ສະຫະລັດ ຮຽກຮ້ອງໃຫ້ສະພາຄອງເກຣສ ເພີ່ມເພດານໜີ້ ຫາກບໍດັ່ງນັ້ນ ຫາຍະນະຈະເກີດຂຶ້ນ

313

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ທ່ານນາງ ເຈ​ເນັດ ເຢ​ລ​ເລັນ ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ກ່າວ​ວ່າ: ສະ​ຫະ​ລັດ​ອາດ​ຜິດ​ນັດ​ຊຳ​ລະ​ໜີ້ ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ແລະ ສະ​ພາ​ຄອງ​ເກ​ຣ​ສ​ມີ​ເວ​ລາ​ເຖິງວັນ​ທີ 18 ຕຸ​ລາ​ນີ້ ເພື່ອ​ພິ​ຈາ​ລະ​ນາ​​ເພີ່ມ​ເພ​ດານ​ໜີ້, ຫາກ​ບໍ່​ດັ່ງ​ນັ້ນ ຫາ​ຍະ​ນະ​ຈະ​ເກີດ​ຂຶ້ນ​ກັບ​ເສດ​ຖະ​ກິດ​ຂອງ​ປະ​ເທດ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ໄດ້​ຊີ້​ແຈງ​ຕໍ່​ປະ​ທານ​ລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ​ວ່າ ສະ​ພາ​ຄອງ​ເກ​ຣ​ສ​ມີ​ເວ​ລາ​ເຖິງວັນ​ທີ 18 ຕຸ​ລາ 2021 ໃນ​ການ​ພິ​ຈາ​ລະ​ນາ​ຂະ​ຫຍາຍ​ເພ​ດານ​ໜີ້ ເນື່ອງ​ຈາກ​ເມັດ​ເງິນ​ໃນ​ມາດ​ຕະ​ການ​ພິ​ເສດ​ຂອງ​ກະ​ຊວງ​ການ​ເງິນ ຈະ​ໝົດ​ລົງ ຫາກ​ສະ​ພາ​ຄອງ​ເກ​ຣ​ສ​ບໍ່​ປັບ​ເພີ່ມ​ເພ​ດານ​ໜີ້ພາຍ​ໃນ​ວັນ​ທີ 18 ຕຸ​ລາ 2021 ເຊິ່ງ​ເມື່ອ​ເຖິງ​ເວ​ລາ​ນັ້ນ ກະ​ຊວງ​ການ​ເງິນ​ຈະ​ມີ​ຊັບ​ພະ​ຍາ​ກອນ​ທີ່​ຈຳ​ກັດ ແລະ ຈະ​ໝົດ​ລົງ​ໃນ​ໄວໆ​ນີ້.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ຍັງ​ກ່າວ​ເຕືອນ​ໃນ​ຂະ​ນະ​ທີ່​ຖະ​ແຫຼງ​ຕໍ່​ຄະ​ນະ​ກຳ​ມາ​ທິ​ການ​ການ​ເງິນ​ປະ​ຈຳ​ວຸດ​ທິ​ສະ​ພາ​ເມື່ອ​ວັນ​ທີ 28 ກັນ​ຍາ​ຜ່ານ​ມາ ໂດຍ​ລະ​ບຸ​ວ່າ: ຫາກ​ສະ​ພາ​ຄອງ​ເກ​ຣ​ສ​ບໍ່​ສາ​ມາດ​ປັບ​ເພີ່ມ​ເພ​ດານ​ໜີ້ ກໍ​ຈະ​ເຮັດ​ໃຫ້​ສະ​ຫະ​ລັດ​ຜິດ​ນັດ​ຊຳ​ລະ​ໜີ້​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ແລະ ຈະ​ສົ່ງ​ຜົນ​ກະ​ທົບ​ຢ່າງ​ຮຸນ​ແຮງ​ຕໍ່​ລະ​ບົບ​ເສດ​ຖະ​ກິດ​ຂອງ​ປະ​ເທດ.

ເຖິງ​ແມ່ນ​ວ່າ ເສດ​ຖະ​ກິ​ສະ​ຫະ​ລັດ​ຍັງ​ຂະ​ຫຍາຍ​ຕົວ ແລະ ການ​ຈ້າງ​ງານ​ກໍ​ເພີ່ມ​ຂຶ້ນ ເມື່ອ​ທຽບ​ໃສ່​ປີ​ຜ່ານ​ມາ ແຕ່​ພວກ​ເຮົາ​ຍັງ​ປະ​ເຊີນ​ກັບ​ການ​ລະ​ບາດ​ຂອງ​ເອ​ໄວ​ຣັ​ສ​ສາຍ​ພັນ​ເດວ​ຕ້າ ເຊິ່ງ​ຍັງ​ກົດ​ດັນ​ຕໍ່​ການ​ຟື້ນ​ຕົວ​ຂອງ​ເສດ​ຖະ​ກິດ ແລະ ເປັນ​ອຸ​ປະ​ສັກ​ຕໍ່​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ​ຢ່າງ​ແຂງ​ແກ່ນ ແຕ່​ເຊື່ອ​ວ່າ ສະ​ຫະ​ລັດ​ຈະ​ມີ​ອັດ​ຕາ​ການ​ຈ້າງ​ງານ​ເຕັມ​ສັກະ​ຍະ​ພາບ​ໃນ​ປີ​ໜ້າ. ແຕ່​ຂະ​ນະ​ນີ້ ມີ​ຄວາມ​ຈຳ​ເປັນ​ເປັນ​ຢ່າງ​ຍິ່ງ​ທີ່​ສະ​ພາ​ຄອງ​ເກ​ຣ​ສ​ຕ້ອງ​ແກ້​ໄຂ​ບັນ​ຫາ​ເພ​ດານ​ໜີ້ ເນື່ອງ​ຈາກ​ຄວາມ​ເຊື່ອ​ໝັ້ນ ແລະ ອັນ​ດັບ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ສະ​ຫະ​ລັດ​ຈະ​ໄດ້​ຮັບ​ຜົນ​ກະ​ທົບ, ໃນ​ຂະ​ນະ​ດຽວ​ກັນ​ສະ​ຫະ​ລັດ​ຈະ​ປະ​ເຊີນ​ກັບ​ວິ​ກິດ​ການ​ດ້ານ​ການ​ເງິນ ແລະ ເສດ​ຖະ​ກິດ​ຈະ​ທົດ​ຖອຍ ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ກ່າວ.

ທັງ​ນີ້ ນັກ​ວິ​ເຄາະ​ຄາດ​ການ​ວ່າ ຖ້າ​ຫາກວ່າ ສະ​ຫະ​ລັດ​ຜິດ​ຊຳ​ລະ​ໜີ້ ຈະ​ສົ່ງ​ຜົນ​ໃຫ້​ເກີດ​ຫາ​ຍະ​ນະ​ທາງ​ການ​ເງິນ​ຕາມ​ມາ ເຊິ່ງ​ຈະ​ກົດ​ດັນ​ໃຫ້​ເກີດ​ແຮງ​ເທ​ຂາຍ​ໃນ​ຕະຫຼາດ​ຕ່າງໆ​ເປັນ​ວົງ​ກວ້າງ ​ແລະ ຈະ​ເຮັດ​ໃຫ້​ເສດ​ຖະ​ກິດ​ສະ​ລໍ​ຕົວ ທ່າມ​ກາງ​ອັດ​ຕາ​ດອກ​ເບ້ຍ​ທີ່​ສູງ​ຂຶ້ນ ໂດຍ​ ທ່ານ ນາງ ເຈ​ເນັດ ເຢ​ລ​ເລັນ ກ່າວວ່າຫາກ​ສະ​ພາ​ຄອງ​ເກ​ຣ​ສ​ບໍ່​ປັບ​ເພ​ດານ​ໜີ້​ຂຶ້ນ ຈະ​ສົ່ງ​ຜົນ​ໃຫ້​ເກີດ​ວິ​ກິດ​ການ ແລະ ຫາຍ​ຍະ​ນະ​ທາງ​ການ​ເງິນ ແນ່ນອນ​ການ​ຊຳ​ລະ​ດອກ​ເບ້ຍ​ພັນ​ທະ​ບັດ​ຂອງ​ລັດ​ຖະ​ບານ​ຈະ​ສູງ​ຂຶ້ນ.

ທັງ​ນີ້ ເພ​ດານ​ໜີ້ ຄື​ຈຳ​ນວນ​ເງິນ​ທັງ​ໝົດ​ທີ່​ລັດ​ຖະ​ບານ​ສະ​ຫະ​ລັດ​ໄດ້​ຮັບ​ອະ​ນຸ​ຍາດ​ກູ້​ຢືມ​ມາ ເພື່ອ​​ໃຫ້​ລັດ​ຖະ​ບານ​ສາ​ມາດຊຳ​ລະ​ໜີ້​ຕາມ​ກົດ​ໝາຍ ເຊິ່ງ​ລວມ​ທັງ​ສະ​ຫວັດ​ດີ​ການ​​ປະ​ກັນ​ສັງ​ຄົມ, ສຸ​ຂະ​ພາບ, ດອກ​ເບ້ຍ​ກາ​ສານ​ໜີ້​ຂອງ​ລັດ​ຖະ​ບານ ແລະ ການ​ໃຊ້​ຈ່າຍ​ອື່ນໆ.