ໂຮງຮຽນການທະຫານທ້ອງຖິ່ນແຂວງຫຼວງນໍ້າທາສໍາເລັດບັ້ນອົບຮົມ-ຫັດແອບການເຄື່ອນທັບ

756

ໃນວັນທີ 28 ກັນຍາ 2021, ໂຮງຮຽນການທະຫານທ້ອງຖີ່ນແຂວງຫຼວງນໍ້າທາ ໄດ້ສຳເລັດບັ້ນອົບຮົມ-ຫັດແອບການເຄື່ອນທັບ ຊ້ອມຮົບ ຂອງນັກຮຽນນາຍສິບ ຊຸດທີ 3 ສົກຮຽນ 2020-2021. ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ອີ່ນແກ້ວ ມະນີຈັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງນໍ້າທາ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ ຕະຫຼອດຮອດ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

ໃນພິທີ ຄະນະຮັບຜິດຊອບການເຄື່ອນທັບຊ້ອມຮົບຕົວຈິງ ໄດ້ສະຫຼຸບຕີລາຄາຄືນຜ່ານການອົບຮົມ-ຫັດແອບ ເຄື່ອນທັບພາກສະໜາມຕະຫຼອດໄລຍະ 4 ວັນ, ມີນັກຮຽນເຂົ້າຮ່ວມຫັດແອບ ຈຳນວນ 85 ສະຫາຍ, ແບ່ງອອກ ເປັນ 3 ໝວດ ເຊິ່ງປະຕິບັດຕາມແຜນການຮຽນ-ການສອນ ກໍຄືເນື້ອໃນຫັດແອບສັງລວມຂັ້ນໝວດ ມີ 5 ເນື້ອໃນຫັດແອບ: ອາແລັກປ່າວເຫດອອກຈາກກົມກອງເຂົ້າຫາເຂດເຕົ້າໂຮມປິດລັບ, ໝວດເຄື່ອນທັບ-ປະທະກັບສັດຕູໂດຍບັງເອີນ, ໝວດເຮັດໜ້າທີ່ປິດລັບຫຼອນຕີສັດຕູພັກທັບຊົ່ວຄາວ, ໝວດບຸກຕີສັດຕູຈັ້ງທ່າ ແລະ ໝວດເຮັດໜ້າທີ່ຈັ້ງທ່າຢູ່ພູຜາປ່າດົງ.

ຜ່ານການປະຕິບັດຕົວຈິງເຫັນວ່າ: ນັກຮຽນມີຄວາມຮັບຜິດຊອບສູງໃນການຊີ້ນຳ-ບັນຊາຕາມພາລະບົດບາດຂອງຕົນ ແລະ ຖືກຕ້ອງຕາມແຜນການເນື້ອໃນການອົບຮົມ-ຫັດແອບທີ່ກຳນົດໄວ້, ຮັກສາໄດ້ດ້ານກຳລັງ ແລະ ຈຳນວນພົນ, ປະຕິບັດບັນດາຂໍ້ກຳນົດ, ກົດ ລະບຽບຂອງການຫັດແອບໄດ້ດີ, ທຸກສະຫາຍມີຄວາມອົດທົນຜ່ານຜ່າຕໍ່ກັບສະພາບສິ່ງແວດລ້ອມດິນຟ້າອາກາດ, ພູມມີປະເທດອັນສະຫຼັບຊອບຊ້ອນ, ເຖິງວ່າຈະພົບອຸປະສັກຕະຫຼອດການຫັດແອບ ແຕ່ກໍຍັງຮັກສາໄດ້ຄວາມສາມັກຄີພາຍໃນ ແລະ ກຳໄດ້ບົດຮຽນທາງພາກທິດສະດີຫຼັກການ ສາມາດນຳມາໝູນໃຊ້ເຂົ້າໃນພາກປະຕິບັດຕົວຈິງໄດ້ເປັນຢ່າງດີ, ພ້ອມທັງຮັກສາໄດ້ຄວາມປອດໄພໄດ້ 100% ຕີລາຄາຜົນໄດ້ຮັບຂອງບັ້ນເຄື່ອນທັບຊ້ອມຮົບໃນຄັ້ງນີ້ ບັນລຸໄດ້ 90% ຂອງແຜນການອົບຮົມ-ຫັດແອບ.

ໂດຍ: ບຸນມີ, Lao people’s Army News