ສ. ເກົາຫຼີ ສືບຕໍ່ຊ່ວຍເຫຼືອສະບຽງອາຫານ ແກ່ແຮງງານລາວ ຢູ່ສູນຈໍາກັດບໍລິເວນ

437

ລັດຖະບານ ແຫ່ງ ສາທາລະນະລັດ ເກົາຫຼີ ຖະແຫຼງ ສືບຕໍ່ໃຫ້ການຊ່ວຍເຫຼືອ ແກ່ກະຊວງສາທາລະນະສຸກ ແລະ ອົງການອາຫານໂລກ ປະຈໍາປະເທດລາວ ໃນການຊ່ວຍເຫຼືອທາງດ້ານ ສະບຽງອາຫານ ໃຫ້ແກ່ແຮງງານທີ່ຈະຕ້ອງໄດ້ຢູ່ໃນສູນຈໍາກັດບໍລິເວນ ໂຄວິດ-19.
ກະຊວງການຕ່າງປະເທດ ຂອງ ສາທາລະນະລັດ ເກົາຫຼີ ໄດ້ມອບເງິນຊ່ວຍເຫຼືອທາງດ້ານມະນຸດສະທໍາ ເປັນມູນຄ່າ 200.000 ໂດລາສະຫະລັດ ໃຫ້ແກ່ ສປປ ລາວ ໃນການຮັບມືກັບການລະບາດຂອງ ພະຍາດ ໂຄວິດ-19. ການຊ່ວຍເຫຼືອໃນຄັ້ງນີ້ຈະຊ່ວຍໃຫ້ ອົງການອາຫານໂລກ ສາມາດສືບຕໍ່ໃຫ້ຄວາມຊ່ວຍເຫຼືອທາງດ້ານສະບຽງອາຫານ ໃຫ້ແກ່ບັນດາແຮງງານທີ່ກັບຄືນມາ ທີ່ຢູ່ໃນ 18 ສູນຈໍາກັດບໍລິເວນ ໃນທົ່ວ 7 ແຂວງ ຂອງ ສປປ ລາວ.

ອົງການອາຫານໂລກ ແລະ ບັນດາອົງການເພື່ອນຮ່ວມງານໄດ້ແກ່ – ອົງການກາແດງສະວີດສ, ອົງການກາແດງລາວ ແລະ ອົງການສຸພະນິມິດ ສາກົນ ຈະໄດ້ມອບອາຫານ ທີ່ມີໂພຊະນາການ ຈໍານວນ 3 ຄາບໃນແຕ່ລະມື້ ໃຫ້ແກ່ແຮງງານທີ່ກັບຄືນມາຫຼາຍກວ່າ 5.600 ຄົນ.
ທ່ານ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ: ເຖິງແມ່ນວ່າ ຈໍານວນໂຕເລກຂອງແຮງງານທີ່ກັບຄືນມາຈະຫຼຸດລົງຢ່າງຕໍ່ເນື່ອງ ນັບຕັ້ງແຕ່ກາງ ເດືອນສິງຫາເປັນ ຕົ້ນມາ, ແຕ່ຈໍານວນໂຕເລກຜູ້ທີ່ຕິດໂຄວິດ ໃນປະເທດເພື່ອນບ້ານຂອງ ສປປ ລາວ ຍັງເປັນສິ່ງຄຸກຄາມຢູ່, ໃນຂະນະທີ່ພວກເຮົາພວມເຮັດວຽກຢ່າງໜັກ ໃນການປ້ອງກັນການແຜ່ລະບາດຢູ່ໃນປະເທດ. ດ້ວຍປະສົບ ການທີ່ຜ່ານມາໄດ້ເປັນບົດຮຽນໃຫ້ພວກເຮົາຮູ້ວ່າ ສູນຈໍາກັດບໍລິເວນ ມີຄວາມສໍາຄັນໃນການຊ່ວຍໃຫ້ພວກເຮົາ ທຸກຄົນປອດໄພ, ໃນຂະນະທີ່ຮັບປະກັນ ໃຫ້ຄົນລາວທຸກຄົນສາມາດກັບຄືນມາບ້ານເກີດເມືອງນອນຂອງພວກເຂົາໄດ້. ພວກເຮົາຂໍຂອບໃຈມາຍັງ ລັດຖະບານ ແຫ່ງ ສາທາລະນະລັດເກົາຫຼີ ສໍາລັບການຊ່ວຍເຫຼືອທີ່ສໍາຄັນນີ້.

ອົງການອາຫານໂລກ ໄດ້ເລີ່ມກິດຈະກໍາການຊ່ວຍເຫຼືອທາງດ້ານສະບຽງອາຫານຂອງພວກເຂົາ ໃຫ້ແກ່ ສູນຈໍາກັດບໍລິເວນໂຄວິດ-19 ຕັ້ງແຕ່ ເດືອນມິຖຸນາ 2020. ນັບຕັ້ງແຕ່ຕົ້ນເດືອນກັນຍາຂອງປີນີ້, ທາງອົງການ ໄດ້ມອບອາຫານໃຫ້ແກ່ສູນຈໍາກັດບໍລິເວນຖາວອນເປັນຫຼັກ, ປະມານ 1.800 ຄົນ ຕໍ່ມື້. ການສະໜອງອາຫານໃນແຕ່ລະມື້ ໃຫ້ແກ່ ແຮງງານທີ່ກັບຄືນມາ ໃນບັນດາສູນດັ່ງກາວ ໄດ້ປະກອບສ່ວນເຮັດໃຫ້ ແຮງງານທີ່ກັບຄືນມາ ສາມາດ ອາໄສຢູ່ໃນສູນຈົນຄົບກໍານົດເວລາ ໂດຍທີ່ ພວກເຂົາຈະບໍ່ໄປຊອກ ຫາແຫຼ່ງອາຫານຈາກບ່ອນອື່ນ. ການຊ່ວຍເຫຼືອຍັງ ໄດ້ຊ່ວຍຮັກສາໃຫ້ພວກເຂົາມີສຸຂະພາບແຂງແຮງ ແລະ ມີຄວາມເປັນຢູ່ທີ່ດີ, ນອກຈາກນັ້ນກໍ່ເປັນການຊ່ວຍຫຼຸດຜ່ອນພາ ລະຄ່າໃຊ້ຈ່າຍຂອງພວກເຂົາ ແລະ ຄອບຄົວຂອງພວກເຂົາ.

ທ່ານ ມູຮອງ ອິມ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈໍາ ສປປ ລາວ ກ່າວວ່າ: ການຊ່ວຍເຫຼືອໃນຄັ້ງນີ້ ກໍ່ແມ່ນເພື່ອປະຕິບັດຕາມເນື້ອໃນ ຈາກກອງປະຊຸມຂອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ ແລະ ສປປ ລາວ ໃນເດືອນທີ່ຜ່ານມາ ທ່າມກາງການແຜ່ລະບາດຂອງພະຍາດ ພ້ອມດຽວກັນກໍ່ແມ່ນ ຈາກການໃຫ້ການຊ່ວຍເຫຼືອທາງດ້ານມະນຸດສະທໍາຂອງ ສາທາລະນະລັດເກົາຫຼີ ໃນຮອບທີ 3 ໃຫ້ແກ່ ສປປ ລາວ ນັບຕັ້ງແຕ່ເລີ່ມມີການແຜ່ລະບາດໃນປີທີ່ຜ່ານມາ, ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມຕັ້ງໃຈ ຂອງທັງສອງປະເທດໃນການທີ່ຈະຂ້າມຜ່ານຄວາມລໍາບາກນີ້ໄປດ້ວຍກັນ. ຂ້າພະເຈົ້າຫວັງວ່າ ການຊ່ວຍເຫຼືອໃນຄັ້ງນີ້ ຈະສາມາດຊ່ວຍໃຫ້ພວກເຮົາຂ້າມຜ່ານເວລາແຫ່ງຄວາມທ້າທາຍເຫລົ່ານີ້ໄປໄດ້.

ລັດຖະບານ ແຫ່ງ ສາທາລະນະລັດ ເກົາຫຼີ ແມ່ນໄດ້ຮ່ວມມືຢ່າງໃກ້ຊິດ ກັບ ລັດຖະບານແຫ່ງ ສປປ ລາວເພື່ອເພີ້ມຄວາມເຂັ້ມແຂງ ຄວາມອາດສາມາດໃນການກວດກາ ພະຍາດໂຄວິດ-19 ຂອງ ສປປ ລາວ, ດ້ວຍການມອບ ອຸປະກອນຕ່າງໆ ເຊັ່ນ ປະຕູຍ່າງຜ່ານເພື່ອໃຫ້ຂ້າເຊື້ອ, ຊຸດກວດໂຄວິດ ແລະ ອຸປະກອນການແພດອື່ນໆ. ພ້ອມດຽວກັນນັ້ນ ກໍ່ຍັງມີການຮ່ວມມືກັນຕະຫຼອດມາ ກັບ ອົງການອາຫານໂລກ ໃນລະດັບທ້ອງຖິ່ນ ແລະ ສາກົນ, ລວມທັງການໃຫ້ຄວາມຊ່ວຍເຫຼືອຄັ້ງຫຼ້າສຸດນີ້ ໃຫ້ແກ່ລັດຖະບານລາວ ເປັນເຂົ້າສານ ຈໍານວນ 1,320ໂຕນ ໃນ ເດືອນ ມີຖຸນາ 2021 ເພື່ອເປັນສະບຽງອາຫານສຸກເສີນ ໃນເວລາໄພພິບັດ.

ທ່ານ ຢານ ເດລບາເຣີ ອໍານວຍການ ແລະ ຜູ້ຕາງໜ້າ ອົງການອາຫານໂລກ ປະຈໍາ ສປປ ລາວ ກ່າວວ່າ: ມັນເປັນສິ່ງທີ່ດີຫຼາຍ ທີ່ມີຜູ້ໃຫ້ທຶນ ຈໍານວນຫຼາຍຂື້ນທີ່ຮັບຮູ້ໄດ້ເຖິງຄວາມສໍາຄັນໃນການເຮັດໃຫ້ບັນດາສູນ ຈໍາກັດບໍລິເວນສາມາດດໍາ ເນີນວຽກງານໄປໄດ້. ໃນຂະນະທີ່ບັນດາອໍານາດການປົກຄອງພາຍໃນປະເທດແມ່ນກໍາລັງປະ ຕິບັດວຽກງານ ເພື່ອເຮັດໃຫ້ປະເທດຊາດມີຄວາມປອດໄພ, ພວກເຮົາ ທີ່ອົງການອາຫານໂລກ ໄດ້ເຫັນວ່າ ມັນເປັນໜ້າທີ່ອັນມີກຽດ ຂອງພວກເຮົາ ທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ໃນວຽກງານຈໍາກັດບໍລິເວນ, ຜ່ານການຊ່ວຍເຫຼືອທີ່ມີນໍ້າໃຈ ແລະ ການຈັດຕັ້ງປະຕິບັດຂອງບັນດາເພື່ອນຮ່ວມງານທີ່ມີປະສິດທິພາບ. ນັບຕັ້ງແຕ່ ເດືອນ ມິຖຸນາ 2020, ພວກເຮົາໄດ້ມອບອາຫານປະມານ 1.8 ລ້ານ ຄາບ ໃຫ້ແກ່ຜູ້ຈໍາກັດບໍລິເວນ ຫຼາຍກວ່າ 70.000 ຄົນ. ດ້ວຍການແຍກປ່ຽວ ຜູ້ທີ່ໄດ້ຕິດພະຍາດໂຄວິດທີ່ເຂົ້າມາປະເທດ, ພວກເຮົາແມ່ນກໍາລັງຍັບເຂົ້າໃກ້ທີ່ ຈະຢຸດການແຜ່ລະບາດຂອງພະຍາດດັ່ງກ່າວນີ້.