ເຄນ ເຮັດແຮັດທຣິກທໍາອິດໃຫ້ກັບ ສະເປີ ລະດູການນີ້ໄດ້ແລ້ວ ພ້ອມສ້າງຄວາມໝັ້ນໃຈ

483
Tottenham's Harry Kane celebrates scoring his side's fourth goal during the Europa Conference League Group G soccer match between Tottenham Hotspur and NS Mura at the Tottenham Hotspur Stadium in London, Thursday, Sept. 30, 2021. (AP Photo/Matt Dunham)

ແຮຣີ ເຄນ ກອງໜ້າຕົວເກັ່ງຂອງ ທ໊ອດແນມ ຮ໊ອດສະເປີ ສາມາດເຮັດແຮັດທຣິກ ( ຍິງ 3 ປະຕູນັດດຽວ ) ໃຫ້ກັບທີມໄດ້ສໍາເລັດໃນລະດູການນີ້ ໃນນັດແຂ່ງຂັນບານເຕະລາຍການ ຢູຟາ ຢູໂຣປາ ຄອນເດີເຣນລີກ ຮອບແບ່ງກຸ່ມໆ G ນັດທີ 2 ເມື່ອວັນທີ 30 ກັນຍາ 2021 ໃນຖານະຕົວສໍາຮອງສາມາດຍິງໄດ້ເຖິງ 3 ປະຕູພາທີມເອົາຊະນະ ມູຣາ 5-1.

ນັດດັ່ງກ່າວ ສະເປີ ໄດ້ປະຕູຂຶ້ນນໍາຢ່າງໄວວານາທີໆ 3 ຈາກຈຸດໂທດຂອງ ເດເລ ອັລລີ ແລະ ຫ່າງເປັນ 2-0 ຈາກການຍິງຂອງ ໂຈວານີ ໂລ ເຊລໂຊ ກ່ອນທີ່ນາທີໆ 52 ມູຣາ ໄລ່ມາເປັນ 1-2 ກ່ອນທີ່ ແຮຣີ ເຄນ ທີ່ລົງມາເປັນຕົວສໍາຮອງຈະຍິງ 3 ປະຕູລວດນາທີໆ 68, 76 ແລະ ນາທີໆ 88 ຊ່ວຍໃຫ້ ສະເປີ ເອົາຊະນະ ມູຣາ 5-1.

ຫຼັງຈົບການແຂ່ງຂັນ ເຄນ ເປີດເຜີຍກັບ BT SPORT ວ່າ: ຂ້ອຍອາດບໍ່ໄດ້ຄາດຫວັງວ່າຈະໄດ້ລົງແຂ່ງຂັນໃນນັດນີ້, ແຕ່ໃນທີ່ສຸດກໍໄດ້ລົງແຂ່ງຂັນ, ທຸກຄັ້ງທີ່ເຫັນໝາກບານຕໍາຕາໜ່າງມັນເປັນຄວາມຮູ້ສຶກທີ່ດີ, ຫວັງວ່າພວກເຮົາຈະສາມາດພາຟອມວັນນີ້ໄປຈົນເຖິງສຸດອາທິດ, ມັນເປັນເລື່ອງທີ່ທີ່ໄດ້ອອກຈາກບ່ອນນັ່ງສໍາຮອງ ແລະ ຍິງປະຕູໄດ້.