ກະຊວງການເງິນ ຈັດຕັ້ງປະຕິບັດຜັນຂະຫຍາຍ ຄໍາສັ່ງວ່າດ້ວຍການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ

835

ເພື່ອຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບການຮັບຮອງເອົາທິດທາງແຜນງົບປະ ມານແຫ່ງລັດ 5 ປີ (2021-2025) ແລະ ປະຕິບັດຕາມວາລະແຫ່ງຊາດໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ–ການເງິນ, ເພື່ອສ້າງຄວາມເປັນເອກະພາບລະດັບສູງໃນການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດທີ່ຢູ່ໃນຄວາມຮັບຜິດຊອບຂອງບັນດາກະຊວງ,ອົງການລັດທຽບເທົ່າກະຊວງ,ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ, ບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ.

ໃນວັນທີ 30 ກັນຍາ 2021ຜ່ານມາ ກະຊວງການເງິນ, ໄດ້ຈັດກອງປະຊຸມ ການຈັດຕັ້ງປະຕິບັດຜັນຂະຫຍາຍຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ, ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີຫົວໜ້າຫ້ອງການກະຊວງ, ຫົວໜ້າກົມ, ຫົວໜ້າສະຖາບັນ, ອ້ອມຂ້າງກະຊວງ, ບັນດາຫົວໜ້າພະແນກຂອງກົມລາຍຮັບເຂົ້າຮ່ວມ.
ໃນກອງປະຊຸມດັ່ງກ່າວ ໄດ້ຮັບຟັງການລາຍງານໂດຍສັບເຂບຂອງບັນດາກົມໃນການກໍານົດແຜນການດໍາເນີນງານ, ກົນໄກການຈັດຕັ້ງປະຕິບັດ ແລະ ການກໍານົດຄວາມຮັບຜິດຊອບຂອງແຕ່ລະກົມແຕ່ລະໜ້າວຽກເປັນອັນລະອຽດ ໂດຍແບ່ງໃຫ້ແຕ່ລະບຸກຄົນ ໃຫ້ຮັບຜິດຊອບບັນດາໜ້າວຽກຕ່າງໆ, ແບ່ງຄວາມຮັບຜິດຊອບ ໃນການປະສານງານກັບບັນດາກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານຂອງແຕ່ລະກົມໃຫ້ໄປລວງດຽວກັນ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕາມວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ–ການເງິນ.

ໂອກາດດັ່ງກ່າວນີ້, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ໄດ້ມີຄໍາເຫັນທິດຊີ້ນໍາເພື່ອເປັນ ການຈັດຕັ້ງປະຕິບັດວຽກງານຂອງແຕ່ລະກົມ ໂດຍສະເພາະແມ່ນກົມລາຍຮັບໃນການຈັດຕັ້ງປະຕິບັດຕາມວາລະແຫ່ງຊາດການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເພື່ອສ້າງຄວາມເປັນເອກະພາບໃນການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ, ໂດຍໄດ້ເນັ້ນໃຫ້ແຕ່ລະກົມພ້ອມກັນຈັດຕັ້ງເຊື່ອມຊຶມເນື້ອໃນຄໍາສັ່ງເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼ ຂອງລາຍຮັບງົບປະມານ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງ ແລະ ພ້ອມກັນຜັນຂະຫຍາຍເຂົ້າໃນລະວຽກງານຂອງແຕ່ລະກົມຄົ້ນຄວ້າກໍານົດຄວາມຮັບຜິດຊອບຕາມແຜນດໍາເນີນງານກໍານົດກົນໄກ, ຄົ້ນຄວ້າວາງມາດຕະການ, ສໍາຄັນແມ່ນເລັ່ງໃສ່ວຽກທີ່ຂັ້ນເທິງໄດ້ຊີ້ນໍາ, ສຸມໃສ່ຈັດລຽງວຽກທີ່່ສໍາຄັນເລັ່ງດ່ວນເປັນພື້ນຖານປັບໄປຕາມສະພາບການຕົວຈິງ ແລະ ແກ້ໄຂເປັນແຕ່ລະໄລຍະ.

ສໍາລັບແຜນດໍາເນີນງານຂອງບັນດາກົມ ແມ່ນຕ້ອງໄດ້ມີການປັບປຸງເນື້ອໃນແຜນດໍາເນີນງານຕາມຄໍາສັ່ງເລກທີ 18/ນຍ, ຊຶ່ງເປັນພື້ນຖານໃຫ້ຂະແໜງການເງິນໃນການປັບປຸງແກ້ໄຂເພື່ອກໍານົດການສ້າງແຜນດໍາເນີນງານໃນສະພາວະວາລະແຫ່ງຊາດ, ສຸມໃສ່ຊຸກຍູ້ຖານລາຍຮັບທີ່ມີໃນການຈັດເກັບລາຍຮັບໃຫ້ຄົບຖ້ວນ, ອັດຊ່ອງຫວ່າງການຮົ່ວໄຫຼເປັນຕົ້ນ: ການເຄື່ອນຍ້າຍນໍ້າມັນເຊື້ອໄຟ, ການນໍາເຂົ້າວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ, ຕ້ອງມີກົນໄກການປະຕິບັດວຽກງານຢ່າງລະອຽດ ແລະ ເຂັ້ມງວດ.
ພ້ອມກັນນັ້ນ, ທ່ານ ລັດຖະມົນຕີກະຊວງການເງິນ, ຍັງໄດ້ຊີ້ນໍາລົງເລິກໃນການແກ້ໄຂແຕ່ລະວຽກງານເພື່ອເປັນທິດທາງໃນການຂຸດຄົ້ນທ່າແຮງບົ່ມຊ້ອນໂດຍໃຫ້ເບິ່ງແຕ່ລະບັນຫາ,ເພື່ອແກ້ໄຂສະພາບການທີ່ມີຄວາມຫຍຸ້ງຍາກສຸມໃສ່ປະຕິບັດຕາມວາລະແຫ່ງຊາດໃນການແກ້ໄຂບັນຫາຕ່າງໆແກ້ໄຂທຸກທ່າແຮງທີ່ມີ ໃຫ້ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ເປັນເຈົ້າການໃນການແກ້ໄຂບັນຫາຕ່າງໆເພື່ອໃຫ້ສາມາດເກັບລາຍຮັບໃຫ້ຄົບຖ້ວນ.
ຂ່າວ: ກະຊວງການເງິນ