ອັດຕາເງິນເຟີ້ເດືອນ ສິງຫາເພີ່ມຂຶ້ນ 3,81% ຈາກການເໜັງຕີງເພີ່ມຂຶ້ນຂອງຫຼາຍໝວດສິນຄ້າ

1009

ອີງບົດລາຍງານດັດຊະນີການຊົມໃຊ້ ແລະ ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2021 ຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ສະພາບລວມອັດຕາເງິນເຟີ້ເດືອນສິງຫາ 2021 ທຽບກັບເດືອນດຽວກັນຂອງປີຜ່ານມາ (ປີຕໍ່ປີ) ເພີ່ມຂຶ້ນ 3,81% ຊຶ່ງມາຈາກການເໜັງຕີງເພີ່ມຂຶ້ນຂອງທຸກໝວດສິນຄ້າຄື:


1) ໝວດສິນຄ້າ ແລະ ບໍລິການອື່ນໆເພີ່ມຂຶ້ນ 7,66%
2) ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 6,64%
3) ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 5,59%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 5,58%
4) ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 4,10%


ສ່ວນດັດຊະນີລາຄາຜູ້ບໍລິໂພກ ປະຈໍາເດືອນສິງຫາ 2021 ທຽບກັບເດືອນຜ່ານມາ ແມ່ນເໜັງຕີງເພີ່ມຂຶ້ນ 0,59%, ເຊິ່ງມາຈາກໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 1,85% ມາຈາກກຸ່ມຜະລິດຕະພັນຢາ ແລະ ການແພດ ເພີ່ມຂຶ້ນ 2,21%, ການບໍລິການຈາກໂຮງໝໍ ຫຼື ຄຣີນິກ ເພີ່ມຂຶ້ນ 0,69%, ໝວດອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 1,03% ມາຈາກອາຫານສຸກໃນຮ້ານອາຫານ ເພີ່ມຂຶ້ນ 1,26%, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 0,83% ມາຈາກກຸ່ມວັດຖຸມີຄ່າ ເພີ່ມຂຶ້ນ 1,75% ແລະ ການບໍລິການທາງດ້ານການເງິນ.


ນອກນີ້ຍັງມີໝວດທີ່ພັກອາໄສ, ນ້ຳປາປາ, ໄຟຟ້າ ເພີ່ມຂຶ້ນ 0,74%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 0,64%, ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 0,57%.
ສາເຫດ ແລະ ປັດໄຈທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ເດືອນສິງຫາ ຍັງເໜັງຕີງເພີ່ມຂຶ້ນແຕ່ເບົາບາງທຽບໃສ່ເດືອນຜ່ານມາ ເຊິ່ງເປັນບັນຫາສືບເນື່ອງມາຈາກຫຼາຍເດືອນຄື:


1) ການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໄດ້ແຜ່ລາມໄປໃນວົງກວ້າງ ແລະ ເຮັດໃຫ້ຍັງສືບຕໍ່ປີດບ້ານ, ເມືອງ ແລະແຂວງ ໃນບາງແຂວງ ທີ່ມີການແຜ່ລະບາດໃນເດືອນສິງຫາ ເຮັດໃຫ້ການສະໜອງສິນຄ້າພົບຄວາມຫຍຸ້ງຍາກ ເປັນຜົນກະທົບໃຫ້ລາຄາຂອງສິນຄ້າສືບຕໍ່ເພີ່ມຂຶ້ນ ໂດຍສະເພາະໝວດສະບຽງອາຫານເຊັ່ນ:ເຂົ້າ, ຊີ້ນ ແລະ ປາ, ພືດຜັກ ແລະ ໝາກໄມ້ ເປັນຕົ້ນ. ນອກຈາກນີ້ປັດໄຈລະດູການ ກໍເປັນສາຍເຫດໜຶ່ງທີ່ສົ່ງຜົນໃຫ້ລາຄາສິນຄ້າອາຫານສົດເໜັງຕີງເພີ່ມຂຶ້ນ ຊຶ່ງຢູ່ໃນໄລຍະຕິດຕາມຜົນຜະລິດ ແລະ ຜົນລະປູກຕ່າງໆ ໃນຊ່ວງໄລຍະລະດູຝົນເຮັດໃຫ້ການສະໜອງບໍ່ພຽງພໍ.


2. ອັດຕາແລກປ່ຽນຍັງສືບຕໍ່ສູງຂຶ້ນ (ເງິນກີບຍັງສືບຕໍ່ອ່ອນຄ່າ) ສົ່ງຜົນໃຫ້ລາຄາສິນຄ້າປະເພດເຄື່ອງນຸ່ງຫົ່ມ ແລະ ເກີບ, ປະເພດ, ເຄື່ອງອາໄຫລ່, ສິນຄ້າອຸປະໂພກ-ບໍລິໂພກ ປັບໂຕເພີ່ມຂຶ້ນ.
3. ລາຄານ້ຳມັນເຊື້ອໄຟປັບລາຄາເພີ່ມຂຶ້ນ ອີງໃສ່ຂໍ້ມູນຢູ່ໃນເວບໄຊຂອງລັດວິສາຫະກິດນ້ຳມັນເຊື້ອ ຄັ້ງວັນທີ 10/8/2021 ແລະ ລາຄາຄໍາຮູບປະພັນກໍ່ເພີ່ມຂຶ້ນເຊັ່ນກັນ.

ຂ່າວ: ສັນຕິ