ຍອດຜູ້ຕິດເຊື້ອໃນຊຸມຊົນຫຼາຍຂຶ້ນຕິກໆ ມື້ນີ້ພົບຜູ້ຕິດເຊື້ອໃນຊຸມຊົນ 601 ຄົນ, ນະຄອນຫຼວງວຽງຈັນ 400 ຄົນ

557

ສະຖານະການໂຄວິດ 19 ໜ້າຫ່ວງແທ້ປະເທດເຮົາ ມື້ນີ້ວັນທີ 2 ຕຸລາ 2021 ພົບຜູ້ຕິດເຊື້ອໃໝ່ 606 ຄົນ, ໃນນີ້ນໍາເຂົ້າ 5 ຄົນ, ຊຸມຊົນ 601 ຄົນ ໃນນັ້ນນະຄອນຫຼວງວຽງຈັນຫຼາຍກວ່າໝູ່ 400 ຄົນ, ຮອງລົງມາແມ່ນ ຫຼວງພະບາງ 58 ຄົນ.

ທາງຄະນະສະເພາະກິດ ໄດ້ລາຍງານສະພາບການລະບາດຂອງໂຄວິດ 19 ປະຈໍາວັນທີ 2 ຕຸລາ 2021 ວ່າ ມື້ນີ້ເຮົາໄດ້ກວດວິເຄາະທັງໝົດ 6.709 ຄົນ, ພົບຜູ້ຕິດເຊື້ອໃໝ່ 606 ຄົນ, ນໍາເຂົ້າ 5 ຄົນ, ຈາກ ສະຫວັນນະເຂດທັງໝົດ 5 ຄົນ

ສ່ວນຕິດເຊື້ອໃນຊຸມຊົນ 601 ຄົນນັ້ນ ໃນນະຄອນຫຼວງວຽງຈັນ 400 ຄົນ, ຫຼວງພະບາງ 58 ຄົນ, ບໍ່ແກ້ວ 48 ຄົນ, ແຂວງວຽງຈັນ 24 ຄົນ, ໄຊສົມບູນ 23 ຄົນ, ຈໍາປາສັກ 16 ຄົນ, ຄໍາມ່ວນ 11 ຄົນ, ສະຫວັນນະເຂດ 10 ຄົນ, ສາລະວັນ 9 ຄົນ, ບໍລິຄໍາໄຊ 2 ຄົນ

ປັດຈຸບັນຍອດຜູ້ຕິດເຊື້ອສະສົມໃນລາວ 24.916 ຄົນ ເສຍຊີວິດສະສົມ 21 ຄົນ (ໃໝ່ 1 ຄົນ), ປິ່ນປົວຫາຍດີມື້ວານ 235 ຄົນ

ຂໍ້ມູນສໍາລັບຄົນທີ່ເສຍຊີວິດໃຫມ່ເພດຊາຍ, ອາຍຸ 76 ປີ, ອາຊີບ ພະນັກງານບໍານານ , ບ້ານໂພນທັນເຫນືອ, ເມືອງໄຊເສດຖາ, ນະຄອນ ຫລວງວຽງຈັນ, ບໍ່ໄດ້ສັກຢາວັກຊີນຜູ້ກ່ຽວມີພະຍາດປະຈໍາໂຕ ແຂນຂາອ່ອນແຮງ ເພີ່ງຕົນເອງບໍ່ໄດ້ມາເປັນເວລາ 02 ປີແລ້ວ, ເປັນຜູ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອພະຍາດໂຄວິດ (ເປັນເມຍຜູ້ກ່ຽວ) ອາຍຸ 72 ປີ, ບ້ານໂພນທັນເຫນືອ, ເມືອງໄຊເສດຖາ, ນະຄອນຫຼວງ, ອາຊີບ ຜູ້ເຖົ້າ ປະຈຸບັນເມຍຜູ່ກ່ຽວປິ່ນປົວຢູ່ສູນ ມຊ ດົງໂດກ

ວັນທີ 30 ກັນຍາ 2021 ມີອາການໄອ ແລະ ຫາຍໃຈຍາກ, ວັນທີ 01 ຕຸລາ 2021 ມາໂຮງຫມໍ 103 ດ້ວຍອາການໄອ ແລະ ຫາຍຶດຮຸນແຮງ, ທີມແພດໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ໄດ້ໃຫ້ນອນເພື່ອຕິດຕາມອາການ ແລະ ລໍຖ້າຜົນກວດ, ຜົນກວດອອກມາແມ່ນພົບເຊື້ອພະຍາດໂຄວິດ-19,
ແພດຫມໍກໍເອົາໃຈໃສ່ຕິດຕາມອາການຢ່າງໃກ້ຊິດ ແລະ ຊ່ວຍເຊີດຊູທຸກວິທີທາງເພື່ອກອບກູ້ຊີວິດຜູ້ກ່ຽວແຕ່ອາການກໍຮຸນແຮງ ແລະ ບໍ່ດີຂຶ້ນຈຶ່ງບໍ່ສາມາດກອບກູ້ເອົາຊີວິດໄວ້ໄດ້ຮອດເວລາ 19:20 ໂມງຂອງມື້ດຽວກັນ