ກຸ່ມບໍລິສັດໂຄລາວ ມອບລົດຮັບໃຊ້ວຽກງານຕ້ານພະຍາດໂຄວິດ-19 ໃຫ້ນະຄອນຫຼວງວຽງຈັນຕື່ມອີກ

546

ກຸ່ມບໍລິສັດໂຄລາວ ໄດ້ມອບລົດນໍາໃຊ້ຊົ່ວຄາວ ເພື່ອຮັບໃຊ້ວຽກງານຕ້ານ, ສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ 19 ໃຫ້ນະຄອນຫຼວງວຽງຈັນ ຕື່ມອີກ 3 ຄັນ ລວມເປັນ 8 ຄັນ ຫຼັງຈາກທີ່ໃນເດືອນສິງຫາ ໄດ້ມອບໃຫ້ 5 ຄັນ.

ພີທີມອບ ຈັດຂຶ້ນໃນວັນທີ 30 ກັນຍາ 2021 ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍການມອບຂອງ ທ່ານ ວຽງທອງ ຈັນລີວົງ ຄະນະຜູ້ບໍລິຫານກຸ່ມບໍລິສັດໂຄລາວ, ຮັບໂດຍທ່ານ ໂພຄໍາ ໄຊຍະສອນ ຫົວໜ້າຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ, ມີຫົວໜ້າພະແນກການຕ່າງປະເທດ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະເຂົ້າຮ່ວມ.

ຈາກສະພາບປັດຈຸບັນ ຍັງເຫັນວ່າການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ນະຄອນຫຼວງວຽງຈັນ ຍັງມີທ່າອ່ຽງເພີ່ມຂຶ້ນ; ສະນັ້ນ ຈຶ່ງເຫັນວ່າມີຄວາມຈໍາເປັນໃນການນໍາໃຊ້ພາຫະນະ ເພື່ອຮັບໃຊ້ວຽກງານຕ້ານ, ສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ 19 ໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວຂຶ້ນ.

ດັ່ງນັ້ນ, ກຸ່ມບໍລິສັດໂຄລາວ ຈິ່ງໄດ້ມອບລົດນໍາໃຊ້ຊົ່ວຄາວຕື່ມອີກ 3 ຄັນ ເປັນລົດບັນທຸກຂະໜາດນ້ອຍ ເຊິ່ງລວມກັບທີ່ມອບເມື່ອວັນທີ 18 ສິງຫາ ລົດຕູ້ 5 ຄັນ ລວມເປັນ 8 ຄັນ ເພື່ອໃຫ້ຄະນະສະເພາະກິດນະຄອນຫຼວງວຽງຈັນ ໄດ້ນຳໃຊ້ເຂົ້າໃນວຽກງານຕ້ານໂຄວິດ-19.

.

ການມອບລົດຮັບໃຊ້ໃນວຽກງານຄ້ານໂຄວິດ-19ຂອງກຸ່ມບໍລິສັດໂຄລາວຄັ້ງນີ້ ເປັນຄັ້ງທີ3 ເຊິ່ງຄັ້ງທຳອິດມອບໃນເດືອນເມສາ 2021 ຈຳນວນ 10 ຄັນ.