9 ເດືອນຜ່ານມາກູ້ໄພສຸກເສີນ ແຂວງບໍ່ແກ້ວ ໄດ້ລົງຊ່ວຍຜູ້ທີ່ເກີດອຸປະຕິເຫດ 262 ຄັ້ງ

361

ໜ່ວຍກູ້ຊີບ-ກູ້ໄພ ແຂວງບໍ່ແກ້ວ, ແມ່ນໜ່ວຍງານໜຶ່ງ ທີjຂຶ້ນກັບຂະແໜງ ສົ່ງເສີມສຸຂະພາບຊຸມຊົນ ມີພາລະບົດບາດ ໜ້າທີ່ໃນການຊ່ວຍເຫຼືອ ຜູ້ປະສົບເຄາະຮ້າຍຕ່າງໆ ບໍ່ວ່າຈະເປັນການເກີດອຸປະຕິເຫດຕາມທ້ອງຖະໜົນຫຼວງ, ອັກຄີໄພຕາມເຮືອນຊານບ້ານຊ່ອງ,ໄພພິບັດທາງທຳມະຊາດ, ຄົນດ້ອຍອະນາຖາ ແລະ ອື່ນໆ ໂດຍບໍ່ຫວັງຜົນກຳໄລ ແລະ ບັນເທົາທຸກໃຫ້ແກ່ຜູ້ປະສົບເຄາະຮ້າຍ ເພື່ອສັງຄົມໃນການກອບກູ້ຊິວິດ.

ທ່ານ ອຳມອນ ຈັນທະວົງ ຫົວໜ້າໜ່ວຍງານ ກູ້ຊີບ-ກູ້ໄພ ສຸກເສີນ ແຂວງບໍ່ແກ້ວ,ໃຫ້ຮູ້ວ່າ: ປະຈຸບັນ ໜ່ວຍງານກູ້ຊີບ-ກູ້ໄພແຂວງບໍ່ແກ້ວ ມີພະນັກງານ ແລະ ອາສາສະໝັກມີ 19 ຄົນ, ຍິງ 7 ຄົນ ໄດ້ແບ່ງເປັນສອງໜ່ວຍປະຈໍາການເວນຍາມ ກາງເວັນ ແລະ ກາງຄືນ ໜ່ວຍລະ 6-7 ຄົນ, ພັດປ່ຽນກັນຕະຫຼອດ 24 ຊົ່ວໂມງ. ກຽມພ້ອມທຸກເວລາ ຕໍ່ກັບເຫດ ການທີ່ຈະເກີດຂຶ້ນ.
9 ເດືອນຜ່ານມາ ໄດ້ຮັບແຈ້ງເຫດສຸກເສີນ ໂທເຂົ້າມາ 084 1625, ກ່ຽວກັບອຸປະຕິເຫດເກີດຂຶ້ນມີຈໍານວນ 262 ຄັ້ງ, ທາງໜ່ວຍງານກູ້ຊີບ-ກູ້ໄພສຸກເສີນ ໄດ້ລົງເຖິງຈຸດເກີດເຫດພົບເຫັນຜູ້ທີ່ໄດ້ຮັບບາດເຈັບ 263 ຄົນ, ຍິງ 77 ຄົນ.ໃນນິ້ມີຜູ້ທີ່ເຈັບເລັກໜ້ອຍ 147 ຄົນ, ເຈັບສົມຄວນ 89 ຄົນເຈັບສາຫັດ 13.

ໄດ້ຊ່ວຍເຫຼື່ອປະຖົມພະຍາບານຂັ້ນຕົ້ນ ແລ້ວນໍາສົ່ງໄປປິ່່່ນປົວຢູ່ໂຮງໝໍແຂວງ ແລະ ໂຮງໝໍເມືອງ ເພື່ອກອມກູ້ເອົາຊິວິດຢ່າງຮີບດ່ວນ.ມີ 238 ຄົນ. ຍິງ 71 ຄົນ ມີຜູ້ເສຍຊິວິດຢູ່ກັບທີ່ ແລະ ໄປເສຍຊິວິດຢູ່ໂຮງໝໍທັງໝົດ 22 ຄົນ ຍ້ອນທົນຄວາມເຈັບປວດບໍ່ໄຫວ.

ທ່ານ ອຳມອນ ຈັນທະວົງຍັງໃຫ້ຮູ້ອືກວ່າ: ການປະຕິບັດໜ້າທີ່ຂອງໜ່ວຍງານກູ້ຊີບ-ກູ້ໄພ ຜ່ານມາແມ່ນພົບຄວາມຫຍຸ້ງຍາກຫຼາຍ ເພາະວ່າພະນັກງານ ແລະ ອາສາສະໝັກມີຈໍາກັດ ອຸປະຕິເຫດແມ່ນເກີດເກືອບທຸກມື້, ຂາດດ້ານງົບປະມານ, ພາຫະນະລົດຂົນສົ່ງຄົນເຈັບ ນໍ້າມັນລົດ ແລະ ອາຫານການກິນ ຂອງອາສາສະໝັກບໍ່ພຽງພໍ ຜ່ານມາແມ່ນອາໄສແຕ່ການປະກອບສ່ວນຊ່ວຍເຫຼືອຈາກຫຼາຍພາກສ່ວນ,ທາງພາກລັດ, ເອກະຊົນ ແລະ ບຸກຄົນ ໃຫ້ການສະໜັບສະໜູນ ຖ້າທຽບໃສ່ໜ້າວຽກຕົວຈິງແມ່ນຍັງບໍ່ພຽງພໍ ສະນັ້ນ, ຂໍຮຽກຮ້ອງມາຍັງທຸກພາກສ່ວນ ບໍ່ວ່າຈະເປັນການຈັດຕັ້ງພັກ-ລັດ ບໍລິສັດຮ້າງຮ້ານ ແລະ ບຸກຄົນ ທີ່ມີເງື່ອນໄຂ ໃຈສັດທາ ໃນການສະໜັບສະໜູນ ຊ່ວຍເຫຼືອໜ່ວຍງານ ດ້ານວັດຖຸປັດໄຈເຄື່ອງໃຊ້ຕ່າງໆ ໃຫ້ແກ່ພະນັກງານ ແລະ ອາສາສະໝັກ ກູ້ຊີບ-ກູ້ໄພ ສຸກເສີນ ແຂວງບໍ່ແກ້ວ.

ທັ້ງນີ້ກໍ່ເພື່ອເຄື່ອນ ໄຫວຮັບໃຊ້ສັງຄົມໃນການເກີດອຸປະຕິເຫດຕ່າງໆ ຢູ່ຕາມທ້ອງຖະໜົນຫຼວງ ແລະ ສະຖານທີອື່ນໆ ໃນແຕ່ວັນຢູ່ແຂວງບໍ່ແກ້ວ.ພວກເຮົາຍິນດີຮັບໃຊ້ ແລະຮັບການຊ່ວຍເຫຼືຈາກສັງຄົມເຊັ່ນດຽວກັນ.
ຂ່າວຈາກ: ໜັງສືພິມມບໍ່ແກ້ວ