ໂຄງການກໍ່ສ້າງບ້ານຈັດສັນ ບ້ານ ກີ່ວງີ້ວ ເມືອງ ເງິນ ສໍາເລັດ 85%

570

ໃນຕອນບ່າຍຂອງວັນທີ 30 ຕຸລາຜ່ານມາ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະໄດ້ລົງຕິດຕາມ ແລະ ຊຸກຍູ້ບັນດາໂຄງການຍົກຍ້າຍ ແລະ ຈັດສັນບ້ານ ກີ່ວງີ້ວ ເມືອງ ເງິນ, ໃຫ້ການຕ້ອນຮັບມີ ທ່ານ ທະວີສັກ ໄຊຍະວົງ ວ່າການເຈົ້າເມືອງ, ມີການນໍາທຸກພາກສ່ວນຂອງເມືອງ, ມີເຈົ້າຂອງໂຄງການໃຫ້ການຕ້ອນຮັບ.


ໂຄງການຍົກຍ້າຍ ແລະ ຈັດສັນບ້ານ ກີ່ວງີ້ວ ເມືອງ ເງິນ ແຂວງ ໄຊຍະບູລີ ເປັນໂຄງການທີ່ໄດ້ຮັບຜົນກະທົບຈາກເຕົາໄຟຟ້າຫົງສາ ລວມທັງໝົດມີ 7 ໂຄງການຄື: ໂຄງການກໍ່ສ້າງບ້ານສັດສັນ, ກໍ່ສ້າງໂຮງຮຽນປະຖົມ, ກໍ່ສ້າງໂຮງຮຽນອານຸບານ, ກໍ່ສ້າງຫໍປະຊຸມບ້ານ, ກໍ່ສ້າງທາງພາຍໃນບ້ານ, ກໍ່ສ້າງລະບົບນໍ້າໃຊ້ ແລະ ໂຄງການກໍ່ສ້າງລະບົບໄຟຟ້າ.

ການກໍ່ສ້າງແຕ່ລະໂຄງການແມ່ນມີຄວາມຄືບໜ້າເຊັ່ນ: ໂຄງການກໍ່ສ້າງບ້ານຈັດສັນ ປະກອບມີ 136 ຫຼັງຄາເຮືອນ, ໃນນີ້ ເຮືອນປະເພດ1 ມີ 10 ຫຼັງ, ປະເພດ2 ມີ 6 ຫຼັງ ແລະ ປະເພດ 3 ມີ 12 ຫຼັງ, ໂຄງສ້າງອາຄານເປັນເບຕົງເສີມເຫຼັກ, ຫຼັງຄາເປັນໂຄງເຫຼັກມຸງກະເບື້ອງ, ມີ 1 ຫ້ອງນອນ, 1ຫ້ອງນໍ້າ ແລະ 1 ຫ້ອງຄົວ, ມາຮອດປະຈຸບັນການກໍ່ສ້າງແມ່ນສໍາເລັດແລ້ວ 85%, ການກໍ່ສ້າງຈະໃຫ້ສໍາເລັດໃນເດືອນ ຕຸລາ ປີນີ້, ມູນຄ່າກໍ່ສ້າງ 2,26 ລ້ານກວ່າໂດລາສະຫະລັດ, ໂຄງການກໍ່ສ້າງໂຮງຮຽນປະຖົມສໍາເລັດແລ້ມ 59%, ປະກອບມີ 7 ຫ້ອງຮຽນ 1 ຫຼັງ, ມີຂະໜາດ 9×56 ແມັດ, ຫ້ອງນໍ້າ ນັກຮຽນ 4 ຫ້ອງ 1 ຫຼັງ, ຫ້ອງຄົວກິນ 1 ຫຼັງ, ຫໍພັກ 3 ຫ້ອງນອນ 1 ຫຼັງ ແລະ ຫ້ອງນໍ້າຄູ 2 ຫ້ອງ 1 ຫຼັງ, ມູນຄ່າກໍ່ສ້າງ 912 ລ້ານກວ່າກີບ, ໂຄງການກໍ່ສ້າງໂຮງຮຽນອານຸບານສໍາເລັດ 57%, ປະກອບມີ 6 ຫ້ອງຮຽນ, ມີຂະໜາດ 9×48 ແມັດ, ມີຫ້ອງນໍ້ານັກຮຽນ 4 ຫ້ອງ, ຫ້ອງຄົວກິນ 1 ຫຼັງ, ຫໍພັກ 3 ຫ້ອງນອນ ແລະ ຫ້ອງນໍ້າຄູ 2 ຫ້ອງ, ມູນຄ່າ 807 ລ້ານກວ່າກີບ, ໂຄງການກໍ່ສ້າງຫໍປະຊຸມບ້ານສໍາເລັດແລ້ວ 45%, ໂຄງການກໍ່ສ້າງລະບົບໄຟຟ້າສໍາເລັດແລ້ວ 44%, ມູນຄ່າ 1,83 ຕື້ກວ່າກີບ.

ທັງ 4 ໂຄງການນີ້ຈະໃຫ້ສໍາເລັດໃນກາງເດືອນ ພະຈິກ, ຖດຍປັດຈຸບັນໂຄງການກໍ່ສ້າງລະບົບນໍ້າໃຊ້ສໍາເລັດແລ້ວ 35%, ຈະໃຫ້ສໍາເລັດຕົ້ນເດືອນ ທັນວາ, ມູນຄ່າ 2,37 ຕື້ກວ່າກີບ ແລະ ໂຄງການກໍ່ສ້າງເສັ້ນທາງພາຍໃນບ້ານສໍາເລັດແລ້ວ 16%, ທາງຍາວ 2.500 ແມັດ, ກວ້າງ 4,5 ແມັດ, ຍົກລະດັບຫີນ 15 ຊັງຕີແມັດ ແລະ ປູຢາງຊັ້ນດຽວ, ຈະໃຫ້ສໍາເລັດທ້າຍເດືອນ ພະຈິກ, ມູນຄ່າ 4,78 ລ້ານບາດ, ທັງ 7 ໂຄງການແມ່ນ 3 ບໍລິສັດເປັນຜູ້ຮັບເໝົາກໍ່ສ້າງຄື: ບໍລິສັດ ສີກັນໄຈ ກໍ່ສ້າງຈໍາກັດ, ບໍລິສັດ ຊະນະໄຊ ກໍ່ສ້າງຈໍາກັດ ແລະ ບໍລິສັດ ວຽງ ອີເລັກໂຕຼນິກ ຈໍາກັດ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ