ໂຄງການ ຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມ ເທດສະບານເມືອງໄຊ, ແຂວງອຸດົມໄຊ ແມ່ນໂຄງການພັດທະນາ ໂຄງລ່າງພື້ນຖານ ແລະ ສົ່ງເສີມຂີດຄວາມສາມາດ ຢູ່ຂັ້ນທ້ອງຖິ່ນ ໃນການຄຸ້ມຄອງ ແລະ ຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດນ້ຳຖ້ວມ ເຊິ່ງທະນາຄານໂລກ ເປັນຜູ້ໃຫ້ການຊ່ວຍເຫຼືອທາງດ້ານເງິນກູ້ ແລະ ຊ່ວຍເຫຼືອລ້າ ຈຳນວນຫນຶ່ງ ປັດຈຸບັນ ໂຄງການພວມຈັດຕັ້ງປະຕິບັດ ແລະ ມີຄວາມຄືບຫນ້າໃນລະດັບຫນຶ່ງແລ້ວ.
ທ່ານ ລີຢິ້ງ ໄຊເຢຍຊ່າງ ຫົວຫນ້າຫ້ອງການຈັດຕັ້ງປະຕິບັດໂຄງການ ຄຸ້ມຄອງຄວາມສ່ຽງໄພພິບັດນ້ຳຖ້ວມ ເທດສະບານເມືອງໄຊ ແຂວງອຸດົມໄຊ ກ່າວວ່າ: ໂຄງການນີ້ ມີ 2 ຊ່ວງສັນຍາ ມີຄວາມຍາວທັງຫມົດ 8,66 ກິໂລແມັດ ມູນຄ່າການກໍ່ສ້າງທັງຫມົດ 13 ລ້ານ 5 ແສນໂດລາສະຫະລັດ ປັດຈຸບັນ ແມ່ນພວມຈັດຕັ້ງປະຕິບັດ ໂຄງການກໍ່ສ້າງໃນຊ່ວງທີ1 ໂດຍເລີ່ມຈາກຂົວນ້ຳກໍ 2 ຫາ ຂົວນ້ຳກໍ 4 ມີຄວາມຍາວທັງຫມົດ 1 ພັນ 3 ຮ້ອຍກວ່າແມັດ.
ເລີ່ມລົງມືກໍ່ສ້າງມາແຕ່ທ້າຍເດືອນ ກໍລະກົດ ຜ່ານມາ ໂດຍແມ່ນ ບໍລິສັດ ກວາງຕຸ້ງ ບໍລິຫານຈັດການນ້ຳ ແລະ ວິສະວະກຳໄຟຟ້ານ້ຳຕົກເບີ 3 ຈຳກັດ, ແຂວງກວາງຕຸ້ງ ສປ ຈີນ ເປັນຜູ້ຮັບເໝົາກໍ່ສ້າງ, ບໍລິສັດທີ່ປຶກສາ ແມ່ນ ບໍລິສັດ ອີສານ ສປ ເກົາຫລີ ຮ່ວມກັບ ລັດວິສາຫະກິດ ວິສະວະກຳ ຄົມມະນາຄົມ ສປປ ລາວ. ຄາດຄະເນຈະໃຫ້ສຳເລັດພາຍໃນ 15 ເດືອນ ລວມມູນຄ່າການກໍ່ສ້າງ ຊ່ວງທີ 1 ທັງໝົດ 3 ລ້ານ 7 ແສນກວ່າໂດລາສະຫະລັດ. ໜ້າວຽກມີ: ສວນສາທາລະນະ, ທາງຍ່າງ, ສວນດອກໄມ້ ແລະ ອື່ນໆ ມາຮອດປັດຈຸບັນ ມີຫລາຍຫນ້າວຽກພວມຈັດຕັ້ງປະຕິບັດ ແລະ ປະຕິບັດສຳເລັດ ເຊັ່ນ: ວຽກອະນາໄມ, ຕັ້ງແຄ້ມພະນັກງານ, ປັກຫລັກຫມາຍກໍ່ສ້າງ, ກະກຽມລໍ່ແທ່ງເບຕົງ ມີຄວາມຄືບຫນ້າ 2,04% ຂອງແຜນການ ໃນສັນຍາທີ1.
ທ່ານ ຍັງກ່າວຕື່ມອີກວ່າ: ໂຄງການຄຸ້ມຄອງຄວາມສ່ຽງ ໄພພິບັດນໍ້າຖ້ວມ ເທດສະບານເມືອງໄຊ, ແຂວງອຸດົມໄຊ ໃນຊ່ວງທີ 2 ແມ່ນຍັງຢູ່ໃນຂັ້ນຕອນການສຳຫຼວດອອກແບບ, ກວດກາ ແລະ ຮັບຮອງແບບ ສໍາລັບໂຄງການ ຄຸ້ມຄອງຄວາມສ່ຽງໄພພິບັດນ້ຳຖ້ວມເທດສະບານ ເມືອງໄຊ, ແຂວງອຸດົມໄຊ ເປັນໂຄງການໃຫຍ່ ແລະ ກວມເອົາພື້ນທີ່ເປັນຈໍານວນຫລາຍ ໂດຍອີງຕາມແຜນຂອງໂຄງການແລ້ວ ເຫັນວ່າ: ມີຈຳນວນ 16 ບ້ານ ພາຍໃນເທດສະບານເມືອງໄຊ ທີ່ນອນຢູ່ໃນໂຄງການດັ່ງກ່າວນີ້.