ເຮນເດີສັນ ລົງແຂ່ງຄົບ 400 ນັດໃນອາຊີບ ນັດພາ ລິເວີພູລ ຖະຫຼົ່ມ ປໍໂຕ 5-1 ໃນຢູຟາ ແຊັມປ້ຽນລີກ

454
Liverpool's Jordan Henderson applauds during the Champions League group B soccer match between FC Porto and Liverpool at the Dragao stadium in Porto, Portugal, Tuesday, Sept. 28, 2021. (AP Photo/Luis Vieira)

ຈໍແດນ ເຮນເດີສັນ ກອງກາງຂອງ ລິເວີພູລ ສ້າງສະຖິຕິໃຫ້ກັບຕົວເອງດ້ວຍການລົງແຂ່ງຂັນບານເຕະອາຊີບຄົບ 400 ນັດຢ່າງເປັນທາງການ ໃນນັດທີ່ພາທີມເອົາຊະນະ ເອັຟຊີ ປໍໂຕ 5-1 ໃນການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ຮອບແບ່ງກຸ່ມໆ B ນັດທີ 2 ເມື່ອວັນທີ 28 ກັນຍາ 2021.

ຫຼັງຈົບການແຂ່ງຂັນ ເຮນເດີສັນ ກ່າວວ່າ: ຂ້ອຍບໍ່ສາມາດບັນຍາຍຄວາມຮູ້ສຶກໄດ້, ຂ້ອຍຮູ້ສຶກທຸກຄັ້ງທີ່ຂ້ອຍໃສ່ເສື້ອ ແລະ ພະຍາຍາມທຸ້ມເທທຸກຢ່າງ ເພື່ອສະໂມສອນແຫ່ງນີ້ໃນທຸກໆວັນ ເຊິ່ງເມື່ອຂ້ອຍໃສ່ເສື້ອທີມລົງແຂ່ງຂັນທຸກນັດ, ມັນມີກຽດ ແລະ ຂ້ອຍບກໍໄດ້ເຮັດມັນມາແລ້ວ 400 ນັດ ແນ່ນອນມັນເປັນເວລາທີ່ພິເສດຫຼາຍ, ແຕ່ຂ້ອຍຮູ້ສຶກປະມານວ່າມີຫຼາຍຢ່າງທີ່ຂ້ອຍຍັງສາມາດຊ່ວຍເລືອສະໂມສອນແຫ່ງນີ້ ແລະ ຫວັງເປັນຢ່າງຍິ່ງວ່າຂ້ອຍຈະໄດ້ເຮັດມັນອີກຫຼາຍໆນັດໃນອະນາຄົດ.