ສຳນັກຂ່າວຕ່າງປະເທດລາຍງານວ່າ ລັດຖະບານມາເລເຊຍໄດ້ຕັ້ງເປົ້າ ແຕ່ນີ້ ຮອດປີ 2025 ກະຕຸ້ນເສດຖະກິດໃຫ້ຂະຫຍາຍຕົວ 4,5-5,5% ຕໍ່ປີ, ພ້ອມທັງຍົກລະດັບລາຍໄດ້ຂອງພາກຄົວເຮືອນສະເລ່ຍ 10.000 ຣິງກີດຕໍ່ເດືອນ ພາຍໃນປີ 2025.
ທ່ານ ອິສມາອິລ ຊາບຣີ ຢາຄ໊ອບ ນາຍົກລັດຖະມົນຕີມາເລເຊຍ ໄດ້ຖະແຫຼງຕໍ່ກອງປະຊຸມສະພາກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 12 (2021-2025) ໂດຍມີຫົວຂໍ້ວ່າ: ຄອບຄົວມາເລເຊຍ-ຈະເລີນກ້າວໜ້າ, ມີສ່ວນຮ່ວມ ແລະ ເຕີບໂຕຢ່າງໝັ້ນທ່ຽງ.
ພາຍໃຕ້ແຜນພັດທະນາດັ່ງກ່າວ ພາຍໃນປີ 2025 ມາເລເຊຍຈະກ້າວຂຶ້ນເປັນປະເທດໄຮເທັກ, ມີລາຍໄດ້ຕໍ່ຫົວປະຊາກອນສູງ ແລະ ເປັນປະເທດທີ່ປະຊາກອນມີຊີວິດທີ່ດີຂຶ້ນ. ນາຍົກລັດຖະມົນຕີມາເລເຊຍ ຍັງສັນຍາວ່າ ຈະກຳຈັດບັນຫາຄວາມແຕກໂຕນທາງເສດຖະກິດລະຫວ່າງບັນດາແຂວງພາກກາງກັບພາກຕາເວັນອອກຂອງປະເທດໂດຍການເພີ່ມງົບປະມານພັດທະນາທ້ອງຖິ່ນຂຶ້ນ 50% ຕັ້ງເປົ້າຫຼຸດການປ່ອຍອາຍພິດເຮືອນແກ້ວລົງ 43% ພາຍໃນປີ 2030, ສົ່ງເສີມເຕັກໂນໂລຊີພະລັງງານສະອາດ ແລະ ຢຸດຕິໂຄງການກໍ່ສ້າງໂຮງໄຟຟ້າພະລັງງານຖ່ານຫີນ(ໂຄງການໃໝ່) ໃນອະນາຄົດ.
ໃນໄລຍະຜ່ານມາ ເຖິງແມ່ນວ່າ ມາເລເຊຍຈະປະເຊີນກັບອຸປະສັກຕ່າງໆນາໆ ເປັນຕົ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ແກ່ຍາວ ແລະ ຄວບຄຸມໄດ້ຍາກ ແຕ່ເສດຖະກິດມາເລເຊຍກໍມີທ່າອ່ຽງຟື້ນຕົວ ຫຼັງກິດຈະກຳທາງເສດຖະກິດກັບຄືນມາອີກຄັ້ງ.
ລັດຖະບານມາເລເຊຍຄາດການວ່າ ການຜະລິດພາຍໃນຈະຂະຫຍາຍຕົວປະມານ 4-5% ຂະນະທີ່ກິດຈະກຳດ້ານເສດຖະກິດຂອງພາກເອກະຊົນກໍມີທ່າອ່ຽງວ່າຈະຟື້ນຕົວ ແລະ ຈະເປັນແຮງຍູສຳຄັນທີ່ຈະເຮັດໃຫ້ເສດຖະກິດມາເລເຊຍຂະຫຍາຍຕົວຕາມເປົ້າໝາຍ ໂດຍລັດຖະບານຈະວາງນະໂຍບາຍສະໜັບສະໜູນດ້ານການເງິນ-ການທະນາຄານຄວບຄູ່ກັນໄປ.
ໃນຂະນະດຽວກັນລັດຖະບານຈະສົ່ງເສີມທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ ພ້ອມທັງສົ່ງເສີມກິດຈະກຳສຳຄັນໆ ເຊິ່ງຈະຊ່ວຍສ້າງລາຍໄດ້ເຂົ້າປະເທດ ເຊັ່ນ: ໄຟຟ້າ-ເອເລັກໂຕຣນິກ, ພາກບໍລິການ ເຊັ່ນ: ການບິນ, ອຸດສາຫະກຳອາຫານ ຮາລານ, ທຸລະກິດດ້ານຊີວະພາບ ແລະ ສົ່ງເສີມແນວຄິດການປູກ-ການລ້ຽງຢ່າງຊານສະຫຼາດ.