ພະແນກ ອຸດສາຫະກຳແລະການຄ້າ ແຂວງອຸດົມໄຊ ເຂັ້ມງວດລົງຕິດຕາມຄຸ້ມຄອງລາຄາສີນຄ້າ

0
1016

ທ່ານ ນາງ ໄມພອນ ສິລິວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ພ້ອມ​ຄະ​ນະໄດ້​ລົງ​ຕິດ​ຕາມ​ລາ​ຄາ​ສິນ​ຄ້າ​ຢູ່​ຕະຫຼາດ​ແມງ​ດາ ແລະ ຕະຫຼາດ​ບ້ານ​ຖິ່ນ ໃນ​ວັນ​ທີ 28 ກັນ​ຍາ​ຜ່ານ​ມາ ປະ​ຕິ​ບັດ​ຕາມ​ຜົນ​ຂອງກອງ​ປະ​ຊຸມ​ວ່າ​ດ້ວຍ​ການ​ກຳ​ນົດ​ລາ​ຄາ​ສິນ​ຄ້າ ຊຶ່ງ​ຈັດ​ຂຶ້ນ​ໃນ​ກາງ​ເດືອນ​ກັນ​ຍາ​ຜ່ານ​ມາ.

 

ໃນການການລົງເຄື່ອນໄຫວວຽກງານຄັ້ງນີ້ ເພື່ອເປັນການປະຕີບັດຕາມຄຳສັ່ງຂອງຂັ້ນເທິງໃນການຄຸ້ມຄອງລາຄາສີນຄ້າ ແລະ ຄ່າບໍລິການສິນຄ້າໃນທ້ອງຕະຫຼາດເທດສະບານ ໃຫ້ຢູ່ໃນເກນທີ່ຮັບໄດ້ທັງສອງຝ່າຍ.​ ທ່ານນາງ ໄມພອນ ສິລິວົງ ໄດ້ໃຫ້ສຳພາດວ່າ: ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກຂອງເສດຖະກິດ ເຮັດໃຫ້ສິນຄ້າມີລາຄາແພງ ແລະ ປະຕິບັດຕາມວາລະແຫ່ງຊາດໃນການສຸມໃສ່ການຜະລິດ ແລະ ສະໜອງສິນຄ້າພາຍໃນໃຫ້ພຽງພໍ ແລະ ຜະລິດເພື່ອສົ່ງອອກນັ້ນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ​ອຸ​ດົມ​ໄຊ ໄດ້ສົມທົບກັບນັກທຸລະກິດ ຜູ້ປະກອບການ ໂດຍສະເພາະແມ່ນຫົວໜ່ວຍການປູກ-ການລ້ຽງ ເພື່ອກຳນົດໂຄງປະກອບລາຄາສິນຄ້າປະເພດສະບຽງອາຫານໃຫ້ມີຄວາມເໜາະສົມ.

ການລົງເຄື່ອນໄຫວຂອງຄະນະທິມງານຄັ້ງນີ້ ແມ່ນໄດ້ນຳເອົາ ຊິງຂອງລັດ ແລະ ແຜ່ນປ້າຍກຳນົດລາຄາ ໄປຕິດຢູ່ສອງຕະຫຼາດ ໂດຍສະເພາະແມ່ນລາຄາຊີ້ນໝູ ໜ້າຟາມສູງສຸດບໍ່ໄຫ້ເກີນ 26.000 ກີບຕໍ່ກິໂລ, ລາຄາຊີ້ນສົດຂາຍໃນຕະຫຼາດສູງສຸດບໍ່ໃຫ້ເກີນ 50,000 ຕໍ່ກິໂລ, ລາຄາໄຂ່ໄກ່ໜ່ວຍໃຫຍ່ ໜ້າຟາມສູງສຸດບໍ່ໃຫ້ເກີນ 420.000 ກີບ ຕໍ່ແກັດ, ລາຄາຂາຍຍ່ອຍຢູ່ຕະຫຼາດສູງສຸດບໍ່ໃຫ້ເກີນ 38.000ກີບຕໍ່ແຕະ, ລາຄາປານິນໜ້າ​ກະ​ຊັງສູງສຸດບໍ່ໃຫ້ເກີນ 20.000 ກີບ ຕໍ່ກິໂລ, ລາຄາປາຂາຍສົ່ງບໍ່ໃຫ້ເກີນ 22.000 ກີບຕໍ່ກິໂລ, ລາຄາຂາຍຍ່ອຍຢູ່ຕະຫຼາດບໍ່ໃຫ້ເກີນ 24.000 ກີບຕໍ່ກິໂລ, ພ້ອມນີ້ຍັງມີມາດຕະການປັບໃໝຕໍ່ຜູ້ລະເມີດຂຶ້ນນລາຄາ ສວຍໂອກາດກັກຕຸນສິນຄ້າໂດຍ​ບໍ່ໄດ້ຮັບອານຸຍາດ, ແມ່ນຈະໄດ້ຖືກປັບໃໝ ແຕ່ 1 ລ້ານ – 5 ລ້ານກີບຕໍ່ຄັ້ງຕໍ່ຄົນ.

ນອກນີ້ຍັງມີຂໍ້ຫ້າມອື່ນໆທີ່ເປັນປະໂຫຍດໃຫ້ແກ່ຜູ້ບໍລິການ ແລະ ຜູ້ບໍລິໂພກ, ພ້ອມນີ້ ຍັງໄດ້ສຸ່ມກວດຕາ​ຊິງ​ຢູ່​ຕາມບັນດາຮ້ານຂາຍຊີ້ນ, ຂາຍປາ ຂາຍເຂົ້າ ແລະ ພືດຜັກອື່ນໆໃ​ຫ້ຢູ່ໃນເກນມາດຕະຖານ.ການເຄື່ອນໄຫວກຳນົດລາຄາສິນຄ້າ​ຢູ່​ແຂວງ​ອຸ​ດົມ​ໄຊຈະ​ດຳ​ເນີນ​ໄປ​ທັງ 7 ເມືອງ ທົ່ວແຂວງ.

ຂ່າວ-ພາບ: ແສງ​ອາ​ທິດ

LEAVE A REPLY

Please enter your comment!
Please enter your name here