ການສ້ອມແປງ ຟື້ນຟູເສັ້ນທາງເລກທີ 3604 ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຄືບໜ້າ 35%

842

ໃນວັນທີ 30 ກັນຍາ 2021 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ໂຄງການ ຟື້ນຟູເສັ້ນທາງເລກທີ 3604 Km 0+000 ບ້ານຫົວເມືອງ ຫາ Km 23+871 ບ້ານປາກເປັດ ເມືອງຊຽງຮ່ອນ ໂດຍໄດ້ຮັບການການຕ້ອນຮັບ ແລະ ນໍາພາລົງເບິ່ງຕົວຈິງຈາກ ທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງຊຽງຮ່ອນ, ເຊິ່ງປັດຈຸບັນ ໂຄງການດັ່ງກ່າວມີຄວາມຄືບໜ້າແລ້ວ 35%.


ໂຄງການ ຟື້ນຟູເສັ້ນທາງດັ່ງກ່າວ, ເຊິ່ງເປັນເສັ້ນທາງຫລວງຂອງແຂວງໄຊຍະບູລີ ມີຄວາມຍາວ ທັງໝົດ 34 ກິໂລແມັດ, ໜ້າທາງກວ້າງ 5 ແມັດ ໂດຍຜ່ານ ບ້ານຫ້ວຍເມືອງ, ໂຮມໄຊເໜືອ, ໂຮມໄຊກາງ, ປາງສາ ແລະ ບ້ານ ດອນປຸ່ງ, ໂຄງການດັ່ງກ່າວ, ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ ຕົ້ນເດືອນ ກໍລະກົດ 2021 ເປັນຕົ້ນມາ ໂດຍແມ່ນບໍລິສັດ ໄຊຍາກໍ່ສ້າງ-ຂົວທາງ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ ລວມມູນຄ່າການກໍ່ສ້າງ 15,64 ຕື້ກວ່າກີບ ໂດຍແມ່ນທຶນກູ້ຢືມຈາກທະນາຄານໂລກ, ເຊິ່ງການຟື້ນຟູ ແລະ ສ້ອມແປງຮອດປັດຈຸບັນ ແມ່ນມີຄວາມຄືບໜ້າແລ້ວ 35% ແລະ ຈະໃຫ້ສໍາເລັດໃນເດືອນ ພຶດສະພາ 2022.


ຈາກນັ້ນ, ທ່ານເຈົ້າແຂວງ ກໍໄດ້ໄປຢ້ຽມຢາມ ແລະ ພົບປະ ຄູ-ອາຈານ ແລະ ນັກຮຽນ ໂຮງຮຽນປະຖົມ-ມັດທະຍົມຕົ້ນບ້ານຫ້ວຍຄູນ ແລະ ພົບປະກັບປະຊາຊົນບ້ານ ຫ້ວຍຄູນ ໂດຍທ່ານໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງບ້ານ ຈົ່ງສຶກສາອົບຮົມລູກຫລານໃຫ້ຫ່າງໄກຈາກຢາເສບຕິດ, ສົ່ງເສີມໃຫ້ໄດ້ຮຽນໜັງສື, ຫລີກລ້ງການປະລະການຮຽນ, ສືບຕໍ່ສົ່ງເສີມປະຊາຊົນປູກພືດເປັນສິດຄ້າໃຫ້ຫລາຍຂຶ້ນຕື່ມ, ປູກຕາມມູນເຊື້ອທີ່ເຄີຍປູກ ແລະ ຕິດພັນກັບການຳໃຊ້ເຕັກນິກໃໝ່ ເພື່ອເຮັດໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນ, ໃຫ້ຫັນຈາກການຊອກຕັດແຂມຢູ່ປ່າຕາມທໍາມະຊາດ ໃຫ້ມາປູກແຂມຕາມຮົ້ວສວນທົດແທນການເຂົ້າປ່າ, ໃຫ້ຮັກສາປ່າໄມ້, ຫ້າມຖາງປ່າທີ່ຫວງຫ້າມ, ເອົາໃຈໃສ່ຕິດຕາມ ແລະ ເຝົ້າລະວັງການລະບາດຂອງພະຍາດຕາມລະດູການ ແລະ ອື່ນໆ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ