ໂຄງການປະກວດ MISTER GLOBAL LAOS 2021 ມອບເຄື່ອງຊ່ວຍເຫລືອສັງຄົມ

800

ຄະນະປະທານກິດຕິມະສັກ ແລະ ທີມງານກອງປະກວດ MISTER GLOBAL LAOS 2021 ແລະ ນ້ອງໆ ຜຸ້ເຂົ້າປະກວດ ພ້ອມດ້ວຍ BYD Laos ໄດ້ເດີນທາງໄປມອບຄອມພິວເຕີ, ເຄື່ອງໃຊ້ຫ້ອງການ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ກັບ ສຸນເສຍອົງຄະພິເສດ 790 ລວມມູນຄ່າທັງໝົດ 8.880.000 ກີບ ໃນວັນທີ 18 ກັນຍາ 2021 ທີ່ຜ່ານມາ.

ຕາງຫນ້າ ມອບໂດຍທ່ານ ສົມສະຫນຸກ ມີໄຊ ຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ທັງເປັນປະທານທີ່ປືກສາກິດຕິມະສັກ ໂຄງການປະກວດ MISTER GLOBAL LAOS 2021ແລະ ທ່ານ ນາງ ພອນວິໄລ ແສນປະເສີດ ຄະນະທີ່ປືກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ຄະນະທີ່ປືກສາວຽກງານສາດສະໜາ ຂອງສູນກາງແນວລາວສ້າງຊາດ ເປັນຄະນະທີ່ປືກສາກິດຕິມະສັກ ໃຫ້ກັບໂຄງການປະກວດ MISTER GLOBAL LAOS 2021 ພ້ອມດ້ວຍ National Director ຂອງກອງປະກວດ ທ່ານ ອິນປັນ ບໍລິຫານ ຫລື ຕຸ້ຍ ໂອເວີແດນ ແລະ ຕາງຫນ້າຮັບເຄື່ອງບໍລິຈາກ ໂດຍທ່ານ ທ່ານ ພັນໂທ ບຸນມີ ອິນທະວົງສາ ຫົວໜ້າການເມືອງ ສູນເສຍອົງຄະພິເສດ790.

ກາານມອບເຄື່ອງໃນຄັ້ງນີ້ແມ່ນ ໂຄງການປະກວດ ກອງປະກວດ MISTER GLOBAL LAOS 2021 ມອບໃຫ້ກັບ ສູນເສຍອົງຄະພິເສດ 790 ຢູ່ ທ່າງອນ ເຄື່ອງທີ່ມອບມີ ຄອມພິວເຕີຕັ້ງໂຕະ 1 ຊຸດ ພ້ອມດ້ວຍເຄື່ອງພິມເອກະສານ, ເຄື່ອງໃຊ້ຫ້ອງການ ທີ່ຈຳເປັນທີ່ທາງສູນຕ້ອງການ ເພື່ອນຳໃຊ້ເຂົ້າວຽກງານບໍລິຫານຫ້ອງການຂອງສູນ ນອກນັ້ນ ຍັງມີເຄື່ອງທີ່ຈຳເປັນຄື ຫນ້າກາກອານາໄມ 400 ອັນ ເຈວລ້າງມື 100 ອັນ ແລະ ອື່ນໆ ລວມມູນຄ່າທັງໝົດ 8.880.000 ກີບ ເຊິ່ງ ເປັນກິດຈະກຳຂອງກອງປະກວດ ກ່ຽວກັບການຊ່ວຍເຫລືອສັງຄົມ ເຊີ່ງມູນຄ່າ ແລະ ເຄື່ອງດັ່ງກ່າວບາງສ່ວນກໍ່ມາຈາກການສົມທົບຂອງນ້ອງໆ ຜູ້ເຂົ້າປະກວດ.

ໂຄງການປະກວດ  MISTER GLOBAL LAOS 2021 ຖືໄດ້ວ່າເປັນອີກຫນຶ່ງເວທີ ທີ່ຄົ້ນຫາຊາຍງາມທີ່ ມີຄວາມຮູ້, ຄວາມສາມາດ ແລະ ພ້ອມຈະເປັນຕົວແທນຂອງຊາຍງາມລາວ ນໍາຄວາມເປັນລາວ ແລະ ວັດທະນະທໍາລາວໄປເຜີຍແຜ່ໃນເວທີສາກົນທີ່ໃຫຍ່ ແລະ ໄດ້ຮັບຄວາມສົນໃຈ ໂຄງການປະກວດດັ່ງກ່າວນີ້ ກໍໄດ້ມີການປະກອບສ່ວນເພື່ອຊ່ວຍເຫລືອສັງຄົມຫລາຍໆຢ່າງໃນຜ່ານມາ ລວມທັງນ້ອງໆ ທັງ 12ຄົນ ທີ່ເຂົ້າຮ່ວມ ຊີງຕໍາແຫນ່ງໃນເວທີອັນຊົງກຽດນີ້ດ້ວຍ ທຸກທ່ານສາມາດຕິດຕາມຜົນງງານຂອງໂຄງການ ແລະ ຜົນງານຂອງນ້ອງໆໄດ້ ເຮົາຈະມາລຸ້ນ, ມາເຊຍນໍາກັນ ວ່າໃຜຈະໄດ້ເປັນ MISTER GLOBAL LAOS 2021 ຄົນຕໍ່ໄປ ເຊິ່ງວ່າຮອບຕັດສິນກໍໃກ້ເຂົ້າມາເລື້ອຍໆແລ້ວ ສາມາດຕິດຕາມຜົນງງານນ້ອງໆ ແລະ ດ່ານທົດສອບຕ່າງໆຂອງໂຄງການໄດ້ ຜ່ານທາງເພຈ ເຟສບຸກ MISTER GLOBAL LAOS.

 

ຮູບ: MISTER GLOBAL LAOS