ອົງການຄຸ້ມຄອງວຽກງານກີລາ-ກາຍຍະກໍາປະກອບມີຫຍັງແດ່ ໃນກົດໝາຍກີລາ

518

ມື້ນີ້ທີມງານໜັງສືພິມເສດຖະກິດ-ການຄ້າ ໄດ້ນໍາເອົາກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ສະບັບປັບປຸງ ໂດຍມີເຖິງ 112 ມາດຕາ ທີ່ຫາກໍນໍາເອົາມາປະກາດນໍາໃຊ້ຢ່າງເປັນທາງການເມື່ອບໍ່ດົນນີ້ ເຊິ່ງມື້ນີ້ຈະມາແນະນໍາມາດຕາທີ່ໜ້າສົນໃຈຄື ສິດ ແລະ ໜ້າທີ່ ຂອງກະຊວງສຶກສາທິການ ແລະ ກີລາ
ມີດັ່ງນີ້:

ພາກທີ VII ການຄຸ້ມຄອງ ແລະ ການກວດກາວຽກງານກີລາ-ກາຍຍະກໍາ
#ຫມວດທີ 1. ການຄຸ້ມຄອງວຽກງານກີລາ-ກາຍຍະກໍາ
+ມາດຕາ 96 (ປັບປຸງ) ອົງການຄຸ້ມຄອງວຽກງານກີລາ-ກາຍຍະກໍາ

ລັດຖະບານ ຄຸ້ມຄອງວຽກງານກີລາ-ກາຍຍະກໍາ ຢ່າງລວມສູນ ແລະ ເປັນເອກະພາບ ໃນ ທົ່ວປະເທດ ໂດຍມອບໃຫ້ກະຊວງສຶກສາທິການ ແລະ ກີລາ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການ ປະສານສົມທົບກັບກະຊວງ, ອົງການ, ຂະແຫນງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ.
ອົງການຄຸ້ມຄອງວຽກງານກີລາ-ກາຍຍະກໍາ ປະກອບດ້ວຍ:

1. ກະຊວງສຶກສາທິການ ແລະ ກີລາ;
2. ພະແນກສຶກສາທິການ ແລະ ກີລາ ແຂວງ, ນະຄອນຫຼວງ;
3. ຫ້ອງການສຶກສາທິການ ແລະ ກີລາ ເມືອງ, ເທດສະບານ, ນະຄອນ.