ຊາວເມືອງໄຊສະຖານ ເລີ່ມເກັບກ່ຽວພືດລະດູຝົນ

535

ປັດຈຸບັນຖືວ່າແມ່ນກ້າວເຂົ້າສູ່ລະດູການເກັບກ່ຽວຂອງຊາວກະສິກຳໃນຫຼາຍພື້ນທີ່ໃນທົ່ວປະເທດ ໂດຍສະເພາະແມ່ນເຂົ້ານາປີ, ພືດພັນຕ່າງໆ ໃນທ້າຍລະດູຝົນຕົ້ນໜາວ ແລະ ເພື່ອກຽມເຂົ້າສູ່ການປູກຝັງໃນລະດູການຕໍ່ໄປ.

ໃນວັນທີ 28 ກັນຍາ 2021​ ນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ ການເກັບກູ້ພືດລະດູຝົນຢູ່ເມືອງ ໄຊສະຖານ, ໃຫ້ການຕ້ອນຮັບໂດຍ ທ່ານ ສີສະໝອນ ນາມວົງ ວ່າການເຈົ້າເມືອງ ໄຊສະຖານ ພ້ອມດ້ວຍການນໍາຫຼັກແຫຼ່ງຂອງເມືອງ.

ການລົງຕິດຕາມຄັ້ງນີ້ ທີມງານຂອງທ່ານ ເຈົ້າແຂວງແມ່ນໄດ້ຢ້ຽມຢາມເບິ່ງພື້ນທີ່ການຜະລິດຂອງປະຊາຊົນເປັນຕົ້ນແມ່ນ: ການປູກເຂົ້ານາປີ, ເຂົ້າເນີນສູງ, ການປູກເຜືອກຫອມ, ປູກແຂມ, ໝາກເດືອຍ, ໝາກງາຈຽງ ແລະ ພືດອື່ນໆ.

ເຊິ່ງທົ່ວເມືອງມີເນື້ອທີ່ປູກພືດລະດູຝົນທັງໝົດ 4.876,25 ເຮັກຕາ, ຄາດຄະເນຜົນຜະລິດ 9.220,23 ໂຕນ, ໃນນີ້ມີເນື້ອທີ່ປູກ ຊາ 132 ເຮັກຕາ, ແຂມ 519,79 ເຮັກຕາ, ໝາກເດືອຍ 1.031,02 ເຮັກຕາ, ສາລີ 125 ເຮັກຕາ, ໝາກງາຈຽງ 74 ເຮັກຕາ, ເຜືອກ 95,7 ເຮັກຕາ, ຖົ່ວດິນ 17,2 ເຮັກຕາ, ກາເຟ 9 ເຮັກຕາ, ຂີງ 7,6 ເຮັກຕາ, ມັນຕ່າງໆ 36,8 ເຮັກຕາ, ພືດກິນໝາກ 167 ເຮັກຕາ, ພືດກິນ ໃບຕ່າງໆ 45 ເຮັກຕາ, ເຂົ້ານາປີ 132,3 ເຮັກຕາ, ເຂົ້າເນີນສູງ 2.483,84 ເຮັກຕາ.

ຮອດປະຈຸບັນການເກັບກູ້ເຂົ້າເນີນສູງຫາກໍ່ໄດ້ 10%; ນອກນີ້ຍັງມີສັດລ້ຽງທັງໝົດ 60.085 ໂຕ, ໃນນີ້: ງົວ-ຄວາຍ 10.139 ໂຕ, ແບ້ 5.004 ໂຕ, ໝູ 8.631 ໂຕ ແລະ ສັດປີກ ມີໜໍ່ແໜງເປັນຄອບຄົວຕົວແບບການລ້ຽງສັດ 11 ຄອບຄົວ, ຈາກນັ້ນທີມງານຂອງທ່ານເຈົ້າແຂວງກໍ່ໄດ້ຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ກອງຮ້ອຍທະຫານຊາຍແດນ 154 ແລະ ທະຫານກອງຂົນຂວາຍ ກອງພົນທະຫານຮາບທີ 2.

ຂ່າວຈາກ: News.XBL