ວິທະຍາຄານ ກົມມະດຳ ຕ້ອນຮັບຄະນະຊ່ຽວຊານກົມໂຮງຮຽນກະຊວງປ້ອງກັນປະເທດ ສສຫວຽດນາມ

475

ວັນທີ 29 ກັນຍາ 2021 , ກົມໂຮງຮຽນກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ນຳໂດຍສະຫາຍ ພັນເອກ ພິເສດ      ຫງວຽນວັນຈຽນ ຫົວໜ້າຊ່ຽວຊານ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຮັດວຽກຢູ່ ວິທະຍາຄານ ກົມມະດຳ ຢ່າງເປັນທາງການ ໂດຍໃຫ້ກຽດຕ້ອນຮັບຂອງ ສະຫາຍ ພັນເອກ ຖາວອນ ແກ້ວອີນທະວົງ ຫົວໜ້າການເມືອງ ວິທະຍາຄານ ກົມມະດຳ ພ້ອມດ້ວຍຄະນະພັກ-ຄະນະອຳນວຍການມີບັນດາພະແນກການທີ່ກ້ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ ສະຫາຍ ພັນເອກ ຖາວອນ ແກ້ວອີນທະວົງ ຫົວໜ້າການເມືອງ ວິທະຍາຄານ ກົມມະດຳ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນພ້ອມທັັງກ່າວສະແດງຄວາມຂອບໃຈຕໍ່ການມາເຮັດວຽກຢູ່ ວິທະຍາຄານໃນຄັ້ງນີ້ ພ້ອມທັງລາຍງານກ່ຽວກັບຈຸດພິເສດທີ່ຕັ້ງພາລະບົດບາດຂອງກົມກອງນັບແຕ່ມື້ສ້າງຕັ້ງໂຮງຮຽນກົມມະດຳໃນແຕ່ໄລຍະຜ່ານມາຈົນມາເຖິງ ວິທະຍາຄານ ກົມມະດຳ ໃນປະຈຸບັນນີ້.

ວິທະຍາຄານແຫ່ງນີ້ເປັນບ່ອນເບົ້າຫຼໍ່ຫຼອມກໍ່ສ້າງນາຍທະຫານບັນຊາ-ນຳພາໃຫ້ແກ່ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນໃນທົ່ວປະເທດທີ່ເຂົ້າມາຮ່ຳຮຽນຝືກແອບຕາມໂຄງການການຫຼັກສູດຂອງກົມໃຫຍ່ເສນາທິການກອງທັບປະຊາຊົນລາວວາງອອກ, ຕະຫຼອດໄລຍະຜ່ານມາ ວິທະຍາຄານ ກົມມະດຳ ໄດ້ຮັບການຊ່ວຍເຫຼືອຢ່າງໃຫຍ່ຫຼວງລ້ຳຄ່າຈາກກອງທັບປະຊາຊົນຫວຽດນາມ ເປັນຕົ້ນແມ່ນ: ໄດ້ສົ່ງຊ່ຽວຊານມາຊ່ວຍສ້າງໂຄງການຫຼັກສູດການຮຽນ-ການສອນ ແລະ ສ້າງຕຳລາສິດສອນໃຫ້ແກ່ 14 ຄະນະວິຊາຄູ ຈຳນວນ 2 ຊຸດ, ຊ່ວຍສ້າງກະລາປືນໃຫຍ່ 1 ຫຼັງ ແລະ ຊ່ວຍສ້າງຫ້ອງຮຽນມູນຄ່າ 5 ຕື້ດົ່ງ.

ພ້ອມນັ້ນແຕ່ລະປີ ວິທະຍາຄານ ກົມມະດຳ ຍັງໄດ້ຄັດເລືອກເອົາພະນັກງານຄູອາຈານໄປສອກສາຮ່ຳຮຽນບຳລຸງກໍ່ສ້າງຢູ່ບັນດາໂຮງຮຽນ ແລະ ວິທະຍາຄານຕ່າງໆຂອງກອງທັບປະຊາຊົນຫວຽດນາມຕື່ມອີກ. ທັງໝົດເຫຼົ່ານັ້ນມັນໄດ້ສະແດງເຖິງການປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງຊັບພະຍາກອນມະນຸດເວົ້າລວມເວົ້າສະເພາະແມ່ນສ້າງພະນັກງານລຸ່ນສືບທອດໃຫ້ມີຄຸນນະພາບທີ່ດີຂອງກອງທັບປະຊາຊົນລາວ.

ໂອກາດດຽວກັນນີ້ ພັນເອກ ພິເສດ ຫງວຽນວັນຈຽນ ຕ່າງນ້າໃຫ້ໃຫ້ຄະນະຊ່ຽວຊານກ່າວສະແດງຄວາມຂອບໃຈມາຍັງຫົວໜ້າການເມືອງ ວິທະຍາຄານ ກົມມະດຳ ພ້ອມດ້ວຍຄະນະທີ່ໄດ້ໃຫ້ກຽດຕ້ອນຮັບຄະນະຊ່ຽວຊານຂອງພວກເຮົາຢ່າງອົບອຸ່ນ ແລະ ອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ວຽກງານຈົນສຳເລັດຕາມແຜນການທີ່ວາງໄວ້. ໃນໂອກາດທີ່ມີຄວາມສຳຄັນນີ້ຂໍກ່າວຄຳອວຍພອນໄຊອັນປະເສີດມາຍັງການນຳ ວິທະຍາຄານ ກົມມະດຳ ພ້ອມຄະນະພັກ,ຄະນະບັນຊາທຸກຂັ້ນຈົ່ງມີສຸຂະພາບເຂັ້ມແຂງພ້ອມກັນເຮັດສຳເລັດໃນໜ້າທີ່ວຽກງານການເມືອງອັນສູງສົ່ງທີ່ການຈັດຕັ້ງຂັ້ນເທິງພັກ-ລັດ ມອບໝາຍໃຫ້ມີຜົນສຳເລັດຢ່າງຈົບງາມ ແລະ ພ້ອມກັນສືບຕໍ່ສາຍພົວພັນມິດຕະພາບທີ່ດີ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ກໍ່ຄື ສອງກອງທັບລາວ-ຫວຽດນາມຕະຫລອດໄປ.

ຂ່າວ-ພາບ: ລຸນທອງ ສີບຸນເຮືອງ.