ຫຼວງພະບາງ ກຳນົດ 5 ຮູບແບບການຮຽນ ອີງຕາມເງື່ອນໄຂຕົວຈີງ

775

ການລະບາດໂຄວິດ19 ເຮັດໃຫ້ວຽກງານການສຶກສາພົບກັບຂໍ້ຫຍຸ້ງຍາກຫຼາຍຢ່າງ ເຊິ່ງຕ້ອງໄດ້ມີການດັດປ່ຽນຮູບແບບການຮຽນ-ສອນ ໃຫ້ເຂົ້າກັບສະຖານະການທີ່ເປັນຢູ່ໃນຕອນນີ້, ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງມີແຜນພັດທະນາລະບົບການຈັດການຮຽນ-ການສອນສໍາລັບສາຍສາມັນສຶກສາ ແນໃສ່ການຈັດການຮຽນ-ການສອນພາຍໃນແຂວງຫຼວງພະບາງໃຫ້ໄດ້ດໍາເນີນຢ່າງເປັນປົກກະຕິ ສົກຮຽນ 2021-2022ນີ້.

ຕາມການໃຫ້ສໍາພາດຂອງທ່ານ ວົງເພັດ ອຸດົມລິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ກ່າວວ່າ: ສຳລັບການເປີດສົກຮຽນ 2021-2022 ພາຍຫຼັງທີ່ກະຊວງສຶກສາທິການ ແລະ ກິລາໄດ້ຈັດພິທີເປີດສົກຮຽນໃໝ່ຢ່າງເປັນທາງການໃນວັນທີ 6 ກັນຍາ 2021 ເອກະພາບທົ່ວປະເທດ, ແຕ່ແຂວງຫຼວງພະບາງແມ່ນພວມຢູ່ໃນໄລຍະການສືບຕໍ່ປະຕິບັດມາດຕະການປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ດັ່ງນັ້ນ, ເພື່ອເຮັດໃຫ້ການດໍາເນີນການຮຽນ-ການສອນສາມາດເນີນເປັນປົກກະຕິ ແລະ ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ.

ໂດຍອີງໃສ່ທິດທາງຊີ້ນໍາ ແລະ ປະຕິບັດຕາມຂໍ້ຕົກລົງຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 3868/ສສກ, ລົງວັນທີ 6 ກັນຍາ 2021 ວ່າດ້ວຍການອະນຸມັດນໍາໃຊ້ເອກະສານທິດທາງການຈັດການຮຽນ-ການສອນສໍາລັບສາຍສາມັນສຶກສາໃນສະພາບທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19.

ມາເຖິງ ປະຈຸບັນພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ກໍ່ໄດ້ມີການວາງແຜນການຈັດການຮຽນ-ການສອນໃນຮູບແບບໃໝ່ໂດຍໃຫ້ສອດຄ່ອງກັບຍຸກ New Normal ເຊິ່ງຮູບແບບຂອງການຈັດການຮຽນ-ການສອນໃນຮູບແບບໃໝ່ນັ້ນ ປະກອບມີ 5 ຮູບແບບຄື: ການຮຽນໃນຫ້ອງຮຽນ (On Site), ການຮຽນຢູ່ເຮືອນ (Home School), ການຮຽນຜ່ານໂທລະພາບ/ວິທະຍຸ( On Air) ການຮຽນຜ່ານອິນເຕີເນັດ (Online)ຮຽນແບບອອນລາຍ-ການຮຽນຜ່ານແອັບພລິເຄຊັນ, ການຮຽນ-ການສອນແບບປະສົມປະສານ(Blended Learning) .

ໂອກາດດຽວກັນນີ້, ທ່ານ ວົງເພັດ ອຸດົມລິດ ຍັງໄດ້ຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນຈົ່ງໄດ້ພ້ອມກັນເປັນເຈົ້າການ ແລະ ເອົາໃຈໃສ່ໃນການຊີ້ນຳນຳພາຄູອາຈານພາຍໃນໂຮງຮຽນຂອງຕົນດຳເນີນການຮຽນ-ການສອນໃຫ້ເປັນປົກກະຕິໂດຍຖືເອົາການຈັດຕັ້ງປະຕິບັດການຮຽນ-ການສອນໃນຮູບແບບ New Normal ຕາມເງຶ່ອນໄຂຂອງແຕ່ລະໂຮງຮຽນ ແລະ ສອດຄ່ອງກັບຄວາມເໝາະສົມຂອງແຕ່ລະທ້ອງຖິ່ນ, ສ່ວນພໍ່ແມ່ຜູ້ປົກຄອງຂໍໃຫ້ຕິດຕາມຊ່ວຍເຫຼືອ ແລະ ຍຸກຍູ້, ສະໜອງອຸປະກອນທີ່ຈໍາເປັນໃຫ້ແກ່ລູກຫຼານເພື່ອໃຫ້ເຂົາເຈົ້າໄດ້ເຂົ້າເຖິງການຄົ້ນຄວ້າຮໍ່າຮຽນໃຫ້ເປັນປົກກະຕິ.

ຂ່າວຈາກ: ພະແນກສຶກສາທິການ ແລະ ກິລາ ແຂວງ ຫຼວງພະບາງ

ຮູບພາບປະກອບຈາກອິນເຕີເນັດ