ແຈ້ງ! ກັກຕຸນສິນຄ້າສວຍໂອກາດຂຶ້ນລາຄາ ໃຫ້ດຳເນີນຕາມກົດໝາຍເລີຍຈະບໍ່ກ່າວເຕືອນອີກ

506

ເປັນມາດຕະການໜຶ່ງທີ່ທຸກຄົນຕ້ອງເປັນຫູເປັນຕາ ແລະເປັນກຳລັງໃຈຊ່ວຍກັນ ແລະກັນໃນທ່າມກາງການລະບາດຂອງໂຄວິດ-19 ພະຍາດຮ້າຍແຮງນີ້ ໂດຍສະເພາະບໍ່ເອົາລັດເອົາປຽບກັນໃນສິ່ງທີ່ກະທົບໄວຕໍ່ການດຳລົງຊີວິດຂອງປະຊາຊົນ.

ເຊິ່ງນະຄອນຫຼວງວຽງຈັນໃຫ້ອົງການປົກຄອງເມືອງສືບຕໍ່ຫ້າມບຸກຄົນ ແລະ ນິຕິບຸກຄົນ ສວຍໂອກາດະ ບໍລິໂພກ, ອຸປະກອນການແພດ ແລະ ສິນຄ້າອື່ນໆ ທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ, ໃຫ້ພະແນກ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເຮັດຫນ້າທີ່ຕິດຕາມກວດກາຮ່ວມກັບເມືອງ, ບ້ານ ແລະ ກອງບັນຊາການ ປກສ

ຖ້າພົບເຫັນການລະເມີດ ແມ່ນໃຫ້ປະຕິບັດມາດຕະການຖອນໃບອະນຸຍາດດໍາເນີນ ກິດຈະການ, ບໍ່ອະນຸຍາດ ໃຫ້ມີການສຶກສາອົບຮົມຕັກເຕືອນຕື່ມອີກ ເນື່ອງຈາກເປັນມາດຕະການຈັດຕັ້ງ ປະຕິບັດມາຢ່າງຕໍ່ເນື່ອງ ແລະ ໃຫ້ດໍາເນີນການຕາມກົດຫມາຍ ຢ່າງເຂັ້ມງວດ.

ພ້ອມກັນນີ້ ກໍ່ໃຫ້ພະແນກອຸດ ສາຫະກໍາ ແລະ ການຄ້າ ສ້າງໂຄງປະກອບລາຄາສິນຄ້າທີ່ຈໍາເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໃນໄລຍະ ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ເພື່ອຄວບຄຸມບໍ່ໃຫ້ຄ່າຄອງຊີບສູງຂຶ້ນໂດຍບໍ່ຈໍາເປັນ.