ໜ້າຫ່ວງຄືກັນ ຕາມນີ້ເດີ້ລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນຢູ່ຕ່າງແຂວງ 201 ຄົນ

455

ຂໍ້ມູນໂດຍຫຍໍ້ ກ່ຽວກັບກໍລະນີຕິດເຊື້ອໃນຊຸມຊົນໃຫມ່ 201 ຄົນ ໃນບັນດາຕ່າງແຂວງນອກຈາກນະຄອນຫຼວງວຽງຈັນ (ທີ່ມີ 400 ຄົນລາຍງານໄປແລ້ວ) ຕາມການລາຍງານປະຈໍາວັນທີ 2 ຕຸລາ 2021 ຂອງທ່ານ ດຣ ພອນປະເສີດໄຊຍະມຸງຄົນ ຮອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ມີດັ່ງນີ້
1 ແຂວງຫຼວງພະບາງ 58 ຄົນ ທັງຫມົດແມ່ນພົວພັນກັບຜູ້ຕິດເຊື້ອຜ່ານມາຄື ເມືອງງອຍ ມີ 40 ຄົນ (ບ້ານຫນອງຂຽວ ມີ 18 ຄົນ, ບ້ານປາກບາກ ມີ 17 ຄົນ, ບ້ານຫນອງອ່ຽນ
ມີ 3 ຄົນ, ບ້ານຜາທອກ ມີ 2 ຄົນ ເມືອງຈອມເພັດມີ 8 ຄົນ (ບ້ານຫ້ວຍຖ້ໍາ)

ເມືອງນ້ໍາບາກ ມີ 5 ຄົນ ຈາກບ້ານນະຄອນ (ອາຊີບ ກໍາມະກອນສວນກ້ວຍຈີນ, ມີ 3 ຄົນ ແລະ ອາຊີບ ຊາວສວນ 2 ຄົນ)
ເມືອງຊຽງເງີນ ມີ 5 ຄົນ ບ້ານປາກແດວ ມີ 3 ຄົນ (ອາຊີບ ຄ້າຍຂາຍ ມີ 2 ຄົນ ແລະ ອາຊີບ ພະນັກງານ ຫ້ອງການກະສິກໍາເມືອງມີ 1 ຄົນ), ບ້ານປາກຊັນ ມີ 2 ຄົນ (ອາຊີບ ຄ້າຍຂາຍ ມີ 1 ຄົນ ແລະ ອາຊີບ ພະນັກງານ ຫ້ອງການຍຸດຕິທໍາເມືອງມີ 1 ຄົນ)
2 ແຂວງ ບໍ່ແກ້ວ 48 ຄົນ ໃນເມືອງຕົ້ນເຜິ້ງ 6 ຄົນແຮງງານ ຈາກບ້ານພຽງງາມ ມີ 37 ຄົນ, ກໍາມະກອນກໍ່ສ້າງສະຫມາມບິນ ຢູ່ເມືອງ ຕົ້ນເຜິ້ງ, 5 ຄົນແມ່ນປະຊາຊົນທົ່ວໄປ
3 ໄຊສົມບູນ 23 ຄົນ ພົວພັນ ກັບເຮືອນດີຜ່ານມາ ຢູ່ບ້ານຖ້ໍາດິນ, ເມືອງລ້ອງຊານ ມີ 22 ຄົນ ບ້ານຖ້ໍາດິນ ມີ 21 ກລະນີ ແລະ ບ້ານຄອນວັດ ມີ 1 ຄົນ, ເມືອງທ່າໂທມ ມີ 1 ຄົນ (ບ້ານຊຽງຄົງ)

4 ແຂວງວຽງຈັນ 24 ຄົນ ເມືອງວັງວຽງ ມີ 7 ຄົນ (ທັງຫມົດແມ່ນສໍາຜັດໃກ້ຊິດກັບຄົນຕິດເຊື້ອຜ່ານມາ ຢູ່ບ້ານໂພນຊູ), ເມືອງວຽງຄໍາ ມີ 7 ຄົນ (ບ້ານໂພນທິບ 4 ຄົນ, ບ້ານໂພນທິບເຫນຶອມີ 2 ຄົນ ແລະ ບ້ານນາທອງ ມີ 1 ຄົນ) ທັງຫນົດແມ່ນສໍາຜັດໃກ້ຊິດກັບຄົນຕິດເຊື້ອທີ່ໄປເຮືອນດີ ຢູ່ບ້ານໂພນຫໍ.
ເມືອງແກ້ວອຸດົມມີ 4 ຄົນ (ບ້ານພູເຂົາຄໍາ, ບ້ານໂພນສະຫວັນ, ບ້ານທ່າລາດ ແລະ ບ້ານສາມັກຄີໄຊ) ທັງຫມົດແມ່ນສໍາຜັດໃກ້ຊິດກັບຄົນຕິດເຊື້ອທີ່ໄປເຮືອນດີ ຢູ່ບ້ານໂພນຫໍ. ເມືອງໂພນໂຮງມີ 3 ຄົນ (ບ້ານໂພນໂຮງມີ 2 ຄົນ ແລະ ບ້ານໂພນສະຫວາດມີ 1 ຄົນ)
ທັງຫນົດແມ່ນສໍາຜັດໃກ້ຊິດກັບຄົນຕິດເຊື້ອທີ່ໄປເຮືອນດີ ຢູ່ບ້ານໂພນຫໍ. ເມືອງທຸລະຄົນ ມີ 3 ຄົນ (ບ້ານໂພນແຮ່ ແລະ ບ້ານຫາດສວນ ມີບ້ານລະ 1 ຄົນ ທີ່ໄດ້ສໍາປັດ
ໃກ້ຊິດກັບຄົນບ້ານດຽວກັນທີ່ຕິດເຊື້ອຜ່ານມາ)

5 ຈໍາປາສັກ 16 ຄົນ ຊື່ງມາຈາກ ນະຄອນ ປາກເຊ 6 ຄົນ ແລະ ເມືອງ ບາຈຽງ 10 ຄົນ
6 ຄໍາມ່ວນ 11 ຄົນ (ໃນຈານວນຜູ້ຕິດເຊື້ອນີ້ ມີ ເຈົ້າ ຫນ້າທີ່ຕໍາຫລວດ 1; ພະນັກງານ ສາທາລະນະສຸກ 3 ຄົນ), ເມືອງ ທ່າແຂກ 10 ຄົນ, ເມືອງ ມະຫາໄຊ 1
7 ສະຫວັນນະເຂດ 10 ຄົນ ເມືອງອຸທຸມພອນ ມີ 7 ຄົນ (ບ້ານວົງພັນສີ ມີ 2 ຄົນ (ພະນັກງານແພດ 1 ຄົນ ແລະ ພະນັກງານທະຫານ 564 ມີ 1 ຄົນ ທີ່ໄດ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາທີ່ເປັນພະນັກງານຕໍາຫລວດເມືອງ ທີ່ເຂົ້າໂຮງຫມໍດ້ວຍຮູບການ SARI),
ບ້ານໄຊຍະເພັດ ມີ 2 ຄົນ ທັງສອງຄົນເປັນພະນັກງານທະຫານ 519 ແລະ 619 (ເປັນກຸ່ມສ່ຽງ), ບ້ານຈະເລີນສຸກ ມີ 1 ຄົນ (ເປັນກຸ່ມສ່ຽງ), ບ້ານໄຊຍະມຸງຄຸນ ມີ 1 ຄົນ (ຄົນໃນຄອບຄົວຕິດເຊື້ອຜ່ານມາ), ບ້ານໄຊອຸດົມ ມີ 1 ຄົນ (ພະນັກງານແພດທີ່ໄດ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາທີ່ເປັນພະນັກງານຕໍາຫລວດເມືອງ ທີ່ເຂົ້າໂຮງຫມໍດ້ວຍຮູບການ SARI)

ນະຄອນໄກສອນ ມີ 3 ຄົນ ບ້ານສະພານໃຕ້ ມີ 2 ຄົນ (ຄົນໃນຄອບຄົວຕິດເຊື້ອຜ່ານມາ) ແລະ ບ້ານໂນນສະອາດ (ພະນັກງານແພດ ທີ່ສໍາຜັດໃກ້ຊິດກັບຄົນຕິດເຊື້ອເປັນຄົນໃນຄອບຄົວດຽວກັນ)
8 ສາລະວັນ 9 ຄົນ ບ້ານນາດອນຂວາງ ມີ 4 ຄົນ (ເປັນຄົນຄອບຄົວດຽວກັນ)
ບ້ານນາໂດນ ມີ 2 ຄົນ (ເປັນຄົນຄອບຄົວດຽວກັນ) ບ້ານໂພນແກ້ວ ມີ 2 ຄົນ (ເປັນຄົນຄອບຄົວດຽວກັນ) ບ້ານນາພະງໍ້ ມີ 91 ຄົນ
9 ແຂວງບໍລິຄໍາໄຊ 2 ຄົນ ທັງສອງຄົນແມ່ນຈາກເມືອງປາກຊັນ