ລາຍລະອຽດການຕິດເຊື້ອໃນຊຸມຊົນ 347 ຄົນ ໃນບັນດາແຂວງ ແລະ ຈຸດກວດພົບເຊື້ອໃນນະຄອນຫຼວງວຽງຈັນ

513

ມາຮອດວັນທີ 1 ຕຸລາ 2021 ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 24.310 ຄົນ, ເສຍຊີວິດສະສົມ 20 ຄົນ (ໃໝ່ 1 ຄົນ), ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ມີ 135 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,691 ຄົນ.
ສໍາລັບມື້ນີ້ຕິດເຊື້ອໃນຊຸມຊົນ ມີ 437 ຄົນ (ທັງໝົດ 464 ຄົນ) ຊຶ່ງງກະຈາຍໃນບັນດາແຂວງ ດັ່ງລາຍລະ ລະອຽດຕໍ່ໄປນີ້

1 ນະຄອນຫຼວງວຽງຈັນ 220 ຄົນ ເມືອງ ນາຊາຍທອງ ພົບເຊື້ອ 37 ຄົນ, ຈຸດກວດໂຄວິດບືງຂະຫຍອງ ພົບເຊື້ອ 17ຄົນ; ຈຸດກວດເຈົ້າອານຸວົງ 38 ຕົວຢ່າງ; ເມືອງສີເກີດ ພົບເຊື້ອ 39 ຄົນ; ມສ. ລາວຫວຽດ ພົບເຊື້ອ 21 ຄົນ;
ສະຖາບັນ ປັດສະເຕີລາວ (IPL) ພົບເຊື້ອ 30 ຕົວຢ່າງ (ຈາກໂຮງໝໍເສດຖາ 12 ແລະ ຫຼັກ 27 ມີ 18 ຄົນ); ສູນເມລິເອີ ພົບເຊື້ອ 33 ຄົນ; (ຕົວຢ່າງມາຈາກ ເມືອງນາຊາຍທອງ ແລະ ໄຊທານີ)
2 ຫຼວງພະບາງ 70 ຄົນ ເມືອງງອຍ ມີ 41 ກໍລະນີ ບ້ານປາກບາກ ມີ 26 ກໍລະນີ, ບ້ານໜອງຂຽວ ມີ 14 ກໍລະນີ, ບ້ານຫ້ວຍບໍ່ ມີ 01 ກໍລະນີ
ເມືອງນໍ້າບາກ ມີ 20 ຄົນ ບ້ານນະຄອນ ມີ 20 ກໍລະນີ, ເມືອງຊຽງເງີນ ມີ 8 ຄົນ ບ້ານປາກຂັນ ມີ 3 ກໍລະນີ, ບ້ານດອນໂມ ມີ 3 ກໍລະນີ, ບ້ານຊຽງເງີນ ມີ 2 ກໍລະນີ ແລະ ເມືອງນານ ມີ 1 ກໍລະນີ (ບ້ານໂພນໄຊ)

3 ຈໍາປາສັກ 63 ຄົນ ນະຄອນປາກເຊ 11 ຄົນ, ເມືອງໂຂງ 24 (ຄົນກັກກັນໃນສູນ 19; ພະນັກງານປະຈຳສູນ 2; ນັກໂທດ 3), ເມືອງ ໂພນທອງ 3 ຄົນ, ເມືອງປະທຸມພອນ 7 ຄົນ, ເມືອງ ບາຈຽງ 36 ຄົນ, ເມືອງ ປາກຊ່ອງ 1 ຄົນ
4 ບໍ່ແກ້ວ 38 ຄົນ ໃນນັ້ນມີແຮງງານ ມີ ແຮງງານຈີນ 2 ຄົນ; ກຳມະກອນກໍ່ສ້າງສະໝາມບິນ ຢູ່ເມືອງ ຕົ້ນເຜີ້ງ 27 ຄົນ; ສູນຂອນແກ້ວ 1 ຄົນ ແຮງງານມາຈາກສະໝາມບິນ, ໂພນໂຮມ 4 ຄົນ ແລະ ພຽງງາມ 4 ຄົນ.
5 ສະຫວັນນະເຂດ 19 ຄົນ

6 ແຂວງວຽງຈັນ 15 ຄົນ ເມືອງວັງວຽງ ມີ 12 ກໍລະນີ (ທັງໜົດແມ່ນສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຜ່ານມາ ຢູ່ບ້ານໂພນຊູ) ບ້ານນາມອນ ມີ 8 ກໍລະນີ, ບ້ານໂພນຊູ ມີ 02 ກໍລະນີ, ມີ 2 ກໍລະນີ ຈາກ ບ້ານນໍ້າພ້າວ ແລະ ບ້ານຫ້ວຍແຍ້ ມີບ້ານລະ 1 ກໍລະນີ
ເມືອງໂພນໂຮງ ມີ 3 ກໍລະນີ (ບ້ານໂພນຫໍ ມີ 2 ກໍລະນີ ແລະ ບ້ານນາຊູ ມີ 1 ກໍລະນີ) ທັງໜົດແມ່ນສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄປເຮືອນດີ ຢູ່ບ້ານໂພນຫໍ.
7 ຄໍາມ່ວນ 5 ຄົນ ພະນັກງານແພດ ສາທາເມືອງ ທ່າແຂກ 3 ຄົນ ເຫຼືອນັ້ນແມ່ນກຸ່ມ ສ່ຽງທີ່ເຄີຍສຳຜັດໃກ້ສິດກັບຜູ້ຕິດເຊື້ອຜ່ານມາ

8 ສາລະວັນ 3 ຄົນ ບ້ານນາໂດນ ມີ 2 ກໍລະນີ (ເພດຊາຍ, ອາຍຸ 46 ປີ, ອາຊີບພະນັກງານວິທະຍາໄລຄູ ແລະ ເພດຍີງ, ອາຍຸ 36 ປີ, ອາຊີບ ພະນັກງານກວດກາ ແຂວງ ທັງສອງຄົນເປັນຜົວເມຍກັນ) ແລະ ສໍາຜັດໃກ້ຊິດກັບກັບຄົນຕິດເຊື້ອຜ່ານມາ
ບ້ານ ຄັນທະລາດ ມີ 1 ກໍລະນີ (ເພດຍິງ, ອາຍຸ 3 ປີ,) ແລະ ສໍາຜັດໃກ້ຊິດກັບກັບຄອບຄົວຕິດເຊື້ອຜ່ານມາ.
9 ບໍລິຄໍາໄຊ 3 ຄົນ ຈາກ ເມືອງປາກກະດິງ ບ້ານໂພນສີ ມີ 2 ກໍລະນີ ເປັນເພດຍິງທັງສອງຄົນ ແລະ ທັງສອງຄົນອາຊີບເປັນກໍາມະກອນ, ເປັນຄົນລາວ ແລະ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ລາຍງານໃນວັນທີ 27 ກັນຍາ 2021
1 ຄົນ ແມ່ນເພດຍີງ, ອາຍຸ 59 ປີ, ອາຊີບ ຊາວນາ, ບ້ານຊ້ອນ ພັນໄຊ (ຜ່ານການກວດ ແລັບປິດແທັດ) ແລະ ສຳພັດກັບຜູ້ຕິດເຊື້ອ ລາຍງານວັນທີ 26/9/2021 ຜ່ານມາ.

10 ຫຼວງນໍ້າທາ 1 ຄົນ ສັນຊາດຈີນ
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.