ຟຸດຊໍໂລກ 2021! ປ໊ອກຕຸຍການ ດວນຈຸດໂທດດັບຝັນ ຄາຊັກສະຖານ ເຂົ້າຊີງກັບ ອາກຊັງຕິນ

538

ການແຂ່ງຂັນກີລາຟຸດຊໍຊີງແຊັມໂລກ 2021 ຮອບຮອງຊະນະເລີດ ຄູ່ທີ 2 ຈັດຂຶ້ນໃນວັນທີ 30 ກັນຍາ 2021 ເປັນການພົບກັນລະຫວ່າງ ປ໊ອກຕຸຍການ ທີມອັນດັບ 5 ຂອງໂລກ ຜ່ານເຂົ້າຮອບນີ້ເປັນສະໄໝທີ 3 ( 2000, 2016 ແລະ 2021 ) ພົບກັບ ຄາຊັກສະຖານ ທີມອັນດັບ 7 ຂອງໂລກ ທີ່ສ້າງປະຫວັດສາດເຂົ້າຮອບຮອງຊະນະເລີດເປັນຄັ້ງທໍາອິດ.

ປາກົດວ່າ: ປ໊ອກຕຸຍການ ໄດ້ປະຕູຂຶ້ນນໍາ 1-0 ນາທີໆ 23 ກ່ອນທີ່ ຄາຊັກສະຖານ ຈະໄລ່ຕີິສະເໝີເປັນ 1-1 ກ່ອນຈົບການແຂ່ງຂັນ ໃນເວລາປົກກະຕິ ແລະ ຕ້ອງຕໍ່ເວລາພິເສດເພື່ອຕັດສິນ ຈົນເຖິງນາທີໆ 42 ຄາຊັກສະຖານ ພິກຂຶ້ນນໍາ 2-1, ແຕ່ ປ໊ອກຕຸຍການ ກໍຕີສະເໝີ 2-2 ນາທີໆ 49 ກ່ອນຈົບການແຂ່ງຂັນຍັງສະເໝີກັນ ຕ້ອງໄປດວນກັນໃນຈຸດໂທດປາກົດວ່າ: ເປັນ ປ໊ອກຕຸຍການ ທີ່ເອົາຊະນະໄປ 4-3

ເຮັດໃຫ້ ປ໊ອກຕຸຍການ ຜ່ານເຂົ້າຊີງຊະນະເລີດພົບກັບ ອາກຊັງຕິນ, ສ່ວນ ຄາຊັກສະຖານ ໄປຊີງອັນດັບ 3 ຂອງ ບຣາຊິນ ແຂ່ງຂັນໃນວັນທີ 3 ຕຸລາ 2021 ເວລາ 20:00 ໂມງຕາມເວລາໃນປະເທດເຈົ້າພາບລິທົວນີ