ເຈົ້າແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະລົງຊຸກຍູ້ ການພັດທະນາເສດຖະກິດ – ສັງຄົມຢູ່ 2 ບ້ານ ເມືອງວຽງພູຄາ

602

ເມື່ອມໍ່ໆມານີ້ ການນໍາຂັ້ນແຂວງ ແລະ ການນໍາຂັ້ນເມືອງ ພ້ອມດ້ວຍຂະແໜ່ງການກ່ຽວຂ້ອງແຂວງ – ເມືອງ ໄດ້ລົງເຮັດວຽກ ແລະ ພົບປະໂອ້ລົມປະຊາຊົນບ້ານ ດອນໃໝ່ ແລະ ບ້ານ ນໍ້າຂອງນ້ອຍ ກຸ່ມບ້ານນໍ້າແພ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໂດຍການເຂົ້າຮ່ວມຂອງທ່ານ ຄໍາໄຫຼ ສີປະເສິດ ກໍາມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງໆຫຼວງນໍ້ທາ, ທ່ານ ຕຽງສະໝອນ ພອນປະເສີດ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆວຽງພູຄາ,ມີຂະແໜງການກ່ຽວຂ້ອງແຂວງ-ເມືອງ, ເລຂາຄະນະພັກຮາກຖານກຸ່ມບ້ານ ນໍ້າແພຕະຫຼອດຮອດຄະນະພັກບ້ານ,ນາຍບ້ານປະຊາຊົນ
ພາຍໃນສອງບ້ານເຂົ້າຮ່ວມ.


ໃນໂອກາດນີ້ ຄະນະພັກບ້ານ ນາຍບ້ານທັງສອງບ້ານກໍ່ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຂອງບ້ານໃນໄລຍະຜ່ານມາ ບ້ານດອນໃໝ່ຫ່າງຈາກເທດສະບານເມືອງ 42 ກິໂລແມັດ, ມີ 215 ຫຼັງຄາເຮືອນ, 243 ຄອບຄົວ,ມີ1.344 ຄົນ, ຍິງ715 ຄົນ, ມີຄອບຄົວພົ້ນທຸກ 205 ຄອບຄົວ ແລະ ຄອບຄົວທຸກຍາກ 38 ຄອບຄົວ,ມີ 3 ຊົນເຜົ່າຄື:ຊົນເຜົ່າລະເມດ, ກຶມມຸ ແລະ ຊົນເຜົ່າມູເຊີ, ມີ 200 ຄອບຄົວໄດ້ຊົມໃຊ້ໄຟຟ້າເທົ່າກັບ 86,4%, ມີ 1 ໜ່ວຍພັກນໍາພາ ມີສະມາຊິກພັກ 23 ສະຫາຍ,ຍິງ 2 ສະ
ຫາຍ, ສຳຮອງ 5 ສະຫາຍ, ດ້ານເສດຖະກິດ ທົ່ວບ້ານມີເນີ້ືອທີ່ນາ 30 ເຮັກຕາ ເນື້ອທີ່ໄຮ່ຫມູນວຽນ 331 ເຮັກຕາ, ສາມາດຜະລິດເຂົ້າໄດ້ທັງໝົດ 917,5 ໂຕນ ສະເລ່ຍໃສ່ຫົວຄົນໄດ້ 682,66 ກິໂລຕໍ່ຄົນຕໍ່ປີ, ນອກນີ້ເນື້ຶອທີ່ທຳການຜະລິດ, ພາຫະນະກົນຈັກ ແລະ ສັດລ້ຽງອື່ນໆອີກ.

1 ປີຜ່ານມາສາມາດສ້າງລາຍຮັບຈາກການຄ້າຂ່າຍເຄື່ອງປ່າຂອງດົງ, ເຂົ້າ ແລະ ສັດລ້ຽງຕ່າງໆໄດ້ທັງໝົດ 4 ຕື້ 900 ລ້ານກິບ, ສະເລ່ຍໃສ່ຫົວຄົນໄດ້ 3.694.000 ກິບຕໍ່ຄົນຕໍ່ປີ, ສໍາລັບບ້ານ ນໍ້າຂອງນ້ອຍຊຶ່ງຫ່າງຈາກເທດສະບານເມືອງ 36 ກິໂລແມັດ ມີ 62 ຫຼັງຄ່າເຮືອນ, 87 ຄອບຄົວ, ມີປະຊາກອນ 382 ຄົນ,ຍິງ 205 ຄົນ, ເປັນຊົນເຜົ່າມູເຊີ, ມີ 52 ຫຼັງຄາເຮືອນໄດ້ຊົມໃຊ້ໄຟຟ້າ,ທົ່ວບ້ານມີເນື້ອທີ່ນາ 22 ເຮັກຕາ , ເນື້ອທີ່ໄຮ່ຫມູນວຽນ 80 ເຮັກຕາ, 1 ປີ ສາມາດຜະລິດເຂົ້າໄດ້ທັງໝົດ 940 ໂຕນຕໍ່ປີ, ສ້າງລາຍຮັບຈາກການຂ່າຍເຄື່ອງປ່າຂອງດົງໄດ້ທັງໝົດ 725.800 000 ກີບ,ສະເລ່ຍໃສ່ຫົວຄົນໄດ້ 1.900 000 ກີບຕໍ່ຄົນຕໍ່ປີ .


ໂອກາດນີ້ ທ່ານ ຄໍາໄຫຼ ສີປະເສິດ ໄດ້ເນັ້ນໃຫ້ອົງການຈັດຕັ້ງຂັ້ນບ້ານ, ປະຊາຊົນຈົ່ງເພີ່ມທະວີຄວາມສາມັກຄີພາຍໃນບ້ານ,ອົງການຈັດຕັ້ງຂັ້ນບ້ານຕ້ອງສຶກສາອົບຮົມການເມືອງແນວຄິດ, ປັບປຸງອົງການຈັດຕັ້ງບ້ານໃຫ້ມີຄວາມແຂັ້ມແຂງ, ນໍາເອົາແນວທາງນະໂຍບາຍຂອງພັກ ຂອງລັດ, ນິຕິກຳຕ່າງໆ, ລະບຽບກົດໝາຍມາເຜີຍແຜ່ໃຫ້ແກ່ປະຊາຊົນພາຍໃນບ້ານໃຫ້ຮັບຮູ້ຢ່າງທົ່ວເຖິງ, ປັບປຸງອົງການປົກຄອງ ເປັນປັດໃຈຮັບປະກັນຄວາມໝັ້ນຄົງ, ຄວາມສະຫງົບປອດໄພ,ປັບປຸງກໍ່ສ້າງໜ່ວຍພັກ ສະມາຊິກພັກຕ້ອງເປັນແບບຢ່າງທີ່ດີໃຫ້ແກ່ປະຊາຊົນ ນໍາພາປະຊາຊົນພັດທະນາບ້ານ, ຄອບຄົວໃຫ້ມີຄວາມເຂັ້ມແຂງ, ເອົາໃຈໃສ່ດ້ານເສດຖະກີດຄອບຄົບ.

ບ້ານ ຕ້ອງມີການວາງແຜນ,ດຸໝັ່ນຂະຫຍັນ, ປະຍັດ ອົດທົນ ສຸມໃສ່ການປູກ-ການລ້ຽງ ແລະ ເຮັດທຸລະກິດ ຂາຍເປັນສິນຄ້າ ເພື່ອເປັນການປັບປຸງພັດທະນາຄອບຄົວໃຫ້ມີຢູ່ມີກິນດີຂື້ນ,ມີຄວາມສາມັກຄີ ຮັກແພງ ຮັກສາດ້ານຮິດຄອງປະເພນີ ຂອງເຜົ່າຕົນ, ອອກແຮງງານລວມຂອງບ້ານ,ເອົາໃຈໃສ່ຕໍ່ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ຕິດຕາມກວດກາຄົນເຂົ້າອອກບ້ານ, ກວດກາຂອບເຂດຄວາມຮັບຜິດຊອບ, ຕ້ານນບັນຫາສິງເສບຕິດ, ປະກົດການຫຍໍ້ທໍ້ຕ່າງໆພາຍໃນບ້ານໃຫ້ມີຄວາມສະຫງົບ ແລະ ບັນຫາທີ່ສໍາຄັນທຸກຄົນຕ້ອງເປັນເຈົ້າການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດຢູ່ທົ່ວໂລກ ໂດຍສະເພາະຢູ່ໃນ ສປປລາວ ກໍ່ຄືພາຍໃນແຂວງຫຼວງນໍ້າທາໃຫ້ຫຼຸດຜ່ອນລົງ, ພ້ອມນັ້ນການນໍາແຂວງກໍ່ໄດ້ມອບ ອຸປະກອນການຮຽນ, ເຈວລ້າງມື, ຜ້າປິດປາກຈໍານວນໜຶ່ງໃຫ້ບ້ານ ດອນໃໝ່ ແລະ ບ້ານ ນໍ້າຂອງນ້ອຍ ເພື່ອໃຫ້ບ້ານແຈກຍາຍໃຫ້ແກ່ປະຊາຊົນພາຍໃນບ້ານຂອງຕົນ ເພື່ອປ້ອງກັນພະຍາດໂຄວິດ -19 . ຈາກນັ້ນກໍ່ໄດ້ໄປຢ້ຽມຍາມເຈົ້າໜ້າທີ່ທີ່ພວມປະຕິບັດໜ້າທີກວດກາຄົ້ນເຂົ້າ – ອອກຈຸດດ່ານບ້ານນໍາແພ ພ້ອມທັງມອບ ເຂົ້າສານ, ນໍ້າດຶ່ມ, ເຈວລ້າງມື, ຜ້າປິດປາກ ແລະ ລົງຢ້ຽມຢາມສູນກັກກັນບໍລິເວນຢູ່ເມືອງຕື່ມອິກ.

ຂ່າວ: ສົມພອນ ຂຸນດາວົງ