ເບິ່ງຄວາມສວຍງາມ ສະຖານີລົດໄຟກາສີ ປະສົມປະສານດ້ວຍວັດທະນະທໍາລາວ ແລະຈີນ

495

ສະຖານນີລົດໄຟກາສີເປັນໜຶ່ງໃນໜຶ່ງໃນສະຖານີຂອງໂຄງການເສັ້ນທາງລົດໄຟລາວ-ຈີນ,ໄດ້ສ້າງສໍາເລັດແລ້ວ ທັງທາງດ້ານໃນ ແລະດ້ານນອກ, ເດີ່ນຕໍ່ໜ້າສະຖານີ, ຫຼັງຄາກັນຝົນແລະສິ່ງອໍານວຍຄວາມສະດວກອື່ນໆ ແລະໄດ້ເຜີຍໂສມໃຫ້ທຸກຄົນເຫັນເຖິງຄວາມສວຍງາມ ກ່ອນທີ່ຈະມີການເປີດນຳໃຊ້ຢ່າງເປັນທາງການ.

ສະຖານີດັ່ງກ່າວຕັ້ງຢູ່ເມືອງກາສີແຂວງວຽງຈັນ ເຊິ່ງຮັບເໝົາໂດຍກຸ່ມບໍລິສັດກໍ່ສ້າງທາງລົດໄຟ ສປ ຈີນ ໄດ້ຮັບການອອກແບບເປັນສະຖານນີຂົນສົ່ງໂດຍ ສານ, ມີບ່ອນລໍຖ້າຂຶ້ນລົດ 1ບ່ອນ ໂດຍມີເສັ້ນທາງລົດໄຟຂັ້ນກາງ 3 ສາຍ, ສາມາດບັນຈຸຜູ້ໂດຍສານໄດ້ສູງສຸດ 150ຄົນ.

ໂດຍລວມແລ້ວການອອກແບບສະຖານີກາສີ ແມ່ນໄດ້ປະສົມປະສານກັນລະຫວ່າງສະຖາປັດຕະຍະກໍາແບບດັ້ງເດີມຂອງລາວ ແລະຈີນເຊິ່ງມີຄວາມສວຍງາມແລະມີສະເໜ່ດ້ວຍວັດທະນະທໍາລາວ ແລະຈີນ. ຄະນະບໍລິສັດຮັບເໝົາກໍ່ສ້າງສະຖານີກາສີແຈ້ງໃຫ້ຮູ້ວ່າ: ພວກເຮົາໄດ້ນໍາໃຊ້ເຕັກນິກສ້າງແບບຈຳລອງ BIMແລະໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນການກໍ່ສ້າງໃນລະດູຝົນ, ການປ້ອງກັນພະຍາດໂຄວິດ-19, ການຂົນສົ່ງວັດສະດຸກໍ່ສ້າງແລະອື່ນໆ ສາມາດສໍາເລັດໂຄງລ່າງສ່ວນຫຼັກຂອງອາຄານສະຖານີກ່ອນເວລາກໍານົດ 15 ມື້. ປັດຈຸບັນ, ສະຖານີດັ່ງກ່າວພວມດໍາເນີນການກວດຮັບ ແລະຄາດວ່າຈະໄດ້ເປີດນໍາໃຊ້ຕາມແຜນ ທີ່ວາງໄວ້.

ທາງລົດໄຟລາວ-ຈີນແມ່ນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນ ທາງ” ຂອງຈີນ ກັບຍຸດທະສາດຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ ເຊິ່ງເລີ່ມຈາກນະຄອນຄຸນໝິງ ແຂວງຢຸນນານຂອງຈີນໄປສິ້ນສຸດທາງຕອນໃຕ້ຢູ່ນະຄອນຫຼວງວຽງຈັນ, ໃນນັ້ນ, ຊ່ວງໄລຍະຢູ່ລາວມີຄວາມຍາວ ທັງໝົດ 422,4 ກິໂລແມັດ, ທາງລົດໄຟສາຍນີ້ສ້າງຕາມມາດ ຕະຖານການບໍລິຫານ ແລະມາດຕະຖານເຕັກນິກຂອງຈີນ, ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ເປັນທາງລົດໄຟໃຊ້ໄຟຟ້າທີ່ຂົນສົ່ງສິນຄ້າ ແລະຜູ້ໂດຍສານ ຕາມແຜນຈະໃຫ້ໄດ້ເປີດບໍລິການໃນເດືອນທັນວາປີນີ້.

ຂ່າວຈາກ: Lao Natonal Radio