ເຂັ້ມງວດກວດກາ ການສັນຈອນຈຸດເຂົ້າ ນະຄອນຫຼວງວຽງຈັນທີ່ວົງວຽນດອນໜູນ

556

ສຳລັບວົງວຽນດອນໜູນ ແມ່ນຈຸດທີ່ມີຄວາມສຳຄັນ ເນື່ອງຈາກເປັນຈຸດເຂົ້າມາສູ່ຕົວເມືອງນະຄອນຫຼວງວຽງຈັນ ທີ່ເຊື່ອມຕໍ່ກັບເສັ້ນທາງ 13 ໃຕ້ເມືອງໄຊທານີ ແລະເສັ້ນທາງເລກ 10 ຂອງແຂວງວຽງຈັນ ດັ່ງນັ້ນ, ເຈົ້າໜ້າທີ່ ປກສ ເມືອງ ໄດ້ນໍາກຳລັງອ້າຍນ້ອງປະຈຳການປະຕິບັດໜ້າທີ່ຢູ່ຕາມຈຸດຕ່າງໆພາຍໃນເມືອງໄຊທານີ ຢ່າງເຂັ້ມງວດ ທີ່ມີການລະບາດຂອງພະຍາດໂຄວິດ-19 ນັບແຕ່ມີຄຳສັ່ງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນໃຫ້ປິດການເຂົ້າ-ອອກນະຄອນຫຼວງ.

ທ່ານ ພັນຕີ ຂວັນເພັດ ລືນາມມະຈັກ ຫົວໜ້າຈຸດກວດກາລົດເຂົ້າຕົວເມືອງນະຄອນຫຼວງວຽງຈັນໄດ້ແຈ້ງໃຫ້ຮູ້ວ່າ: ຈຸດກວດກາລົດເຂົ້າຕົວເມືອງວົງວຽນດອນໜູນເປັນຈຸດກວດກາໜຶ່ງທີ່ມີຄວາມສຳຄັນ, ໂດຍເນັ້ນການກວດກາໃຫ້ຄຳແນະນຳຕັກເຕືອນ, ສຶກສາອົບຮົມ, ກວດກາເອກະສານການເດີນທາງເຂົ້າຕົວເມືອງ, ຜ່ານການຈັດຕັ້ງມາເຖິງປັດຈຸບັນສັງເກດເຫັນວ່າຍານພາຫະນະສັນຈອນໄປມາເຂົ້າຕົວເມືອງຫຼຸດລົງ ສະແດງໃຫ້ເຫັນວ່າປະຊາຊົນມີຄວາມຕື່ນຕົວໃຫ້ຄວາມຮ່ວມມືພ້ອມໃຈກັນປະຕິບັດກົດລະບຽບຫຼາຍຂຶ້ນ.

ພ້ອມນີ້ ທ່ານຍັງຝາກເຖິງປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ, ມວນຊົນທົ່ວໄປທີ່ໃຊ້ລົດໃຊ້ຖະໜົນໃນການໄປມາເຂົ້າສູ່ຕົວເມືອງນະຄອນຫຼວງວຽງຈັນ ຈົ່ງພ້ອມກັນປະຕິບັດຄຳສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນກໍຄືຄຳສັ່ງຂອງຄະນະສະເພາະກິດຂັ້ນສູນກາງວາງອອກກ່ຽວກັບມາດຕະການປ້ອງກັນຄວບຄຸມການລະບາດຂອງພະຍາດໂຄວິດ-19ພ້ອມກັນຢູ່ເຮືອນຢຸດເຊື້ອເພື່ອຊາດ.

ຂ່າວຈາກ: ປະຊາຊົນ