ຈະຕໍ່ຍອດທຸລະກິດ ນີ້ຄືເງື່ອນໄຂການເຂົ້າເຖິງແຫຼ່ງທຶນກູ້ຢືມບ້ວງເງິນ 200 ຕື້ກີບ ຂອງລັດຖະບານ

1863

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ເຜີຍແຜ່ຂໍ້ມູນເງື່ອນໄຂການເຂົ້າເຖິງແຫຼງທຶນບ້ວງເງິນ 200 ຕື້ກີບ ຂອງລັດຖະບານ ວ່າ: ເພື່ອຈັດຕັ້ງປະຕິບັດດຳລັດດ້ວຍກອງທຶນສົ່ງເສີມວິສາຫະກິດຂະໝາດນ້ອຍ ແລະ ກາງ ສະບັບເລກທີ 299/ລບ ລົງວັນທີ 4 ກັນຍາ 2019 ລັດຖະບານປະກອບທຶນໃຫ້ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ຈຳນວນ 200 ຕື້ກີບ ເພື່ອນໍາໃຊ້ເຂົ້າໃນສອງເປົ້າໝາຍດັ່ງນີ້: 1) ເປັນສິນເຊື່ອໃຫ້ວິສາຫະກິດຂະຫນາດນ້ອຍ ແລະ ກາງ ຜ່ານທະນາຄານ ທຸລະກິດ ແລະ ສະຖາບັນການເງິນອື່ນ ແລະ 2) ຈັດຕັ້ງປະຕິບັດໂຄງການສົ່ງເສີມວິຊາການ ເພື່ອສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ.

I. ຂໍ້ມູນພື້ນຖານດ້ານສິນເຊື່ອ: ສະກຸນເງິນ ການປ່ອຍກູ້ແມ່ນເປັນເງິນກີບ, ອັດຕາດອກເບ້ຍແມ່ນ 3% ຕໍ່ປີ, ໄລຍະເວລາກູ້ ປະກອບມີ: ທຶນໝູນວຽນ ບໍ່ເກີນ 5 ປີ, ທຶນຄົງທີ່ ບໍ່ເກີນ 10 ປີ, ວົງເງິນໃຫ້ກູ້ຢືມສູງສຸດແມ່ນ ຈຸນລະວິສາຫະກິດ ບໍ່ເກີນ 1,5 ຕື້ກີບ/ສັນຍາ; ວິສາຫະກິດຂະໜາດນ້ອຍ ບໍ່ເກີນ 3 ຕື້ກີບ/ສັນຍາ; ວິສາຫະກິດຂະໜາດກາງ ບໍ່ເກີນ 4 ຕື້ກີບ/ສັນຍາ ແລະ ໄລຍະປອດຕົ້ນທຶນ ກຳນົດ 1-2 ປີ, ຫຼື ອີງຕາມການຕົກລົງເຫັນດີລະຫວ່າງທະນາຄານ ກັບ ຜູ້ຂໍສິນເຊື່ອ.

II. ສາມາດກູ້ຢືມໄດ້ຈາກ 4 ທະນາຄານທຸລະກິດຄື: ທະນາຄານ ພັດທະນາລາວ ໂທ 021 254138 ຫຼື ເວບໄຊ www.ldblao.la, ທະນາຄານ ຮ່ວມທຸລະກິດລາວຫວຽດ ໂທ 021 251418 ຫຼື ເວບໄຊ www.laovietbank.com.la, ທະນາຄານ ຊາຄອມແບັງລາວ ໂທ 021 267979-458, 459 ເວບໄຊ www.sacombank.com.la ແລະ ທະນາຄານ ມາຣູຮານເຈແປນລາວ ໂທ 021 266000 ເວບໄຊ www.MARUHAN Japan Bank Lao Co.,Ltd ໝາຍເຫດ: ຈຳນວນທະນາຄານອາດຈະມີການປ່ຽນແປງໃນແຕ່ລະໄລຍະ.

III. ເງື່ອນໄຂຂອງວິສາຫະກິດ ທີ່ຈະໄດ້ຮັບສິນເຊື່ອຄື: 1. ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, 2. ມີແຜນການດໍາເນີນທຸລະກິດທີ່ຈະແຈ້ງ ແລະ ຊັດເຈນ, 3. ໄດ້ຮັບການຝຶກອົບຮົມສ້າງຄວາມເຂັ້ມແຂງຈາກຂະແໜງ ອຄ ຫຼື ພາກສ່ວນອື່ນທີ່ໄດ້ຮັບການຢັ້ງຢືນຢ່າງເປັນທາງການຈາກຂະແໜງ ອຄ, 4. ເປັນວິສາຫະກິດທີ່ຖືບັນຊີ ຕາມກົດໝາຍວ່າດ້ວຍການບັນຊີ, ບໍ່ເປັນໜີ້ບໍ່ເກີດດອກອອກຜົນຢູ່ນຳທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ, 5. ເປັນຂະແໜງການ ຫຼື ຂົງເຂດບູລິມະສິດທີ່ລັດຖະບານກໍານົດໃນແຕ່ລະໄລຍະ ແລະ ເປັນຂະແໜງການທີ່ມີຜົນຕອບແທນດ້ານທຸລະກິດ.

IV. ຂະແໜງການ ບູລິມະສິດ: 1. ຂະແໜງອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກໍາ ໂດຍສະເພາະແມ່ນ ອຸດສາຫະກໍາປຸງແຕ່ງອາຫານ ແລະ ອຸດສາຫະກໍາອື່ນທີ່ພົວພັນກັບການປຸງແຕ່ງຜະລິດຕະພັນກະສິກໍາ; 2. ຂະແໜງຫັດຖະກໍາ ເຊັ່ນ: ຫັດຖະກໍາຕ່ໍາຫູກ, ແພພື້ນເມືອງ, ແກະສະລັກ, ຫວາຍ, ໄມ້ປ່ອງ, ເຄື່ອງປັ້ນດິນເຜົາ, ເຄື່ອງເງິນ-ຄໍາ ແລະເອ້ຢ້ອງ, 3. ຂະແໜງກະສິກໍາ ປູກຝັງ ແລະ ລ້ຽງສັດ ເຊັ່ນ: ພືດຜັກປອດສານພິດ, ກາເຟ, ຊາ, ສາລີ, ມັນຕົ້ນ, ຢາງພາລາ, ຟາມລ້ຽງສັດ (ໝູ, ງົວ, ຄວາຍ, ເປັດ, ໄກ່), ແນວພັນປາ, 4. ຂະແໜງທ່ອງທ່ຽວ ເຊັ່ນ: ການນໍາທ່ຽວ, ການສ້າງ ຫຼື ສ້ອມແປງແຫຼ່ງທ່ອງທ່ຽວ, ການບໍລິການສະຖານທີ່ພັກແຮມ, ການບໍລິການຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ.


V. ຂົງເຂດບູລິມະສິດຄື: ເຂດຫ່າງໄກສອກຫຼີກ ແລະ ເຂດທຸກຍາກທີ່ປະກອບມີ 3 ຈຸດສຸມຄື: 1. ຈຸດສຸມພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, 2. ຈຸດສຸມຈັດສັນພູມລໍາເນົາ ແລະ ອາຊີບ, 3. ຈຸດສຸມເປົ້າໝາຍສ້າງບ້ານໃຫ່ຍ ໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດ.
VI. ເປົ້າໝາຍການນໍາໃຊ້ທຶນຄື: 1. ທຶນໝູນວຽນເພື່ອຂະຫຍາຍການຜະລິດ ແລະ ການຈ້າງງານ, 2. ທຶນຄົງທີ່ເພື່ອປ່ຽນຖ່າຍເຄື່ອງຈັກ ຫຼື ປັບປຸງເຕັກໂນໂລຊີ, ນໍາໃຊ້ເຕັກໂນໂລຊີ ເພື່ອເພີ້ມຜະລິດຕະພາບການຜະລິດ ແລະ ການບໍລິການເຊັ່ນ: ການນໍາໃຊ້ ICT ເຂົ້າຊ່ວຍການບໍລິຫານຈັດການ ຫຼື ບັນຊາຂະບວນການຜະລິດ, ການຂະຫຍາຍການຜະລິດ ແລະ ການເພີ່ມການຈ້າງງານ, ການສ້າງນະວັດຕະກໍາໃນການຜະລິດ, ການອອກແບບ ແລະ ຄຸ້ມຄອງທຸລະກິດ, 3. ທຶນໝູນວຽນ ຫຼື ທຶນຄົງທີ່ ເພື່ອການຜະລິດເປັນສິນຄ້າເພື່ອສົ່ງອອກແມ່ນຖືເປັນບູລິມະສິດຫຼັກ.

ທັງນີ້, ໃນກໍລະນີຜູ້ປະກອບກິດຈະການທີ່ຍັງບໍ່ທັນໄດ້ຮັບການຝືກອົບຮົມສ້າງຄວາມເຂັ້ມແຂງຈາກຂະແໜງ ອຄ ຫຼື ພາກສ່ວນທີ່ກ່ຽວຂ້ອງ. ໃຫ້ປະສານຂໍຂໍ້ມູນຈາກກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື ສູນບໍລິການ SME ທີ່ຕັ້ງຢູ່ສູນກາງ ແລະ ທ້ອງຖິ່ນ. ກໍລະນີຜູ້ປະກອບກິດຈະການຍັງບໍ່ໄດ້ຖືບັນຊີຕາມກົດໝາຍວ່າດ້ວຍການບັນຊີ ຜູ້ປະກອບການຕ້ອງໄດ້ສ້າງລະບົບບັນຊີຂອງຕົນໃຫ້ຖືກຕ້ອງຕາມກົດໝາຍ ຕິດຕໍ່ ກະຊວງ ອຄ, ກົມສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ (ກລວ), ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ເບີໂທ: (+856-21) 417 435 ຫຼື 414064 ເວັບໄຊ: www.dosmep.org, Facebook: www.facebook.com/dosmep/