ຊຸດປະຈຳຊາດລາວ ຄື ຊຸດອົງພະຍານາກ ສີຣິຈັນທານາກຄະລາດ ທີ່ຕົວແທນປະເທດຈະສວມໃສ່ເທິງເວທີປະກວດຊາຍງາມສາກົນ

986

ກຽມພ້ອມເຕັມທີ່ ໜຸ່ມ ວຽງຄໍາ ຈັນທະວົງສາ ຕົວແທນປະເທດໄປປະກວດ Mister Model international Pageant ທີ່ Punta Cana Dominican public ເຊິ່ງຈະອອກເດີນທາງໄປໃນວັນທີ 30 ກັນຍາ 2021 ນີ້ ແລະ ຈະເລີ່ມແຂ່ງຂັນໃນລະຫວ່າງວັນທີ 3-9 ຕຸລາ 2021
ແລະ ນີ້ເປັນຊຸດປະຈໍາຊາດ Laos National Costume the king of Naga dragon ອອກແບບ ແລະຕັດຫຍິບໂດຍຫ້ອງເສືອ ທອງສະຫວັນ

ຊຸດປະຈຳຊາດລາວອົງພະຍານາກ ສີຣິຈັນທານາກຄະລາດ

.

ເອກກະລັກສວຍງາມ, ດູດີ ແລະ ຊງພະລັງ

.

ຮ່ວມເຊຍ ແລະ ສົ່ງກໍາລັງໃຈລຸ້ນນໍາກັນກັບຕົວແທນປະເທດໜຸ່ມ ວຽງຄໍາ ຈັນທະວົງສາ Mister Model Laos 2021 ພ້ອມແລ້ວບິນລັດຟ້າໄປປະກວດຊາຍງາມໃນເວທີລະດັບສາກົນ
ວຽງຄໍາ” ຫຼື ວຽງ ປັດຈຸບັນ ອາຍຸ 23 ປີ ດຽວນີ້ກໍາລັງສຶກສາຕໍ່ຢູ່ ສປ.ຈີນ ແລະ ເປັນເທຣນເນີ ສອນອອກກຳລັງກາຍ (ສ້າງກ້າມເນື້ອ, ຟິດຫຸ່ນ) ເພື່ອຫາປະສົບການເຮັດວຽກໄປນຳ.

ຜົນງານຜ່ານມາມີ ເດີນແບບການກຸສົນ, ຣີວິວສິນຄ້າ ແລະ ອອກງານ ນອກຈາກເປັນນາຍແບບນ້ອງໃໝ່ແລ້ວ ຍັງເປັນນັກມວຍຄົນໜຶ່ງທີ່ມີຄວາມສາມາດ ກາລັນຕີດ້ວຍຜົນງານ ເພາະຜູ້ກ່ຽວເຄີຍລົງແຂ່ງຂັນຕີມວຍຢູ່ ສ.ປ. ຈີນ 4 ລາຍການ ໄດ້ຊະນະທີ 1.
ທັງໜ້າຕາດີ ແລະ ເກັ່ງແບບນີ້ ສົມແລ້ວເປັນຕົວແທນຊາຍລາວ ເຂົ້າໄປເຊຍ ແລະ ຕິດຕາມກັນຕໍ່ໄດ້ທີ່

Facebook Vieng Chanthavongsa
IG vieng_chanthavongsa
Page: Mister Model LAOS & Page Mister Laos Mister International Laos