ແຮງງານຊາວມຽນມາ ທີ່ກັກຕົວລໍຖ້າກັບຄືນປະເທດໄດ້ຮັບການຊ່ວຍເຫຼືອຈາກບໍລິສັດທີ່ປຶກສາກົດໜາຍ

378

ປັດຈຸບັນນີ້ ຈະເຫັນໄດ້ວ່າແຮງງານແຕ່ລະປະເທດກໍ່ໄດ້ທະຢອຍກັບຄືນສູ່ປະເທດຕົນເອງ ເນື່ອງຈາກການລະບາດໂຄວິດ19 ເຮັດໃຫ້ພວກເຂົາບໍ່ມີວຽກເຮັດງານທຳ, ຫຼາຍບໍລິສັດ, ຫຼາຍໂຮງງານແມ່ນໄດ້ຖືກປິດ ເຊັ່ນດຽວກັບແຮງງານມຽນມາ ທີ່ມາເຮັດວຽກຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເຊິ່ງໃນຕອນນີ້ກໍ່ລໍຖ້າກັບຄືນສູ່ປະເທດ ແລະ ຍັງໄດ້ຮັບການຊ່ວຍເຫຼືອຈາກຫຼາຍພາກສ່ວນ.

ວັນທີ 27 ກັນຍາ 2021ນີ້ ທ່ານ ເສີນ ຊົງກວນ ປະທານບໍລິສັດທີ່ປຶກສາກົດໜາຍຫົວສຽວຈໍາກັດ ກຸ່ມສະພາການຄ້າ ຈິນ ຟູຈ້ຽນ ທີ່ປະຈໍາຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ທ່ານ ນາງ ແກ້ວມະນີ ວິໄລສານ ຫົວໜ້າຫ້ອງການບໍລິຫານ ແລະ ຈັດການບໍລິສັດ ເອຊີ 8 ບາດຂາເຂົ້າ-ຂາອອກຈໍາກັດຜູ້ດຽວທີ່ຂື້ນກັບລິສັດທີ່ປຶກສາກົດໜາຍຫົວສຽວຈໍາກັດພ້ອມພະນັກງານໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກຊ່ວຍເຫຼືອແຮງງານຊາວມຽນມາ.

ສຳລັບແຮງງານເຫຼົ່ານັ້ນແມ່ນທີ່ໄດ້ກັກຕົວລໍຖ້າກັບຄືນປະເທດຕົນ ແລະ ໄດ້ຮັບການຊ່ວຍເຫຼືອເຄື່ອງຕ່າງໆ ເຊິ່ງວ່າປະກອບມີ: ເຂົ້າສານຈ້າວຫອມມະລິຈຳນວນ 300 ຖົງ, ຜ້າອັດປາກ 50 ກັບ,ຍໍາຍໍາໄທ 50 ແກັດ,ປາກະປອງ 50 ແພັກ, ນຳດື່ມ 30 ແພັກ, ໝາກເພັດ 10 ໂລ ,ໄຂ່ 10 ມັດ,ຜັກກາດ 20 ໂລ, ຜັກບົ້ງ 10 ໂລ, ເຂົ້າໜົມ 100 ແກັດ, ຍຳຍຳຈີນ 100ແກັດ,ນົມ 200 ແກັດມູນຄ່າ 39.880.000 ລ້ານກີບ.

ເຊິ່ງວ່າໄດ້ມອບໃຫ້ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ເພື່ອນຳໄປແຈກຢາຍໃຫ້ ແຮງງານທີ່ກັກຕົວ ເພື່ອລໍຖ້າກັບຄືນຖິ່ນ ກ່າວຮັບໂດຍ ທ່ານ ຄຳສະຫວາດ ແກ້ວປັນຍາ ຮອງປະທານຄະນະຄຸ້ມຄອງເຂດເສດຖະກິດ ແຂວງບໍ່ແກ້ວ ແລະ ທ່ານກໍ່ໄດ້ ສະແດງຄວາມຮູ້ບຸນຄຸນທີ່ບໍລິສັດເຫັນໄດ້ຄວາມຈຳເປັນ ຕໍ່ຊີວິດການເປັນຢູ່ຂອງແຮງງານຊາວມຽນມາ ທີ່ພ້ອມກັກຕົວ ເພື່ອລໍຖ້າກັບຄືນປະເທດ ໄດ້ມີສະບຽງອາຫານການກິນໃນແຕ່ລະມື້.

ຂ່າວຈາກ: ໜັງສືພິມບໍ່ແກ້ວ