ຂໍ້ຫ້າມສໍາລັບນັກກີລາ ໃນກົດໝາຍ ກີລາ-ກາຍຍະກໍາ

560

ມື້ນີ້ທີມງານໜັງສືພິມເສດຖະກິດ-ການຄ້າ ໄດ້ນໍາເອົາກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ສະບັບປັບປຸງ ໂດຍມີເຖິງ 112 ມາດຕາ ທີ່ຫາກໍນໍາເອົາມາປະກາດນໍາໃຊ້ຢ່າງເປັນທາງການເມື່ອບໍ່ດົນນີ້ ເຊິ່ງມື້ນີ້ຈະມາແນະນໍາມາດຕາທີ່ໜ້າສົນໃຈຄື ຂໍ້ຫ້າມສໍາລັບນັກກີລາ ມີດັ່ງນີ້:

#ພາກທີ VI ຂໍ້ຫ້າມ

+ມາດຕາ 92 (ປັບປຸງ) ຂໍ້ຫ້າມທົ່ວໄປ

ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ ມີພຶດຕິກໍາ ດັ່ງນີ້:

1. ນໍາໃຊ້ການຫຼີ້ນ ແລະ ການແຂ່ງຂັນກີລາ-ກາຍຍະກໍາ ເພື່ອການພະນັ້ນ;

2. ນໍາໃຊ້ກີລາ-ກາຍຍະກໍາ ທີ່ແຕະຕ້ອງເຖິງຜົນປະ ໂຫຍດ ຂອງລັດ, ສິດ ແລະ ຜົນປະ ໂຫຍດອັນຊອບທໍາ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ, ກໍ່ຄວາມເສຍຫາຍຕໍ່ກຽດສັກສີ, ສຸຂະພາບ, ຊີວິດ,
ຊັບສິນຂອງຜູ້ອື່ນ, ຝືນຄຸນນະທໍາ, ຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດ;

3. ໃຊ້ອາລົມຮ້າຍດ່າ, ໃຊ້ຄວາມຫຍາບຊ້າ, ທ່າທີ ທີ່ບໍ່ເຫມາະສົມ, ນາບຂູ່, ທໍາຮ້າຍຮ່າງ ກາຍຜູ້ອື່ນ ເປັນຕົ້ນ ນັກກີລາ-ກາຍຍະກໍາ ໃນເວລາສະແດງ ແລະ ແຂ່ງຂັນ;

4. ຂັດຂວາງນັກກີລາ ແລະ ບຸກຄະລາກອນກີລາ-ກາຍຍະກໍາ ເຂົ້າຮ່ວມການຝຶກແອບ, ຝຶກ ຊ້ອມ, ສະແດງ ແລະ ແຂງຂຶ້ນ;

5. ທໍາລາຍພາຫະນະ, ວັດຖຸປະກອນກີລາ-ກາຍຍະກໍາ; 6. ຈັດຕັ້ງການເຄື່ອນໄຫວກິດຈະກໍາ ຫຼື ການແຂ່ງຂັນ ກີລາ-ກາຍຍະກໍາ ໂດຍບໍ່ໄດ້ຮັບອະນຸຍາດ;

7. ດັດແປງຮູບແບບ, ເນື້ອໃນ ກີລາ-ກາຍຍະກໍາ ພື້ນເມືອງຂອງລາວໂດຍບໍ່ໄດ້ຮັບອະນຸຍາດ;

8. ສ້າງອຸປະສັກ, ກີດຂວາງ ຫຼື ເມີນເສີຍຕໍ່ການປະຕິບັດຫນ້າທີ່ ຂອງພະນັກງານ-ລັດຖະ ກອນ ແລະ ເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ;

9. ໃຫ້, ເປັນສື່ກາງໃນການໃຫ້ ແລະ ຮັບສິນບົນ;

10. ນໍາໃຊ້ສານຕ້ອງຫ້າມ ແລະ ສິ່ງເສບຕິດ ເຂົ້າໃນວຽກງານກີລາ-ກາຍຍະກໍາ;

11. ສວຍໃຊ້ສິດ, ຫນ້າທີ່ ແລະ ຕໍາແຫນ່ງ, ກົດຫນ່ວງ, ຖ່ວງດຶງ, ຮຽກເອົາສິນບົນ ເພື່ອຜົນ ປະ ໂຫຍດແກ່ຕົນ, ຄອບຄົວ ຫຼື ບຸກຄົນອື່ນ ຊຶ່ງສ້າງຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ, ລວມຫມູ່ ຫຼື ບຸກຄົນອື່ນ;

12. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດຫມາຍ.

+ມາດຕາ 93 (ປັບປຸງ) ຂໍ້ຫ້າມສໍາລັບນັກກີລາ

ຫ້າມນັກກີລາ ມີພຶດຕິກໍງ ດັ່ງນີ້:

1. ໃຊ້ສານຕ້ອງຫ້າມ, ພົວພັນສິ່ງເສບຕິດ ແລະ ສິ່ງລາມົກ, ອະນາຈານ ໃນເວລາຝຶກແອບ, ຝຶກຊ້ອມ, ສະແດງ ແລະ ການແຂ່ງຂັນ;

2. ເຈດຕະນາ ຫຼື ເມີນເສີຍ ເຮັດໃຫ້ເກີດການລົ້ມກີລາ;

3. ສ້າງຄວາມເສຍຫາຍຕໍ່ສຸຂະພາບ, ກຽດສັກສີ, ຊີວິດ, ຊັບສິນຂອງຄົນອື່ນ ໂດຍເຈດຕະ ນາ ທີ່ບໍ່ຖືກຕ້ອງຕາມກົດຫມາຍ, ລະບຽບການ ແລະ ກະຕິກາ ການແຂ່ງຂັນ;

4. ຖືເອົາການແຂ່ງຂັນກີລາ-ກາຍຍະກໍາ ເປັນການພະນັ້ນ;

5. ໃຫ້ ແລະ ຮັບສິນບົນ, ສໍ້ໂກງ ໃນການເຄື່ອນໄຫວກີລາ-ກາຍຍະກໍາ ເຮັດໃຫ້ເຊື່ອມ ເສຍກຽດສັກສີຂອງຕົນ, ທີມງານ ແລະ ປະເທດຊາດ;

6. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດຫມາຍ.

ຂ່າວ: ຫຼ້າ MKP ຄັດຈາກກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ສະບັບປັບປຸງ

ຮູບ: ປະກອບເທົ່ານັ້ນ ນັກກີລາໃນຮູບບໍ່ໄດ້ເຮັດຜິດ