ແຂວງໄຊຍະບູລີ ປະກາດການຈັດຕັ້ງພາສີປະຈໍາແຂວງຫຼາຍຕໍາແໜ່ງ

579

ພິທີປະກາດການຈັດຕັ້ງພາສີ ປະຈໍາແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 29 ກັນຍາ 2021 ນີ້ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມຈິດ ຈັນທະວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ, ສະພາປະຊາຊົນແຂວງ, ຮອງເຈົ້າເມືອງ ແລະ ພະນັກງານຂົງເຂດວຽກງານການເງິນ ພ້ອມດ້ວຍພະນັກງານພາສີເຂົ້າຮ່ວມຢ່າງພ້ອມພຽງ.


ທ່ານ ບຸນສີ ພົມສີ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 4577/ກງ, ລົງວັນທີ 17 ກັນຍາ 2021 ວ່າດ້ວຍການຍົກຍ້າຍແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າພາສີ ປະຈໍາແຂວງໄຊຍະບູລີ, ຫົວໜ້າ, ຮອງຫົວໜ້າດ່ານພາສີສາກົນນໍ້າເຫືອງ, ດ່ານພາສີສາກົນພູດູ່, ດ່ານພາສີສາກົນນໍ້າເງິນ ແລະ ດ່ານພາສີສາກົນປາງມອນ.

ດັ່ງນັ້ນລັດຖະມົນຕີກະຊວງການເງິນ ຕົກລົງເຫັນດີແຕ່ງຕັ້ງ ທ່ານ ຫຸມພັນ ແສງພະຈັນ ຫົວໜ້າກອງຄຸ້ມຄອງພາສີ III ເປັນຫົວໜ້າພາສີປະຈໍາແຂວງໄຊຍະບູລີ, ແຕ່ງຕັ້ງ ທ່ານ ຫຸມພັນ ວົງສາ ຮອງຫົວໜ້າກອງຄຸ້ມຄອງພາສີ III ເປັນຮອງຫົວໜ້າພາສີປະຈໍາແຂວງ, ແຕ່ງຕັ້ງ ທ່ານ ສອນເພັດ ພົນວິຈິດ ຫົວໜ້າດ່ານພາສີສາກົນນໍ້າເງິນ ເປັນຮອງຫົວໜ້າພາສີປະຈໍາແຂວງ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ສິງສະຫວັນ ທິບດາລາ ຮອງຫົວໜ້າພະແນກກົມພາສີ ເປັນຫົວໜ້າດ່ານພາສີສາກົນນໍ້າເຫືອງ, ແຕ່ງຕັ້ງ ທ່ານ ຈັນສະໝອນ ສິດທະວົງ ເປັນຮອງຫົວໜ້າດ່ານພາສີສາກົນນໍ້າເຫືອງ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ທະວີສັກ ຫຼວງລາດ ຮອງຫົວໜ້າພະແນກກົມພາສີ ເປັນຮອງຫົວໜ້າດ່ານພາສີສາກົນນໍ້າເຫືອງ, ຍົກຍ້າຍແຕ່ງຕັ້ງ ທ່ານ ບົວໄຊ ຊົງ ຮອງຫົວໜ້າດ່ານພາສີສາກົນພູດູ່ ເປັນຮອງຫົວໜ້າດ່ານພາສີສາກົນນໍ້າເຫືອງ, ຍົກຍ້າຍແຕ່ງຕັ້ງ ທ່ານ ສົມພົງ ພູມີທອນ ຮອງຫົວໜ້າດ່ານພາສີສາກົນພູດູ່ ເປັນຮອງຫົວໜ້າດ່ານພາສີສາກົນນໍ້າເຫືອງ.

ຍົກຍ້າຍແຕ່ງຕັ້ງ ທ່ານ ສອນສະຫວັນ ໄຊຍະລາດ ຫົວໜ້າດ່ານພາສີສາກົນປາງມອນ ເປັນຫົວໜ້າດ່ານພາສີສາກົນພູດູ່, ຍົກຍ້າຍແຕ່ງຕັ້ງ ທ່ານ ສິງສົມບັດ ສຸລິເຍດ ຮອງຫົວໜ້າດ່ານສາກົນນໍ້າເຫືອງ ເປັນຮອງຫົວໜ້າດ່ານພາສີສາກົນພູດູ່, ຍົກຍ້າຍແຕ່ງຕັ້ງ ທ່ານ ຄໍາເພັງ ຈັນທະພັກດີ ຫົວໜ້າດ່ານພາສີທ້ອງຖິ່ນຫ້ວຍຕອງ ເປັນຮອງຫົວໜ້າດ່ານພາສີສາກົນພູດູ່, ຍົກຍ້າຍແຕ່ງຕັ້ງ ທ່ານ ໝອນແກ້ວ ດາລາວົງ ຮອງຫົວໜ້າພະແນກກົມພາສີ ເປັນຫົວໜ້າດ່ານພາສີສາກົນນໍ້າເງິນ, ແຕ່ງຕັ້ງ ທ່ານ ພູວຽງ ວົງດາລາ ເປັນຮອງຫົວໜ້າດ່ານພາສີສາກົນນໍ້າເງິນ.

ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ວົງສະຫວັນ ຫຼວງລາດ ຮອງຫົວໜ້າຂະແໜງກົມພາສີ ເປັນຮອງຫົວໜ້າດ່ານພາສີສາກົນນໍ້າເງິນ, ຍົກຍ້າຍແຕ່ງຕັ້ງ ທ່ານ ຕຸ້ຍຄໍາ ວັນດີ ຫົວໜ້າດ່ານພາສີສາກົນພູດູ່ ເປັນຫົວໜ້າດ່ານພາສີສາກົນປາງມອນ, ແຕ່ງຕັ້ງ ທ່ານ ບົວວອນ ທິລະວົງ ເປັນຮອງຫົວໜ້າດ່ານພາສີສາກົນປາງມອນ, ແຕ່ງຕັ້ງ ທ່ານ ແທ່ນຄໍາ ພອນເສດຖາ ຫົວໜ້າໜ່ວຍງານດ່ານພາສີສາກົນປາງມອນ ເປັນຮອງຫົວໜ້າດ່ານພາສີສາກົນປາງມອນ, ຍົກຍ້າຍ ທ່ານ ສົມພິນ ອິນທະວົງ ຫົວໜ້າດ່ານພາສີສາກົນນໍ້າເຫືອງ ມາຮັບໜ້າທີ່ໃໝ່ຢູ່ກົມພາສີ ແລະ ຍົກຍ້າຍ ທ່ານ ບົວແຊງ ຍົດສົມພັນ ຮອງຫົວໜ້າດ່ານພາສີສາກົນນໍ້າເງິນ ມາຮັບໜ້າທີ່ໃໝ່ຢູ່ກົມພາສີ.

ຂ່າວ: ບຸນທີ