮ້ານອາຫານ ໃຫ້ມີແຕ່ການສ້ງຊື່ ແລະ ຈັດສົ່ງສະເພາະ ຕາມທີ່ກໍານົດໄວ້ໃນຂໍ້ 2 ຂອງແຈ້ງການສະບັບນີ້ ແລະ ແຈ້ງການຂອງກະຊວງສາທາລະນະສຸກ ພ້ອມກັນ ນັ້ນ ກໍ່ໃຫ້ດໍາເນີນມາດຕະການທາງການແພດ ຢ່າງເຄັ່ງຄັດ ເຊັ່ນ: ອະນາໄມຂ້າເຊື້ອ, ກໍາຈັດຂີ້ເຫຍື້ອ ແລະອື່ນໆ ທີ່ຈໍາເປັນຂອງວຽກງານການແພດ.

7. ໃຫ້ກອງບັນຊາການ ປກສ ຕັ້ງຈຸດກວດກາ ແລະ ເຄື່ອນໄຫວລາດຕະເວນ ຫ້າມຄົນນະຄອນຫຼວງວຽງຈັນເດີນທາງອອກໄປເຂດ, ແຂວງທີ່ມີການລະບາດໃນຊຸມຊົນ ແລະ ຫ້າມ ຄົນທີ່ມາຈາກເຂດແຂວງ ທີ່ມີການ ລະບາດໃນຊຸມຊົນ ເດີນທາງເຂົ້າມານະຄອນຫຼວງວຽງຈັນ, ຖ້າຈໍາເປັນເຂົ້າມາ ຕ້ອງໄດ້ຈໍາກັດບໍລິເວນຕົນເອງ 14 ວັນ ແລະ ຮັບຜິດຊອບຄ່າໃຊ້ຈ່າຍເອົາເອງ, ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ, ແຂວງກ່ຽວຂ້ອງ ແລະ ການຂົນສົ່ງສິນຄ້າ.
8. ໃຫ້ອົງການປົກຄອງເມືອງ ສືບຕໍ່ປີດ ສູນກິລາໃນຮົມ ແລະ ກາງແຈ້ງທຸກປະເພດ ລວມທັງ ຫ້າມ ຈັດການແຂ່ງຂັນກິລາທຸກປະເພດ ແລະ ຫ້າມອອກກໍາລັງກາຍຕາມສວນສາທາລະນະຕ່າງໆ ຢູ່ເຂດທີ່ມີການລະບາດໃນຊຸມຊົນ (ເຂດແດງ) ທີ່ຄະນະສະເພາະກິດກໍານົດອອກໃນແຕ່ລະໄລຍະ, ໃຫ້ພະແນກ ແລະ ຫ້ອງການສຶກສາທິການ ແລະ ກິລາ ຮ່ວມກັບເມືອງ, ບ້ານ, ກອງບັນຊາການ ປກສ ແລະ ພາກສ່ວນຮັບຜິດຊອບຄຸ້ມຄອງສວນສາທາລະນະ ກ່ຽວຂ້ອງ ຕິດຕາມກວດກາໃນແຕ່ລະວັນ, ຖ້າພົບເຫັນມີການລະເມີດ ແມ່ນໃຫ້ຖອນໃບອະນຸຍາດດໍາເນີນ ກິດຈະການ ແລະ ປະຕິບັດມາດຕະການຕໍ່ຜູ້ລະເມີດ ຢ່າງເຂັ້ມງວດ, ບໍ່ອະນຸຍາດໃຫ້ມີການສຶກສາອົບຮົມຕັກເຕືອນຕື່ມອີກ ເນື່ອງຈາກເປັນມາດຕະການຈັດຕັ້ງປະຕິບັດຜ່ານມາຢ່າງຕໍ່ເນື່ອງ.

9. ໃຫ້ເຈົ້າຫນ້າທີ່ ປກສ ຮ່ວມກັບອົງການປົກຄອງບ້ານ ເຄື່ອນໄຫວລາດຕະເວນຕິດຕາມກວດກາ ຢ່າງເປັນປົກກະຕິໃນແຕ່ລະວັນ ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຈັດງານສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່, ຖ້າພົບເຫັນການລະເມີດ ແມ່ນໃຫ້ດໍາເນີນມາດຕະການຕາມກົດຫມາຍ ແລະ ລະບຽບການທີ່ໄດ້ກໍານົດໄວ້, ລວມທັງມາດຕະການປັບໃຫມ, ມາດຕະການທາງການແພດ ແລະ ມາດຕະການທາງອາຍາ ຕາມແຕ່ລະກໍລະນີ.
10. ໃຫ້ອົງການປົກຄອງເມືອງ ສືບຕໍ່ ຫ້າມບຸກຄົນ ແລະ ນິຕິບຸກຄົນ ສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ.ອຸປະໂພກ ແລະ ບໍລິໂພກ, ອຸປະກອນການແພດ ແລະ ສິນຄ້າອື່ນໆ ທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ, ໃຫ້ພະແນກ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເຮັດຫນ້າທີ່ຕິດຕາມກວດກາ ຮ່ວມກັບເມືອງ, ບ້ານ ແລະ ກອງບັນຊາການ ປກສ ຖ້າພົບເຫັນການລະເມີດ ແມ່ນໃຫ້ປະຕິບັດມາດຕະການຖອນໃບອະນຸຍາດດໍາເນີນ ກິດຈະການ, ບໍ່ອະນຸຍາດ ໃຫ້ມີການສຶກສາອົບຮົມຕັກເຕືອນຕື່ມອີກ ເນື່ອງຈາກເປັນມາດຕະການຈັດຕັ້ງ ປະຕິບັດມາຢ່າງຕໍ່ເນື່ອງ ແລະ ໃຫ້ດໍາເນີນການຕາມກົດຫມາຍ ຢ່າງເຂັ້ມງວດ; ພ້ອມກັນນີ້ ກໍ່ໃຫ້ພະແນກອຸດ ສາຫະກໍາ ແລະ ການຄ້າ ສ້າງໂຄງປະກອບລາຄາສິນຄ້າທີ່ຈໍາເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໃນໄລຍະ ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ເພື່ອຄວບຄຸມບໍ່ໃຫ້ຄ່າຄອງຊີບສູງຂຶ້ນໂດຍບໍ່ຈໍາເປັນ.

11. ໃຫ້ກອງບັນຊາການ ປກຊ-ປກສ, ອົງການປົກຄອງເມືອງ ແລະ ປກສ ກຸ່ມບ້ານ ຕັ້ງຈຸດກວດກາປ້ອງກັນເວນຍາມປິດ ການສັນຈອນຢູ່ຕາມບ້ານຕ່າງໆ ຢູ່ທົ່ວນະຄອນຫຼວງວຽງຈັນ ຕັ້ງແຕ່ເວລາ 21:00 ຫາ 05:00 ໂມງ ດ້ວຍ ການວາງແຜນຕັ້ງຈຸດກວດກາ ແລະ ມີການເຄື່ອນຍ້າຍຈຸດກວດກາ ໃນແຕ່ລະວັນ ໃຫ້ມີຄວາມຄ່ອງຕົວ ຮັບປະກັນ ການປະຕິບັດຫນ້າທີ່ວິຊາສະເພາະ ໃນການກວດກາ, ປະເພດພາຫະນະທີ່ໄດ້ຮັບອະນຸຍາດ ມີ: ລົດຮັບໃຊ້ວຽກງານ ທາງການແພດ, ລົດນໍາສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດສ້ອມແປງໄຟຟ້າ-ນ້ໍາປະປາ, ລົດສື່ມວນຊົນ, ລົດ ຄະນະສະເພາະກິດ, ລົດຂອງເຈົ້າຫນ້າທີ່ປະຕິບັດງານ, ລົດຂົນສົ່ງສິນຄ້າ – ສະບຽງອາຫານ ແລະ ລົດທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ.
12. ໃຫ້ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ຫ້ອງການສຶກສາທິການ ແລະ ກິລາ ເມືອງສືບຕໍ່ ປີດ ການຮຽນ-ການສອນ ແລະ ສືບຕໍ່ເລື່ອນ ການເປີດສົກຮຽນ ສໍາລັບການສຶກສາ ທຸກຊັ້ນ, ທຸກສາຍ.
13. ໃຫ້ກອງບັນຊາການ ປກສ, ແນວລາວສ້າງຊາດ ແລະ ອົງການປົກຄອງບ້ານ ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຂໍ້ ຫ້າມ ຈັດປະຊຸມ, ໂຮມຊຸມນຸມ ຫຼື ຈັດກິດຈະກໍາຕ່າງໆ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 20 ຄົນ ເປັນຕົ້ນ ກິດຈະກໍາທາງສາສະຫນາ, ງານບຸນປະເພນີ, ງານດອງ; ກໍລະນີຈໍາເປັນຕ້ອງຈັດກອງປະຊຸມ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 20 ຄົນ ແລະ ການຈັດງານລ້ຽງທາງການ ແມ່ນໃຫ້ຂໍອະນຸຍາດຈາກຄະນະສະເພາະກິດ.
14. ໃຫ້ບັນດາພະແນກການ, ອົງການລັດທຽບເທົ່າພະແນກ, ເມືອງ, ບັນດາວິສາຫະກິດ ຢູ່ນະຄອນຫຼວງວຽງຈັນອະນຸຍາດໃຫ້ພະຫມັກງານ ແລະ ລັດຖະກອນ ຜັດປ່ຽນກັນມາປະຈໍາການ ຫຼື ເຮັດວຽກຢູ່ເຮືອນ ຜ່ານລະບົບເອ ເລັກໂຕຣນິກ, ສໍາລັບຜູ້ທີ່ມີຄວາມສ່ຽງ ແລະ ຜູ້ຍິງຖືພາ ທີ່ບໍ່ສາມາດຮັບວັກຊິນໄດ້ ແມ່ນໃຫ້ເຮັດວຽກຢູ່ເຮືອນ. ສໍາລັບຂະແຫນງການຂັ້ນສູນກາງ ແມ່ນສະເຫນີພິຈາລະນາເຖິງຄວາມສ່ຽງ ແລະ ຈັດສັນການປະຈໍາການຕາມ ຄວາມເຫມາະສົມ. ສໍາລັບບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນ ສະເຫນີກະຊວງການຕ່າງປະເທດ ພິຈາລະນາ, ອອກຄໍາແນະນໍາ ຕາມຄວາມເຫມາະສົມ ໂດຍສອດຄ່ອງກັບແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 1260/ຫສນຍ, ລົງວັນທີ 30 ກັນຍາ 2021.