ທ່ານ ສີສັງຄົມ ໂຄດໂຍທາ ຮັບການແຕ່ງຕັ້ງເປັນ ວ່າການຜູ້ອໍານວຍການລັດວິສາຫະກິດນ້ຳມັນເຊື້ອໄຟຜູ້ໃໝ່

1078

ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຈັດພິທີມອບຮັບ ໜ້າທີ່ຜູ້ອໍານວຍການ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ(ລນລ)ຜູ້ເກົ່າ ແລະ ຜູ້ໃໝ່ (ແບບລະບົບອອນລາຍ) ລະຫວ່າງທ່ານ ອະນຸສິນ ພົນເສນາ ອະດິດ ຮັກສາການ ຜູ້ອໍານວຍການ ລນລ ແລະ ທ່ານ ສີສັງຄົມ ໂຄດໂຍທາ ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງ ອຄ ຂຶ້ນເປັນ ວ່າການ ຜູ້ອໍານວຍການ ລນລ ຜູ້ໃໝ່ຂຶ້ນ ພິທີດັ່ງກ່າວຈັດຂຶ້ນ ໃນວັນທີ 1 ຕຸລາ 2021 ໂດຍເຂົ້າຮ່ວມຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ , ພ້ອມຮອງລັດຖະມົນຕີ, ຫົວນ້າກົມອ້ອມຂ້າງ ແລະ ພະນັກງານ ລນລ ເຂົ້າຮ່ວມ.

ທ່ານ ນາງ ຈັນສຸກ ແສງພະຈັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ອຄ ໄດ້ກ່າວຂໍ້ຕົກລົງ ເລກທີ 4308/ກງ ລົງວັນທີ 8 ກັນຍາ 2021 ເຫັນດີໃຫ້ທ່ານ ອະນຸສິນ ພົນເສນາ ຮັກສາການຊົ່ວຄາວຜູ້ອໍານວຍການ ລນລ ອອກຮັບບໍາເນັດຕາມລະບຽບກົດໝາຍ ແລະ ອ່ານຂໍ້ຕົກລົງເລກທີ 4309/ກງ ລົງວັນທີ 8 ກັນຍາ 2021 ແຕ່ງຕັ້ງທ່ານ ສີສັງຄົມ ໂຄດໂຍທາ ຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງ ອຄ ເປັນວ່າການ ຜູ້ອໍານວຍການ ລນລ.

ທ່ານ ອະນຸສິນ ພົນເສນາ ກ່າວລາຍງານສະພາບການຈັດຕັ້ງປະຕິບັດໜ້າທີ່ຜ່ານມາ ຕະຫຼອດ 35 ປີ ຜ່ານມາ ຖືວ່າໄດ້ຮັບກຽດທີ່ຍິ່ງໃຫຍ່ ໃນການປະຕິບັດໜ້າທີ່ໆພັກ – ລັດມອບໝາຍໃຫ້ ປະສົບຜົນສໍາເລັດ ປະກອບສ່ວນໃນການ ສ້າງລະບຽບການຕ່າງໆ, ສ້າງພະນັກງານວິຊາການ, ເຕັກນິກ, ການດໍາເນີນທຸລະກິດຂອງ ລນລ ໃຫ້ປະສົບຜົນສໍາເລັດຕະຫຼອດມາ, ປະກອບສ່ວນສ້າງລາຍຮັບ ແລະ ພັນທະໃຫ້ລັດຖະບານ ແລະ ພັດທະນາເສດຖະກິດສັງຄົມ. ແຕ່ລະປີ ອັດຕາການຂະຫຍາຍໂຕຂອງການນໍາເຂົ້ານໍ້າມັນສະເລ່ຍ 7-8%ຕໍ່ປີ.

ທ່ານ ຄໍາແພງ ໄຊສົມແພງ ໄດ້ກ່າວສະແດງຄວາມເຫັນໃນພິທີໂດຍທ່ານໄດ້ຍົກໃຫ້ເຫັນສະພາບການປ່ຽນແປງທາງດ້ານເສດຖະກິດຂອງໂລກ, ເສດຖະກິດພາຍໃນ ແລະ ຜົນກະທົບຂອງພະຍາດໂຄວິດ-19. ພ້ອມທັງ ຕີລາຄາສູງຕໍ່ຜົນງານທີ່ຍາດມາໄດ້ຂອງ ລນລ ໃນແຕ່ລະໄລຍະ. ຢ່າງໃດກໍຕາມ, ພາຍໃຕ້ສະພາບການໃໝ່ ທີ່ມີທັງຄວາມຫຍຸ້ງຍາກສັບສົນ ແລະ ສິ່ງທ້າທາຍ, ຮຽກຮ້ອງໃຫ້ການນໍາທຸກຂັ້ນ ແລະ ສະມາຊິກພັກ, ພະນັກງານ ລນລ ເອົາໃຈໃສ່ແຕ່ລະວຽກງານ ດັ່ງນີ້:

1) ກໍານົດຍຸດທະສາດ, ວິໄສທັດ ແລະ ແຜນວຽກຈຸດສຸມ ຫຼື ບູລິມະສິດ 5 ປີ ແລະ ແຜນລະອຽດປະຈໍາປີຄືນໃໝ່ ໃຫ້ສອດຄ່ອງກັບທິດທາງແຜນຍຸດທະສາດ ແລະ ແຜນການປັບປຸງລັດວິສາຫະກິດ 2021-2025 ຂອງກະຊວງການເງິນ
2) ເພື່ອຮັບປະກັນການເຄື່ອນໄຫວ ການດໍາເນີນທຸລະກິດຂອງ ລນລ ໃຫ້ມີປະສິດທິຜົນ ສະນັ້ນ; ຈຶ່ງຕ້ອງມີຄວາມຈໍາເປັນໃນການປັບໂຕ ແລະ ຮູບແບບການດໍາເນີນທຸລະກິດ ໃນແບບໃໝ່ ກໍານົດໄດ້ຮູບແບບການວິເຄາະ ຈຸດແຂງ, ໂອກາດ, ເປົ້າໝາຍ ແລະ ຜົນຕອບແທນ ແລະ ຕ້ອງໄດ້ມີການໄລ່ລຽງຜົນທີ່ຈະໄດ້ຮັບໃນຕໍ່ໜ້າ ກ່ອນການພິຈາລະນາຈັດຕັ້ງປະຕິບັດ ເຊັ່ນ: ການໄລ່ລຽງລາຍຮັບ-ລາຍຈ່າຍທີ່ຈະເກີດຂຶ້ນ, ຈຸດຕອບແທນທີ່ຈະໄດ້ທຶນຄືນ, ຄໍານວນມູນຄ່າປະຈຸບັນສຸດທິ ແລະ ອັດຕາຜົນຕອບແທນ ທຽບກັບການລົງທຶນໃນກິດຈະການ ເພື່ອຫຼີກລ້ຽງຄວາມສ່ຽງ ຫຼື ຜົນເສຍຫາຍອາດເກີດຂຶ້ນໃນຕໍ່ໜ້າ.

3) ຈັດຕັ້ງຜັນຂະຫຍາຍບັນດາລະບຽບການກ່ຽວຂ້ອງ ການເຄື່ອນໄຫວທຸລະກິດນໍ້າມັນເຊື້ອໄຟ ທີ່ລັດມີການລົງທຶນໃຫ້ເປັນຮູບປະທໍາ ເຊັ່ນ: ມະຕິ ຂອງກົມການເມືອງວ່າດ້ວຍການປັບປຸງ ແລະ ກໍສ້າງວິສາຫະກິດໃນໄລຍະໃໝ່, ການປະຕິບັດກົດໝາຍວ່າດ້ວຍພາສີ, ການປະຕິບັດກົດໝາຍວ່າດ້ວຍກການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍການບັນຊີ, ດໍາລັດ ເລກທີ 54/ນຍ ວ່າດ້ວຍກການຄຸ້ມຄອງວິສາຫະກິດທີ່ລັັດມີການລົົງທຶຶນ, ດໍາລັດ 331/ນຍ ວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ


4) ປັບປຸງ ແລະ ສ້າງກົນໄກ ການປະສານ, ລາຍງານ ແລະ ຂໍທິດຊີ້ນໍາ ຈາກຄະນະສະພາບໍລິຫານ, ຄະນະລັດຖະບານ ຫຼື ກະຊວງ ອຄ ແລະ ກະຊວງການເງິນ ໃຫ້ເປັນລະບົບ, ທັນສະໄໝ, ປົກກະຕິ ແລະ ທັນກັບກໍານົດເວລາ ຕາມລະບຽບການທີ່ໄດ້ກໍານົດ
5) ສະຫຼຸບລາຍງານສະພາບການເຄື່ອນໄຫວຂອງ ລນລ ໃຫ້ເປັນປະຈໍາ, ປົກກະຕິ ທຸກໆ 3 ເດືອນ ແລະ ການປະເມີນຜົນປະຈໍາປີ ຕາມຕົວຊີ້ວັດ ໃຫ້ກະຊວງ ອຄ, ກະຊວງການເງິນ ຮັບຊາບ

ທ່ານ ສີສັງຄົມ ໂຄດໂຍທາ ໄດ້ກ່າວຮັບໜ້າທີ່ໃໝ່ ໂດຍຈະພ້ອມກັບຄະນະ ແລະ ພະນັກງານ ລນລ ສຸມສະຕິປັນຍາ ແລະ ເອົາໃຈໃສ່ ນໍາພາຂົງເຂດການເມືອງແນວຄິດ, ການຈັດຕັ້ງພະນັກງານ ແລະ ແບບແຜນວິທີເຮັດວຽກ ຈະເພີ່ມຄວາມເອົາໃຈໃສ່ໃຫ້ພະນັກງານມີຄວາມເຂົ້າໃຈກໍາແໜ້ນ ນະໂຍບາຍຂອງພັກ – ກົດໝາຍຂອງລັດ. ພ້ອມຈະຮ່ວມກັບພະນັກງານ ກໍານົດ ຍຸດທະສາດ ວິໄສທັດທີ່ຊັດເຈນ ສ້າງແຜນຍຸດທິສາດໄລຍະສັ້ນກາງ ແລະ ຍາວ ດໍາເນີນງານໃນແຕ່ລະໄລຍະສອດຄ່ອງກັບສະພາບການ ສອດຄ່ອງກັບແຜນຂອງກະຊວງ ແລະ ລັດຖະບານ, ນໍາໃຊ້ທຸກເຄື່ອງມືທີ່ມີເຂົ້າໃນການບໍລິຫານ ແລະ ຈັດການ ວຽກງານໃຫ້ມີປະສິດທິຜົນ, ສ້າງໃຫ້ ລນລ ມີຄວາມເປັນທັນສະໄໝ ນໍາໃຊ້ເຕັກໂນໂລຊີ ເພື່ອຄວາມວ່ອງໄວ, ໂປ່ງໃສ ແລະ ກວດສອບໄດ້ ພ້ອມນັ້ນກໍ່ຄົ້ນຄວ້າລະອຽດ ຫຼຸດຈຸດອ່ອນທີ່ມີເພື່ອເພີ່ມຈຸດແຂງ ເຂົ້າໃນການສ້າງຄວາມສາມາດໃນການແຂ່ງຂັນຍາດສ່ວນແບ່ງຂອງຕະຫຼາດ ສ້າງຜົນກໍາໄລໃຫ້ ລນລ ນັບມື້ນັບຫຼາຍຂຶ້ນ ທີ່ຂາດບໍ່ໄດ້ແມ່ນຍາດແຍ່ງການຮ່ວມມືທັງພາຍໃນ ແລະ ສາກົນ ພະນືກກໍາລັງກັບຫຼາຍພາກສ່ວນເພື່ອເຮັດໃຫ້ສີສັນ ພາບພົດຂອງ ລນລ ພົ້ນເດັ່ນຂຶ້ນ.