ບໍ່ແກ້ວ! ໂຈະການນຳເຂົ້າແຮງງານພາຍໃນ ແລະ ຕ່າງປະເທດ ເຂົ້າແຂວງຂອງຕົນ

487

ຕໍ່ກັບສະຖານະການປັດຈຸບັນທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ19 ທີ່ແຂວງ ບໍ່ແກ້ວ ໂດຍສະເພາະທີ່ເມືອງຕົ້ນເຜິ້ງ ທີ່ມີການແຜ່ລະບາດຫຼາຍ ແລະ ມີທ່າອ່ຽງວ່າຈະເພີ່ມອອກໄປວົງກວ້າງ ດັ່ງນັ້ນ, ທັງແຂວງ ບໍ່ແກ້ວ ຈຶ່ງຕ້ອງຈຳເປັນທີ່ຈະໄດ້ວາງມາດຕະການງານເຂັ້ມງວດຂຶ້ນໂດຍບໍ່ຮັບແຮງງານຕ່າງຖິ່ນ ແລະຕ່າງປະເທດເຂົ້າແຂວງບໍ່ແກ້ວເປັນການຊົ່ວຄາວ.


ແຂວງບໍ່ແກ້ວຈຶ່ງອອກແຈ້ງການ ເລກທີ 1121/ຫວຂ.ບກ ລົງວັນທີ 29 ກັນຍາ 2021 ໂດຍໃຫ້ໂຈະຊົ່ວຄາວການອະນຸຍາດນໍາເຂົ້າແຮງງານພາຍໃນ ແລະ ຕ່າງປະເທດ ເຂົ້າມາແຂວງບໍ່ແກ້ວ ທັງນີ້, ກໍ່ເພື່ອສືບຕໍ່ ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ຢູ່ແຂວງບໍ່ແກ້ວ ໃຫ້ມີຄວາມເຂັ້ມງວດ.


ແຈ້ງການລະບຸວ່: ຕາມຜົນການປະເມີນສະພາບ ການລະບາດຂອງພະຍາດ COVID-19 ຢູ່ແຂວງບໍ່ແກ້ວ ໄດ້ສືບຕໍ່ແຜ່ລະບາດໃນວົງກວ້າງ ໂດຍສະເພາະແມ່ນຢູ່ເມືອງຕົ້ນ ເຜິ້ງ ເຊິ່ງມາຮອດປະຈຸບັນແມ່ນມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ, ສະນັ້ນ ເພື່ອປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃຫ້ສືບຕໍ່ປະຕິບັດດັ່ງນີ້:
1. ໃຫ້ບັນດາບໍລິສັດ, ວິສາຫະກິດ, ຜູ້ປະກອບການ, ຫົວຫນ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆ ໂຈະຊົ່ວຄາວ ກ່ຽວກັບການສະເຫນີນໍາເຂົ້າແຮງງານລາວ ແລະ ຕ່າງປະເທດ ເພື່ອເຂົ້າມາເຮັດວຽກຢູ່ແຂວງບໍ່ແກ້ວ.


2. ບໍລິສັດ, ໂຄງການລົງທຶນຕ່າງໆ ທີ່ໄດ້ຮັບການອະນຸມັດນໍາເຂົ້າແຮງງານ (ໂກຕ້າ) ກໍໃຫ້ໂຈະການນໍາເຂົ້າແຮງງານ ຊົ່ວຄາວ.
3. ມອບໃຫ້ເຈົ້າຫນ້າທີ່, ຂະແຫນງການທີ່ກ່ຽວຂ້ອງ ທີ່ປະຈໍາຢູ່ແຕ່ລະດ່ານ ໃນການນໍາເຂົ້າແຮງງານລາວ ແລະ ຕ່າງປະເທດ ໃຫ້ມີການກວດກາເຄັ່ງຂັດ ຢ່າງລະອຽດ ແລະ ເຂັ້ມງວດ, ກໍລະນີມີແຮງງານຈະເຂົ້າມາແຂວງບໍ່ແກ້ວ ໃຫ້ພັກດັນກັບຄືນ.
4. ພາຍຫຼັງສະພາບການແຜ່ລະບາດ ມີການຜ່ອນຄາຍສາມາດຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາ ໂຄວິດ-19 ຢູ່ໃນສະພາບປົກກະຕິແລ້ວ ຫ້ອງວ່າການແຂວງບໍ່ແກ້ວ ຈຶ່ງແຈ້ງໃຫ້ຊາບຕື່ມພາຍຫຼັງ.