ຕາມນີ້ເດີ້ 13 ມາດຕະການສືບຕໍ່ຜ່ອນຜັນ ໄລຍະວັນທີ 1-15 ຕຸລາ

3004

1 ສືບຕໍ່ອະນຸຍາດໃຫ້ເປີດ ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ ໂດຍໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ມີການຈັດສັນທາງເຂົ້າ-ອອກໃຫ້ເປັນລະບຽບ ແລະ ໃຫ້ເປີດການບໍລິການ ບໍ່ເກີນເວລາ 20:00 ໂມງ ຢ່າງເດັດຂາດ.
2 ການຄົບງັນງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແມ່ນໃຫ້ປະຕິບັດຕາມຄຳແນະນຳ ຂອງຄະນະສະເພາະກິດ ເລກທີ 4291, ລົງວັນທີ 15 ກັນຍາ 2021 ຢ່າງເຂັ້ມງວດ.

3 ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ນອກເຂດແດງ ໂດຍໃຫ້ບໍລິການສະເພາະຕັດແຕ່ງຜົມເທົ່ານັ້ນ, ສ່ວນການບໍລິການອື່ນໆ ແມ່ນຫ້າມເດັດຂາດ ແລະ ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ. ສຳລັບເຈົ້າຂອງຮ້ານ, ພະນັກງານບໍລິການ ແລະ ຜູ້ມາໃຊ້ບໍລິການ ຕ້ອງໄດ້ຮັບວັກຊີນຄົບກ່ອນ ແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ. ໃຫ້ເປີດບໍລິການບໍ່ເກີນ 19:00 ໂມງ ຢ່າງເດັດຂາດ.

4 ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ ແລະ ຮ້ານກາເຟ ຢູ່ເຂດທີ່ບໍ່ມີການລະບາດໃນຊຸມຊົນ ໂດຍອະນຸຍາດໃຫ້ນັ່ງກິນ-ດື່ມ ໃນສະຖານທີ່ບໍລິການດັ່ງກ່າວໄດ້, ແຕ່ໃຫ້ຈັດບ່ອນນັ່ງ ມີໄລຍະຫ່າງ 01 ແມັດ ຂຶ້ນໄປ ທັງບໍ່ໃຫ້ບໍລິການ
ເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ ແລະ ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ. ສຳລັບ ເຂດທີ່ມີການລະບາດ ແມ່ນອະນຸຍາດໃຫ້ຊື້ກັບເມືອເຮືອນເທົ່ານັ້ນ.
5 ອະນຸຍາດໃຫ້ເປີດໂຮງຈັກໂຮງງານ ແລະ ວິສາຫະກິດ ຢູ່ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນ ເພື່ອດຳເນີນກິດຈະການໄດ້ ໂດຍພະນັກງານ, ກໍາມະກອນ ຕ້ອງໄດ້ຮັບວັກຊີນຄົບກ່ອນ ແລະ ບໍ່ໄດ້ພັກອາໄສຢູ່ພື້ນທີ່ທີ່ມີການລະບາດໃນຊຸມຊົນ (ເຂດແດງ).

6 ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ ຢູ່ສະຖານທີ່ ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນ ແຕ່ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໄດ້ຮັບວັກຊີນຄົບ ໂດຍບໍ່ກວດຫາເຊື້ອພະຍາດ COVID-19. ກໍລະນີ ການຈັດປະຊຸມຢູ່ຕ່າງແຂວງ ແມ່ນຕ້ອງຂໍອະນຸຍາດຄະນະສະເພາະກິດແຂວງດັ່ງກ່າວ ລ່ວງໜ້າ.

7 ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດ ໃນໄລຍະເວລາ ແຕ່ 06:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບ ກໍາລັງ ປກຊ-ປກສ ຢູ່ແຕ່ລະພື້ນທີ່ ອອກລະບຽບການຄຸ້ມຄອງ, ກຳນົດຈຳນວນເຮືອຫາປາ ກ່ອນອອກເຄື່ອນໄຫວ ແຕ່ລະມື້ ໂດຍໃຫ້ມີການບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນ ກໍ່ໃຫ້ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ຢ່າງໃກ້ຊິດ ແລະ ເຂັ້ມງວດ.

8 ສືບຕໍ່ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ຢູ່ພາຍໃນທ້ອງຖິ່ນ ທີ່ບໍ່ມີການລະບາດໃນຊຸມຊົນ ໄດ້ປົກກະຕິ.
9 ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງ ແຂວງຕໍ່ແຂວງ ທີ່ບໍ່ມີການລະບາດໃນຊຸມຊົນໄດ້ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ; ສຳລັບຄົນຕ່າງ ປະເທດທີ່ເດີນທາງເຂົ້າ ສປປ ລາວ ມີຈຸດປະສົງເດີນທາງໄປແຂວງອື່ນ ຕ້ອງແຈ້ງໜັງສືເດີນທາງ, ໃບຢັ້ງຢືນການຈຳກັດບໍລິເວນ ຄົບ 14 ວັນ ແລະ ໜັງສືອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ ຢູ່ແຂວງປາຍທາງ. ຍົກເວັ້ນຄົນຕ່າງປະເທດທີ່ເຮັດວຽກ ຫຼື ໄດ້ດຳລົງຊີວິດ ຢູ່ ສປປ ລາວ ມາໄລຍະໜຶ່ງແລ້ວ ແມ່ນໃຫ້ປະຕິບັດຄືກັນກັບພົນລະ ເມືອງລາວ. ສຳລັບຜູ້ໂດຍສານ ແລະ ຜູ້ຂັບຂີ່ລົດ ເຂົ້າ-ອອກ ແຂວງທີ່ມີການລະບາດໃນຊຸມຊົນ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຈາກແຂວງຕົ້ນທາງ ແລະ ປາຍທາງ.

10 ສືບຕໍ່ອະນຸຍາດໃຫ້ຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນຄ້າ ສາມາດສົ່ງສິນຄ້າເຂົ້າ-ອອກ ລະຫວ່າງ ແຂວງ ຫາ ແຂວງ ແລະ ນະຄອນຫຼວງວຽງຈັນ ຫາ ແຂວງປາຍທາງໄດ້ ໂດຍບໍ່ຈຳເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດ COVID-19 ແລະ ບໍ່ຈຳກັດບໍລິເວນ ຢູ່ແຂວງປາຍທາງ, ແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອທີ່ຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງວດ.
ໃຫ້ສືບຕໍ່ດຳເນີນການຂົນສົ່ງລະຫວ່າງປະເທດ ໂດຍປະຕິບັດຕາມມາດຕະການທີ່ລະບຸໄວ້ໃນແຈ້ງການ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ເລກທີ 242 ລົງວັນທີ 23 ເມສາ 2021 ຢ່າງເຂັ້ມງວດ ແລະ ເປັນເອກະພາບ, ພ້ອມດຽວກັນນັ້ນ ຄົນຂັບລົດສິນຄ້າລະຫວ່າງປະເທດ ທີ່ຈຳເປັນຕ້ອງຂັບລົດເຂົ້າມາໃນ ສປປ ລາວ ຕ້ອງໄດ້ຮັບວັກຊີນຄົບ.

11 ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ ສຳລັບການສຶກສາກ່ອນໄວຮຽນ, ສາມັນສຶກສາ, ອາຊີວະສຶກສາ, ວິທະຍາໄລ, ການສຶກສານອກໂຮງຮຽນ, ການສຶກສາຄູ ແລະ ການສຶກສາຊັ້ນສູງ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ ແຕ່ຕ້ອງຈັດຫ້ອງຮຽນແບບຮັກສາໄລຍະຫ່າງ ແລະ ປະຕິບັດບັນດາມາດຕະການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ.
ແຕ່ອະນຸຍາດໃຫ້ໂຮງຮຽນກິນນອນ ທີ່ບໍ່ມີການເຄື່ອນຍ້າຍນັກຮຽນ-ນັກສຶກສາ ແລະ ພະນັກງານຄູອາຈານ ດໍາເນີນການຮຽນ-ການສອນໄດ້ ໂດຍໂຮງຮຽນ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມ ການລະບາດຂອງ COVID-19 ຢ່າງເຂ້ັ້ມງວດ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແຂວງ/ນະຄອນຫຼວງ.

12 ສືບຕໍ່ອະນຸຍາດໃຫ້ເປີດບໍລິການສູນກິລາໃນຮົ່ມ ແລະ ກາງແຈ້ງ ຢູ່ທ້ອງຖິ່ນທີ່ບໍ່ມີການລະບາດໃນຊຸມຊົນ. ແຕ່ຕ້ອງແມ່ນສູນກິລາ ທີ່ໄດ້ຮັບອະນຸຍາດຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ, ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ໃຫ້ປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ເຊື້ອ ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ.
13 ສືບຕໍ່ອະນຸຍາດໃຫ້ເປີດຮ້ານນວດ, ຮ້ານເສີມສວຍ, ເສີມຄວາມງາມ, ຮ້ານຕັດຜົມ ຢູ່ ທ້ອງຖິ່ນທີ່ບໍ່ມີການລະບາດໃນຊຸມຊົນ ໂດຍຜູ້ໃຫ້ບໍລິການ ແລະ ຜູ້ຮັບບໍລິການ ຕ້ອງໄດ້ຮັບວັກຊີນຄົບ, ທັງໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ ແລະ ໃຫ້ເປິດບໍລິການບໍ່ເກີນ ເວລາ 20:00 ໂມງ ຢ່າງເດັດຂາດ.