ນະຄອນໂຮຈີ່ມິນ ເລີ່ມຜ່ອນຜັນ ເລັ່ງຟື້ນຟູເສດຖະກິດ

332

ສຳ​ນັກ​ຂ່າວຕ່າງປະເທດ ​ລາຍ​ງານ​ວ່າ ທາງ​ການ​ນະ​ຄອນ​ໂຮ​ຈີ່​ມິນ ເຊິ່ງ​ເປັນ​ສູນ​ກາງ​ເສດ​ຖະ​ກິດ-ການ​ຄ້າ​ຂອງ​ຫວຽດ​ນາມ ໄດ້​ປະ​ກາດ​ຜ່ອນ​ຜັນ​ມາດ​ຕະ​ການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ມີ​ຜົນ​ຕັ້ງ​ແຕ່​ທ່ຽງ​ຄືນ​ຂອງວັນ​ທີ 30 ກັນ​ຍາ​ຜ່ານ​ມາ ເຊິ່ງຈະ​ເຮັດ​ໃຫ້​ກິດ​ຈະ​ກຳ​ທາງ​ເສດ​ຖະ​ກິດ-ສັງ​ໃນ​ນະ​ຄອນ​ແຫ່ງ​ນີ້​ເລີ່ມ​ກັບ​ມາ​ຄຶກ​ຄັກ​ອີກ​ຄັ້ງ ຫຼັງ​ມີ​ມາດ​ຕະ​ການ​ຄວບ​ຄຸມ​ມາຫຼາຍ​ເດືອນ.

ໃນ​ຄວາ​ມ​ພະ​ຍາ​ຍາມ​ຟື້​ນຟູ​ເສດ​ຖະ​ກິດ ແລະ ນຳ​ສູນ​ກາງ​ເສດ​ຖະ​ກິດ​ແຫ່ງ​ນີ້ ກັບ​ຄືນ​ສູ່​ສະ​ພາບ​ປົກກະ​ຕິ ໂດຍ​ການ​ຢູ່​ຮ່ວມ​ກັນ​ກັບ​ໂຄວິດ ຫຼັງ​ຈາກ​ທີ່​ຫວຽດ​ນາມ​ຕ້ອງ​ປະ​ເຊີນ​ກັບ​ການ​ລະ​ບາດ​ຢ່າງ​ຮຸນ​ແຮງ​ໃນ​ຊ່ວງຫຼາຍ​ເດືອນ​ຜ່ານ​ມາ ຈາກ​ທີ່​ມີ​ຍອດ​ຜູ້​ເສຍ​ຊີ​ວິດສະ​ສົມພຽງ 36 ຄົນ​ໃນ​ກາງ​ເດືອນ​ພຶດ​ສະ​ພາ ເພີ່ມ​ຂຶ້ນ​ເປັນຫຼາຍກວ່າ 19.098 ຄົນ​ໃນ​ທ້າຍ​ເດືອນ​ກັນ​ຍາ 2021.

ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການປະ​ຊາ​ຊົນ​ນະ​ຄອນ​ໂຮ​ຈີ່​ມິນ ກ່າວ​ວ່າ: ດ່ານກວດ​ທຸກ​ຈຸດ​ຕາມ​ທ້ອງ​ຖະ​ໜົນ​ໄດ້​ຖືກ​ຍົກ​ເລີກ ແລະ ພວກ​ເຮົາ​ຈະ​ຄ່ອຍໆ​ເປີດ​ເມືອງ ແຕ່​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ຕ້ອງ​ມາ​ກ່ອນ, ນັບ​ແຕ່​ວັນ​ທີ 1 ຕຸ​ລາ ເປັນ​ຕົ້ນ​ໄປ ນິ​ຄົມ​ອຸດ​ສາ​ຫະ​ກຳ, ໂຄງ​ການ​ກໍ່​ສ້າງ, ຮ້ານ​ຊັບ​ພະ​ສິນ​ຄ້າ, ຮ້ານ​ອາ​ຫານ ແລະ ພາກ​ບໍ​ລິ​ການ ຈະ​ເລີ່ມ​ເປີດ​ໃຫ້​ບໍ​ລິ​ການ ແຕ່​ຕ້ອງ​ມີ​ມາດ​ຕະ​ການ​ປ້ອງ​ກັນ​ຢ່າງ​ເຂັ້ມ​ງວດ.

ນະ​ຄອນ​ໂຮ​ຈີ່​ມິນ ມີ​ປະ​ຊາ​ກອນ​ປະ​ມານ 9 ລ້ານກວ່າ​ຄົນ ໄດ້​ປະ​ເຊີນ​ກັບ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ໜັກ​ໜ່ວງ ເຮັດ​ໃຫ້​ມີຜູ້​ຕິດ​ເຊື້ອ​ເກີນ​ເຄິ່ງ​ໜຶ່ງ​ຂອງຍອດ​ຜູ້​ຕິດ​ເຊື້ອ​ສະ​ສົມ​ໃນ​ຫວຽດ​ນາມ ແລະ ມີ​ຜູ້​ເສຍ​ຊີ​ວິດ​​ກວມ​ເອົາ 80% ຂອງ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສະ​ສົມ​ໃນ​ຫວ​ຽດ​ນາມ.