ຄາດວ່າເສດຖະກິດຍີ່ປຸ່ນຈະຟື້ນຕົວຈາກໂຄວິດໃນຕົ້ນປີໜ້າ

282

ທະ​ນາ​ຄານ​ກາງ​ຂອງ​ຍີ່​ປຸ່ນ (BOJ) ຄາດ​ການ​ວ່າ ເສດ​ຖະ​ກິດ​ຂອງ​ຍີ່​ປຸ່ນ​ຈະ​ກັບ​ມາ​ຟື້ນ​ຕົວ​ສູ່​ລະ​ດັບ​ກ່ອນ​ເກີດ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ຕົ້ນ​ປີ 2022.

ທ່ານ ຮາ​ຣຸ​ຮິ​ໂກະ ຄູ​ໂຣ​ດະ ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ປະ​ເທດ​ຍີ່​ປຸ່ນ ກ່າວ​ວ່າ: ບໍ່​ວ່າ​ນະ​ໂຍ​ບາຍ​ດ້ານ​ເສດ​ຖະ​ກິດ​ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ​ຍີ່​ປຸ່ນ​ຈະ​ເປັນ​ແນວ​ໃດ, ທະ​ນາ​ຄານ​ກາງ​ຍີ່​ປຸ່ນ​ກໍ​ຈະ​ເດີນ​ໜ້າ​ອອກ​ມາດ​ຕະ​ການ​ຜ່ອນ​ຜັນ​ເຊີງ​ປະ​ລິ​ມານ (QE) ທຸ່ມ​ຊື້​ສິນ​ຊັບ 80 ຕື້​ເຢນ​ຕໍ່​ປີ ແລະ ໃຊ້​ອັດ​ຕາ​ດອກ​ເບ້ຍ​ພັນ​ທະ​ບັດ​ໄລ​ຍະ​ສັ້ນ​ຢູ່​ທີ່ -0,1% ເຖິງ​ແມ່ນ​ວ່າ​ອັດ​ຕາ​ເງິນ​ເຟີ້​ຍັງບໍ່​ເຖິງ​ເປົ້າ​ໝາຍ​ 2% ແລະ ດັດ​ສະ​ນີຜູ້​ບໍ​ລິ​ໂພກ (CPI) ຍັງ​ຢູ່​ໃນ​ລະ​ດັບ​ຕ່ຳ.

ຜູ້​ວ່າ​ການ BOJ ກ່າວ​ອີກວ່າ: ປັດ​ຈຸ​ບັນ​ຍີ່​ປຸ່ນ​ກວດ​ພົບ​ຜູ້​ຕິດ​ເຊື້ອ​ໃໝ່ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ ບວກ​ກັບ​ການ​ສັກ​ວັກ​ຊີນປ້ອງ​ກັນ​ໂຄວິດ-19 ໃຫ້​ແກ່​ປະ​ຊາ​ຊົນ​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ຕໍ່​ເນື່ອງ, ໃນ​ຂະ​ນະ​ດຽວ​ກັນ​ລັດ​ຖະ​ບານ​ກໍ​ຈະ​ປ​ະ​ກາດ​ຍົກ​ເລີກ​ສະ​ພາ​ວະ​ສຸກ​ເສີນໃນ​ວັນ​ທີ 30 ກັນ​ຍາ 2021 ເຊິ່ງ​ຈະ​ເຮັດ​ໃຫ້​ເສດ​ຖະ​ກິດ​ຂອງ​ຍີ່​ປຸ່ນ​ຟື້ນ​ຕົວ​ຢ່າງ​ຕໍ່​ເນື່ອງ ແລະ ຄາດ​ວ່າ ສະ​ຖາ​ນະ​ການ​ໜ້າ​ຈະ​ກັບ​ມາ​ສູ່​ລະ​ດັບ​ກ່ອນ​ເກີດ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ​ໃນ​ທ້າຍ​ປີ​ນີ້ ຫຼື ຕົ້ນ​ປີ​ໜ້າ.

ທັງ​ນີ້ ໃນ​ກອງ​ປະ​ຊຸມ​ພັກ​ເສ​ລີ​ປະ​ຊາ​ທິ​ປະ​ໄຕ (LDP) ເຊິ່ງ​ເປັນ​ພັກ​ແກນ​ນຳ​ລັດ​ຖະ​ບານ​ຊຸດ​ປັດ​ຈຸ​ບັນ ມີ​ມະ​ຕິ​ເມື່ອ​ວັນ​ທີ 29 ກັນ​ຍາ​ຜ່ານ​ມາ ເລືອກ​ເອົາ ທ່ານ ຟູ​ມີ​ໂອະ ຄີ​ຊິ​ດະ ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ດຳ​ລົງ​ຕຳ​ແໜ່ງ​ເປັນ​ຫົວ​ໜ້າ​ພັກ​ຄົນ​ໃໝ່ ແລະ ກຽມ​ຂຶ້ນ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ຄົນ​ໃໝ່​ໃນ​ວັນ​ທີ 4 ຕຸ​ລາ​ຈະ​ເຖິງ​ນີ້.