ຄາດ ຟີລິບປິນຈະໃຊ້ເວລານານ 10 ປີຟື້ນເສດຖະກິດໃຫ້ກັບມາສູ່ລະດັບກ່ອນເກີດການລະບາດໂຄວິດ

411

ສຳ​ນັກ​ຂ່າວ​ເອ​ເອ​ຟ​ພີ​ລາຍ​ງານ​ເມື່ອ​ວັນ​ທີ 30 ກັນ​ຍາ​ຜ່ານ​ມາ​ວ່າ ກະ​ຊວງ​ການ​ວາງ​ແຜນ​ເສດ​ຖະ​ກິດ​ຂອງ​ຟີ​ລິບ​ປິນ ຄາດ​ການວ່າ: ຟີ​ລິບ​ປິນ​ອາດ​ຈະ​ໃຊ້​ເວ​ລາປະ​ມານ 10 ປີ ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໃຫ້​ກັບ​ມາ​ສູ່​ລະ​ດັບ​ກ່ອນ​ເກີດ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ທ່ານ ຄາ​ຣ໌​ລ ເຄນດ​ຣິກ ຊົວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ວາງ​ແຜນ​ເສດ​ຖະ​ກິດ​ຂອງຟິລິບປິນ​ກ່າວ​ວ່າ: ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ເຮັດ​ໃຫ້​ລັດ​ຖະ​ບານ​ອອກ​ມາດ​ຕະ​ການ​ຄວບ​ຄຸມ​ຢ່າງ​ເຂັ້ມ​ງວດ ສົ່ງ​ຜົນ​ກະ​ທົບ ແລະ ສ້າງຄວາມ​ເສຍ​ຫາຍ​ໄລ​ຍະ​ຍາວຕໍ່​ລະ​ບົບ​ເສດ​ຖະ​ກິດ​ຂອງ​ຟີ​ລິບ​ປິນ ເຊິ່ງ​ຄາດ​ວ່າ ມີ​ມູນ​ຄ່າ​ສູງ​ເຖິງ 41,4 ພັນ​ຕື້​ເປ​ໂຊ ຫຼື ປະ​ມານ 700 ກວ່າ​ຕື້​ໂດ​ລາ​ສະ​ຫະ​ລັດ ໂດຍ​ມູນ​ຄ່າ​ຄວາມ​ເສຍ​ຫາຍ​ດັ່ງ​ກ່າວ​ສູງກວ່າ​ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຂອງ​ຟີ​ລິບ​ປິນ​ໃນ​ປີ 2020 ເຖິງ 2 ເທົ່າ ເຊິ່ງ​ທະ​ນາ​ຄານ​ໂລກ​ປະ​ເມີນ​ວ່າ ຈີ​ດີ​ພີ ຂອງ​ຟີ​ລິບ​ປິນ​ຈະ​ຢູ່​ໃນ​ລະ​ດັບ 361,5 ຕື້​ໂດ​ລາ​ສະ​ຫະ​ລັດ ແລະ ຄວາມ​ເສຍ​ຫາຍ​ດ້ານ​ເສດ​ຖະ​ກິດ​ນີ້ ຈະ​ຮູ້​ສຶກ​ໃນ​ອີກ 10-40 ປີ​ຂ້າງ​ໜ້າ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ວາງ​ແຜນ​ເສ​ດ​ຖະ​ກິດ​ຟີ​ລິບ​ປິນ ກ່າວ​ອີກວ່າ: ລາຍ​ໄດ້​ຈາກ​ການ​ບໍ​ລິ​ໂພກ, ການ​ລົງ​ທຶນ ແລະ ພາ​ສີ​ຈະ​ຟື້ນ​ຄືນ​ໄດ້​ຍາກ ເນື່ອງ​ຈາກ​ການ​ເວັ້ນ​ໄລ​ຍະ​ຫ່າງ​ທາງ​ສັງ​ຄົມ ເຮັດ​ໃຫ້​ພາກ​ບໍ​ລິ​ການ ເປັ​ນ​ຕົ້ນ​ແມ່ນ​ການ​ທ່ອງ​ທ່ຽວ, ຮ້ານ​ອາ​ຫານ​ບໍ່​ສາ​ມາດ​ກັບ​ມາ​ເປີດ​ບໍ​ລິ​ການ​ຢ່າງ​ສົມ​ບູນ​ໄດ້, ສ່ວນ​ຜະ​ລິດ​ຕະ​ພາບ​ທີ່ຫຼຸດ​ລົງ ເຊິ່ງ​ເກີດ​ຈາ​ການ​ເສຍ​ຊີ​ວິດ, ການ​ເຈັບ​ປ່ວຍ ຫຼື ການ​ຂາດ​ການ​ສຶກ​ສາ ໃນ​ຊ່ວງ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ມີ​ທ່າ​ອ່ຽງ​ວ່າ ຈະ​ຍັງ​ຄົງ​ຢູ່​ຢ່າງ​ຖາ​ວອນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ວາງ​ແຜນ​ເສດ​ຖະ​ກິດ​ຂອງ​ຟີ​ລິບ​ປິນ ກ່າວ​ອີກວ່າ: ເສດ​ຖະ​ກິດ​ຟີ​ລິບ​ປິນ​ປີ​ນີ້​ຄາດ​ວ່າ ຈະ​ຂະ​ຫຍາຍ​ຕົວ 4-5% ເຊິ່ງ​ດີກວ່າ​ປີ 2020 ທີ່​ຫົດ​ຕົວ​ 9,6% ເຊິ່ງ​ເປັນ​ການ​ຫົດ​ຕົວ​ຮຸນ​ແຮງ​ທີ່​ສຸດໃນ​ປະ​ຫວັດ​ການ​ເຖິງ ​ແລະ ຈະ​ໃຊ້​ເວ​ລາ​ປະ​ມານ 10 ປີ ກວ່າ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຈະ​ກັບ​ມາ​ຂະ​ຫຍາຍ​ຕົວ​ໃນ​ລະ​ດັບ​ກ່ອນ​ເກີດ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ ໂດຍ​ໃນ​ຊ່ວງ 10 ປີ​ກ່ອນ​ເກີດ​ການ​ລະ​ບາດ ເສດ​ຖະ​ກິດ​ຂະ​ຫຍາຍ​ຕົວສະ​ເລ່ຍ 6,4% ຕໍ່​ປີ.

ນອກ​ຈາກ​ນີ້ ເກືອບ 70% ຂອງ​ລະ​ບົບ​ເສດ​ຖະ​ກິດ ລວມ​ທັງ​ແຮງ​ງານ​ປະ​ມານ 23,3 ລ້ານ​ຄົນ ຍັງ​ຢູ່​ພາຍ​ໃຕ້​ຂໍ້​ຈຳ​ກັດ​ທີ່​ເຂັ້ມ​ງວດ ພ້ອມ​ເຕືອນ​ວ່າ ການ​ລັອກ​ດາວ ຈະ​ເຮັດ​ໃຫ້​ຜູ້​ຄົນ​ອົດ​ຢາກຫຼາຍ​ຂຶ້ນ.